Ad

Ad

1 April 2013

ປະຊາຊົນຫລາຍພັນຄອບຄົວຢູ່ເມືອງຫົງສາ ແລະ ເມືອງຊຽງຮ່ອນແຂວງໄຊຍະບູລີໄດ້ຮັບປະໂຫຍດ ຈາກໂຄງການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ



       ຫລາຍປີມາແລ້ວ,ປະຊາຊົນ ຢູ່ເມືອງຫົງສາ ແລະ ເມືອງ ຊຽງຮ່ອນ ແຂວງໄຊ ຍະບູລີ ໄດ້ດຳລົງ ຊີວິດຢູ່ແບບຕາມມີຕາມເກີດໂດຍ ອາໄສທຳມະຊາດເປັນແຫລ່ງ ຊອກຢູ່ຫາກິນເພື່ອລ້ຽງຊີບໄປວັນໆ ເຊິ່ງໄດ້ເຮັດໃຫ້ຫລາຍຄອບຄົວຕົກຢູ່ໃນສະພາບ ທຸກຍາກຂາດເຂີນ, ແມ່ຍິງ ແລະ ເດັກນ້ອຍສ່ວນຫລາຍມີສຸຂະພາບອ່ອນເພຍຍ້ອນ ຂາດໂພຊະນາການ ແລະ ການຜະລິດກະສິກຳສ່ວນຫລາຍແມ່ນ ພໍແຕ່ກຸ້ມກິນ, ແຕ່ພາຍຫລັງໄດ້ມີໂຄງການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການທີ່ໄດ້ຮັບ ການສະໜອງທຶນຈາກສະຫະພາບເອີຣົບເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນພາຍໃນ ເມືອງດັ່ງກ່າວມີການປັບປຸງຜະລິດກະສິກຳຈາກອາໄສແຕ່ການເອື່ອຍອີງທຳມະຊາດກໍໄດ້ຫັນມານຳໃຊ້ເຕັກນິກໃໝ່ເຂົ້າ ໃນຜະລິດເພື່ອໃຫ້ມີອາຫານທີ່ພຽງພໍ, ມີໂພຊະນາການ ແລະ ສາມາດຈຳໜ່າຍເປັນສີນຄ້າເພື່ອສ້າງລາຍຮັບທີ່ໝັ້ນຄົງ.
     ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ລະດັບສູງຂອງສະຫະພາບເອີຣົບປະຈຳລາວ ໄດ້ພານັກຂ່າວລາວຈຳນວນໜຶ່ງລົງໄປເບິ່ງການ ຈັດຕັ້ງ ປະຕິບັດໂຄງການຄ້ຳປະກັນສະ ບຽງອາຫານ ແລະ ໂພຊະນາ ການຢູ່ເມືອງຫົງສາແຂວງໄຊຍະບູລີ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການສະໜອງທຶນ 2 ລ້ານກວ່າເອີ ໂຣຈາກສະຫະພາບເອີຣົບ ໃຫ້ອົງ ການກາແດງຝຣັ່ງເພື່ອເປັນຜູ້ຈັດຕັ້ງປະຕິບັດໂດຍ ໄດ້ໄປເບິ່ງການເຮັດຊົນລະປະທານຝ່າຍ ນ້ຳລົ້ນ ຢູ່ບ້ານນ້ຳແກ່ນ,ບ້ານນ້ຳຕັບ ແລະ ການຊຸກຍູ້ປູກພືດຜັກປອດສານ ເຄມີຢູ່ບ້ານ ກິ່ວສາລາ. ສຳລັບຊົນລະປະທານຝ່າຍນ້ຳລົ້ນ ນີ້ແມ່ນເພື່ອຮັບປະກັນການສະໜອງນ້ຳ ໃຫ້ເນື້ອທີ່ການຜະລິດນາແຊງ ແລະ
ການປຸກພຶດໃນລະດູແລ້ງ ເຊິ່ງໄດ້ມີການກໍ່ສ້າງທັງ ໝົດ 18 ແຫ່ງໃນນັ້ນຢູ່ເມືອງຫົງສາ 10 ແຫ່ງ ແລະ ເມືອງຊຽງຮ່ອນ 8 ແຫ່ງ ໂດຍການກໍ່ສ້າງນຳໃຊ້ຮູບ ແບບໂຄງການແມ່ນສະໜອງວັດ ຖຸ,ອຸປະກອນ,ເຕັກນິກ ການກໍ່ສ້າງ ແລະ ປະຊາຊົນ ແມ່ນ ແຮງ ງານ.ສ່ວນການຊຸກຍູ້ປູກພືດ ປອດສານເຄມີແມ່ນຈັດຕັ້ງປະຕິ ບັດຢູ່ 38 ບ້ານໃນນັ້ນຢູ່ເມືອງ ຫົງສາ 18 ບ້ານ ແລະ ເມືອງ ຊຽງຮ່ອນ 20 ບ້ານ ໂດຍໂຄງການໄດ້ນຳພາປະຊາຊົນປູກຜັກສີບກວ່າຊະນິດ ໄວ້ສຳລັບບໍລິໂພກ, ສ້າງອ່າງເກັບນ້ຳຈາກເທິງ ພູເພື່ອສະໜອງນ້ຳໃຫ້ສວນຜັກ, ແນະນຳປະຊາຊົນຮຽນຮູ້ວິທີຮັກສາແນວພັນຜັກ ແລະ ອື່ນໆ ເຊິ່ງວຽກງານ ດັ່ງກ່າວແມ່ນຮັບ ປະກັນໃຫ້ປະຊາຊົນມີອາຫານພຽງພໍ, ຖືກຫລັກອະນາໄມ ແລະ ສາມາດຈຳໜ່າຍເພື່ອສ້າງລາຍຮັບສູ່ຄອບຄົວ.
     ທ່ານ ຟາບຽງ ບາດຕີສ ຜູ້ປະ ສານງານໂຄງການດັ່ງກ່າວ ກ່າວ ວ່າ:ປັດຈຸບັນ,ພວກເຮົາພວມຈັດ ຕັ້ງປະຕິບັດ 2 ວຽກງານ ຫລັກຄື ການຄ້ຳປະກັນສະບຽງ ແລະ ການຮັບປະກັນການສະໜອງນ້ຳ, ສຳລັບການຄ້ຳປະກັນສະບຽງ ອາຫານມີງົບປະມານ 9 ແສນ ກວ່າເອີໂຣ,ໃນນັ້ນ 85% ແມ່ນສະ ຫະພາບເອີຣົບສະໜອງທຶນ ແລະ ສ່ວນທີ່ເຫລືອແມ່ນອົງການກາ ແດງຝຮັ່ງສະ ໜອງທຶນ ເຊິ່ງເລີ່ມ ຈັດຕັ້ງປະຕິບັດມາແຕ່ປີ 2010 ແລະ ຈະໝົດໂຄງການໃນທ້າຍປີ 2014 ເຊິ່ງມີປະຊາຊົນໄດ້ຮັບຜົນປະ ໂຫຍດໃນ 25 ບ້ານ,ປະມານ 1800 ຄອບຄົວ,12 ພັນຄົນ ຢູ່ ເມືອງຫົງສາ ແລະ ເມືອງຊຽງ ຮອນ,ສ່ວນການຮັບປະກັນການ ສະໜອງນ້ຳແມ່ນມີງົບປະມານ 2 ລ້ານກວ່າເອີໂຣ,ໃນນັ້ນ ສະຫະ ພາບເອີຣົບສະໜອງທຶນປະມານ 95% ແລະ ສ່ວນທີ່ ເຫລືອແມ່ນອົງການກາແດງຝຣັ່ງໃຫ້ທຶນເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໃນປີ 2012 ແລະ ຈະໝົດໂຄງ ການໃນປີ 2015 ໂດຍມີປະຊາ ຊົນທີ່ໄດ້ຮັບປະໂຫຍດຢູ່  17 ເມືອງ,1.500 ຄອບຄົວ, 9 ພັນ ກວ່າຄົນ ຢູ່ເມືອງຫົງສາ ແລະ ເມືອງຊຽງຮ່ອນ ໂດຍກິດຈະກຳ ຂອງໂຄງການແມ່ນແນໃສ່ສ້າງ ຄວາມເຂັ້ມແຂງທາງດ້ານເຕັກ ນິກ ແລະ ສະໜອງອຸປະກອນໃນ ການຜະລິດ ກະສິກຳ, ການປູກຝັ່ງ ແລະ ລ້ຽງສັດ, ການຊອກຫາແຫລ່ງນ້ຳ ແລະ ການນຳໃຊ້ເພື່ອຄວາມຍືນຍົງ ແລະ ອື່ນໆເພື່ອຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານເປົ້າໝາຍໃຫ້ດີຂຶ້ນເທື່ອລະກ້າວ.

No comments:

Post a Comment