Ad

Ad

4 January 2017

ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກມີຜົນສຳເລັດສູງ

ຄະນະພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາເຫັນວ່າບັນດາຂະແໜງການ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຫັນລົງສູ່ຮາກຖານເພື່ອສຸມໃສ່ການສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ ແລະ 4 ຄາດໝາຍບົນຈິດໃຈ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ,ໂດຍໄດ້ເຮັດທົດລອງຢູ່ 51 ເມືອງ ແລະ 108 ບ້ານເປົ້າໝາຍ, ຊຶ່ງເຫັນວ່າການຫັນລົງຮາກຖານໄດ້ເປັນຂະບວນການແຂງແຮງກວ່າເກົ່າ, ມາຮອດປັດຈຸບັນໄດ້ມີພະນັກງານລົງເຮັດວຽກກໍ່ສ້າງພື້ນຖານການເມືອງປະຈຳຢູ່
ບ້ານ ແລະ ກຸ່ມບ້ານຈຳນວນ 8.685 ຄົນ, ໃນນັ້ນມີພະນັກງານຂັ້ນສູນກາງ 1.065 ຄົນ, ແຂວງ 1.196 ຄົນ, ເມືອງ 6.424 ຄົນ ແລະ ນັກສຶກສາຈຳນວນໜຶ່ງອັນໄດ້ຊ່ວຍໃຫ້ລະບົບການເມືອງຢູ່ຂັ້ນບ້ານ ແລະ ກຸ່ມບ້ານໄດ້ຮັບການປັບປຸງໜັກແໜ້ນເຂັ້ມແຂງເທື່ອລະກ້າ,ສາມາດສ້າງໄດ້ໜ່ວຍພັກແຂງຮູ້ນຳພາຮອບດ້ານເພີ່ມຂຶ້ນ 72%, ເປັນບ້ານ ປກຊ ກວມເຖິງ 82,38%, ບ້ານປອດຢາເສບຕິດກວມ 69% ແລະ ບ້ານປອດຄະດີກວມ 66,2% ແລະ ໄດ້ສຸມໃສ່ການກໍ່ສ້າງໂຄງລ່າງພື້ນຖານເສດຖະກິດຢູ່ຮາກຖານຄື: ມາຮອດປັດຈຸບັນໄດ້ມີເສັ້ນທາງເຂົ້າຫາບ້ານກວມເອົາ 84,2% ຂອງຈຳນວນບ້ານທັງໝົດ, ໄດ້ສຳເລັດການປັບປຸງ ແລະ ກໍ່ສ້າງເສັ້ນທາງລົດເຂົ້າຫາ 6 ເມືອງທຸກຍາກກວ່າໝູ່ເຊັ່ນ: ເມືອງກະລຶມ, ດັກຈຶ້ງ, ສະໝ້ວຍ, ໄຊຈຳພອນ, ໄຊສະຖານ ແລະ ໂພນທອງ, ພ້ອມກັນນັ້ນກໍໄດ້ສືບຕໍ່ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳສະອາດລົງສູ່ຊົນນະບົດບ່ອນຫ່າງໄກສອກຫລີກ ແລະ ທຸກຍາກໄດ້ຢ່າງທົ່ວເຖິງ.    

    ຈາກຜົນຂອງການປະເມີນຄວາມທຸກຍາກ ແລະ ມາດຖານບ້ານພັດທະນາເຫັນວ່າບ້ານທີ່ໄດ້ປະ ກາດໃຫ້ເປັນບ້ານສຳເລັດການສຶກສາພາກບັງຄັບ(ຈົບຊັ້ນປະຖົມ) ເພີ່ມຂຶ້ນຈາກ 80% ໃນປີ 2011 ມາເປັນ 98,3% ໃນປີ 2014 ແລະ ປະກາດບ້ານແບບຢ່າງດ້ານສາທາລະນະສຸກເພີ່ມຂຶ້ນຈາກ 24,5% ໃນປີ 2011 ມາເປັນ 54,57% ໃນປີ 2014, ການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ, ການພັດທະນາຕາມຊາຍແດນ ແລະ ຈຸດສຸມຕ່າງໆຂອງລັດຖະບານໄດ້ເຮັດໃຫ້ຫລາຍຄອບຄົວໃນເຂດດັ່ງກ່າວມີການຫັນອາຊີບຈາກການຖາງປ່າເຮັດໄຮ່ປູກເຂົ້າມາຜະລິດເປັນສິນຄ້າຕາມທ່າແຮງຂອງທ້ອງຖິ່ນຕົນ, ມີບ່ອນທຳມາຫາກິນຖາວອນອາຊີບໝັ້ນທ່ຽງ, ມີການຫັນ ປ່ຽນແບບແຜນການດຳລົງຊີວິດແບບເກົ່າຂຶ້ນກັບທຳມະຊາດມານຳໃຊ້ເຕັກນິກ-ວິທະຍາສາດ ເຮັດໃຫ້ການແກ້ໄຂຄວາມທຸກຍາກ,ການສ້າງບ້ານພັດທະນາ,ການພັດທະນາຈຸດສຸມ ແລະ ຕົວເມືອງໃໝ່ໄດ້ມີຄວາມຄືບໜ້າຫລາຍດ້ານ.

No comments:

Post a Comment