Ad

Ad

14 May 2013

ສວນສາທາລະນະເຈົ້າອະນຸວົງ ເປັນຫນຶ່ງໃນສະຖານທີ່ພັກຜ່ອນຢ່ອນໃຈຂອງນະຄອນຫລວງວຽງຈັນ



  ພາຍຫຼັງສວນສາທາລະນະເຈົ້າອະນຸວົງ  ສ້າງສຳເລັດປີ 2012 ແລະ ນັບແຕ່ເວລາ ນັ້ນເປັນຕົ້ນມາ, ສະຖານທີ່ດັ່ງກ່າວໄດ້ກາຍເປັນບ່ອນພັກຜ່ອນຢ່ອນໃຈແຫ່ງໜຶ່ງໃນ ນະຄອນຫຼວງວຽງຈັນ ແລະ ໄດ້ອຳນວນ ຄວາມສະດວກຫຼາຍດ້ານ, ເປັນຕົ້ນ ແມ່ນ ການໄປນັ່ງພັກຜ່ອນໃນເວລາຫ່ວາງຫຼືເວລາເລີກຈາກວຽກ ງານເພື່ອຊົມທິວທັດ ແຄມຂອງ, ພິເສດແມ່ນໃນຍາມຄ້ອຍຄ ຳ່ແລງມາກໍຈະມີແມ່ຄ້າຊາວຂາຍພາກັນ ເອົາສິນຄ້າ, ຜະລິດຕະພັນ ແລະ ອາຫານ ເຄື່ອງດື່ມມາວາງຂາຍຢ່າງຫຼວງຫຼາຍ, ສຳ ລັບຄົນທີ່ມັກອອກກຳລັງກາຍຍາມແລງກໍສາມາດມາອອກກຳລັງກາຍຢູ່ສະຖານທີ່ ແຫ່ງນີ້ເພາະເພິ່ນໄດ້ຕິດຕັ້ງເ ຄື່ອງອອກ ກຳລັງກາຍຢູ່ທຸກຈຸດເພື່ອຄວາມສະດວກສະບາຍໃນການເລືອກຫຼິ້ນ, ເລືອກໃຊ້ສິ່ງ ທ່ີເຮົາຕ້ອງການ. ພ້ອມນັ້ນສວນສາທາ ລະ ນະແຫ່ງນີ້ຍັງມີຄວາມໝາຍ ສຳຄັນທາງປະຫວັດສາດຂອງ ລາວ ແລະ ສ້າງ ຂຶ້ນເພື່ອສັນລະເສີນຄຸນງາມຄວາມດີຂອງເຈົ້າ ອະ ນຸວົງ ແລະ ເປັນບ່ອນສະຖິດຂອງຮູບປັ້ນເຈົ້າອະນຸວົງ, ເປັນອະນຸສອນເພື່ອ ໃຫ້ປວງຊົນລາວໄດ້ສະກະລະບູຊາ ແລະ ຈາລຶກ ຄຸນງານຄວາມດີຂອງເພິ່ນເພື່ອບໍ່ໃຫ້ປະຫວັດສາດດັ່ງກ່າວຖືກສູນຫາຍໄປ, ດັ່ງນັ້ນທຸກໆຄົນຈົ່ງຊ່ວຍກັນອະນຸລັກຮັກສາສະ ຖານທີດັ່ງກ່າວໃຫ້ມີຄວາມງາມໃຫ້້ຄົງຢູ່ໄວ້ຄຽງຄູ່ຄົນລາວຕະຫຼອດໄປ.

No comments:

Post a Comment