Ad

Ad

4 January 2017

ລາຄາສິນຄ້າບໍລິໂພກໄລຍະປີໃໝ່ຢູ່ໃນເກນປົກກະຕິດີ

          ຜ່ານການລົງຕິດຕາມສະພາບລາຄາສິນຄ້າໃນໄລຍະສະຫຼອງປີໃໝ່ສາກົນ 2017 ຢູ່ຕາມທ້ອງຕະຫຼາດນະຄອນຫຼວງວຽງຈັນຂອງນັກຂ່າວພວກເຮົາເຊັ່ນ: ຕະຫຼາດໂພນສະຫວ່າງ, ຕະຫຼາດສະ ພານທອງ, ຕະຫຼາດຂົວດິນ ແລະ ແຫ່ງອື່ນໆເຫັນວ່າສິນຄ້າປະເພດເຄື່ອງບໍລິໂພກຫລາຍຢ່າງແມ່ນຢູ່ໃນເກນປົກກະຕິເຊັນ: ຊີ້ນງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລ, ຊີ້ນໝູ 30-35 ພັນກີບ/ກິໂລ, ເປັດ-ໄກ່ 40-45 ພັນກີບ/ກິໂລ, ປານິນກະຊັງ 16-18 ພັນກີບ/ກິໂລ, ສ່ວນລາຄາພືດຜັກຕ່າງໆກໍມີບາງຊະນິດ
ມີລາຄາຫຼຸດລົງ ຫຼືເພີ່ມຂຶ້ນກໍພຽງປະມານ 1 - 2 ພັນກີບ. ຕາມລະດູການຂອງມັນຄື: ຜັກກາດຂາວ, ຜັກບົ້ງ, ຜັກຫົ່ມ, ຜັກຫອມ, ໝາກເຜັດ, ໝາກນາວ ແລະ ອື່ນໆ, ຂະນະທີ່ຊາວຄ້າຂາຍກໍຍອມຮັບວ່າ: ໃນໄລຍະປີໃໝ່ສາກົນນີ້ລາຄາສິນຄ້າບໍລິໂພກແມ່ນຢູ່ໃນເກນປົກກະຕິດີຕາມກົນໄກຕະຫຼາດ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄວບຄຸມລາຄາສິນຄ້າຢ່າງເຂັ້ມງວດຂອງພາກສ່ວນກ່ຽວຂ້ອງ  ແລະ ເຖິງວ່າຈະເປັນວັນສຳຄັນທີ່ມີຄວາມຕ້ອງການສິນຄ້າຂອງຜູ້ບໍລິໂພກຫຼາຍຂຶ້, ແຕ່ກໍສາມາດຕອບສະໜອງຄວາມຕ້ອງການໄດ້ພຽງພໍ ແລະ ຮັບປະກັນໃຫ້ລາຄາສິນຄ້າບໍ່ມີການເໜັງຕີງ.

ເຖິງຢ່າງໃດກໍຕາມພາກສ່ວນກ່ຽວຂ້ອງກໍຄວນຈະຕ້ອງສືບຕໍ່ຕິດຕາມ ແລະ ຄວບຄຸມລາຄາສິນຄ້າຢູ່ ຕາມທ້ອງຕະຫຼາດໃຫ້ເປັນປົກກະຕິເພື່ອສະກັດກັ້ນການສວຍໂອກາດຂື້ນລາຄາສິນຄ້າຕາມລຳພັງດັ່ງທີ່ເຄີຍເປັນມາ.     

No comments:

Post a Comment