Ad

Ad

3 January 2017

ເປີດສູນບໍລິການຫຼັງການຂາຍ HUAWEI

ວັນທີ 29 ທັນວານີ້, ບໍລິສັດຮວາເຫວີຍລາວ ( HUAWEI ) ໄດ້ເປີດສູນບໍລິການຫຼັງການຂາຍຂອງຕົນຂື້ນ,ທີ່ຖະໜົນດົງປ່າລານ, ນະຄອນຫຼວງວຽງຈັນ, ໂດຍມີທ່ານຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມ ມະນາຄົມ ແລະ ການສື່ສານ, ພ້ອມດ້ວຍຄະນະອຳນວຍ ການແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມນຳດ້ວຍ.

ຫົວໜ້າທຸລະກິດເຄື່ອງມືສື່ສານບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ຊົມໃຊ້ຜະລິດຕະພັນຮວາເຫວີຍ ຫຼັງການຂາຍມີ
ຄວາມວ່ອງໄວ ແລະ ທວງທັນກັບຄວາມຕ້ອງການບໍລິສັດ ຈຶ່ງໄດ້ເປີດສູນບໍລິການຫຼັງການຂາຍແຫ່ງນີ້ຂື້ນດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ປັດຈຸບັນຜະລິດຕະພັນຂອງຮວາເຫວີຍ, ໂດຍສະເພາະສະມາດໂພນ (ໂທລະສັບ) ແມ່ນໄດ້ຮັບຄວາມນິຍົມຫຼາຍໃນທົ່ວໂລກ,ລວມທັງ ສປປລາວ, ເຫັນໄດ້ຈາກຍອດຂາຍທີ່ເພີ່ມຂື້ນໃນແຕ່ລະເດືອນ ແລະ ການເປີດໂຕສະມາດໂພນລຸ່ນໃໝ່ໆຕະຫຼອດໄລຍະ 2 ປີຜ່ານມາ, ຕາມເປົ້າໝາຍຫຼັກຂອງ ຮວາເຫວີຍທີ່ຈະໃຫ້ກາຍເປັນຜະລິດຕະພັນເທັກໂນໂລຢີທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນລາວ.ກໍຄືທົ່ວໂລກ.ເຊັ່ນດຽວກັບສູນບໍລິການຫຼັງການຂາຍຂອງພວກເຮົາແຫ່ງນີ້ຈະກາຍເປັນສູນບໍລິການລະດັບສູງສຸດ,ມີຄວາມຊ່ຽວຊານ ແລະ ມືອາຊີບໃນລາວ,ຊຶ່ງຈະສະໜອງການບໍລິການແບບພິເສດ ( VIP ) ແລະ ການບໍລິການເພີ່ມເຕີມສຳລັບລູກຄ້າ,ເປັນຕົ້ນແມ່ນການສ້ອມແປງດ່ວນ ແລະ ມີການປ່ຽນຄືນສິນຄ້າທີ ມີບັນຫາພາຍໃນ 7 ວັນ,ພ້ອມນັ້ນສູນບໍລິການແຫ່ງນີ້ຍັງມີອຸປະກອນສ້ອມປ່ຽນທີ່ທັນສະໄໝ ແລະ ມີພະນັກງານສ້ອມປ່ຽນທີ່ໄດ້ຮັບການຝຶກອົບຮົມຢ່າງຊໍານິຊໍານານເພື່ອຄອຍໃຫ້ບໍລິການສູນຄ້າໄດ້ທຸກເວລາ.

No comments:

Post a Comment