Ad

Ad

5 February 2014

ຮັບໂທດຄົນລະ 11 ປີ ຍ້ອນຄ້າຂາຍຢາເສບຕິດ.



    ທ້າວ ວັນເພັງ ອາຍຸ 30 ປີ ຢູ່ ບ້ານເມືອງແວ່ນ ເມືອງຊຳເໜືອ ແຂວງຫົວພັນ, ທ້າວ ຜັນ ອາຍຸ 53 ປີ ຢູ່ບ້ານປາກແຈ້ງ, ທ້າວ ໄຊ ຊະນະ ອາຍຸ 52 ປີ ຢູ່ບ້ານ ໜອງ ຄວາຍ ເມືອງວຽງຄຳ ແຂວງ ວຽງຈັນ, ທ້າວ ສຸກັນ ອາຍຸ 59 ປີ ຢູ່ບ້ານໜອງດາ, ນາງ ມະໄລ ອາຍຸ 45 ປີ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງ ຈັນ ແລະ ທ້າວ ບຸນມີ ອາຍຸ 42 ປີ ຢູ່ບ້ານ ນ້ອຍນາແພງ ເມືອງ ໂພນໂຮງ ແຂວງ ວຽງຈັນ ຖືກສານນະຄອນຫລວງວຽງຈັນຕັດສິນລົງໂທດຈຳຄຸກຜູ້ລະ 11 ປີ ພ້ອມປັບ ໄໝເງິນຜູ້ລະ 140 ລ້ານກີບ ໃນຂໍ້ຫາຄ້າຂາຍຢາເສບຕິດ ໃນວັນທີ 28 ມັງກອນ ຜ່ານມານີ້ ໂດຍພວກກ່ຽວຖືກເຈົ້າ ໜ້າທີ່ກັກຕົວໄດ້ເມື່ອຕົ້ນເດືອນມີຖຸນາ 2012 ຜ່ານມາ ພ້ອມຂອງກາງຢາບ້າຈຳນວນຫລາຍ ໂດຍເຈົ້າໜ້າທີ່ເປີດເຜີຍໃຫ້ຮູ້ວ່າ: ກຸ່ມຄ້າຂາຍຢາເສບຕິດທີ່ຖືກສານລົງໂທດນີ້ ແມ່ນຂະບວນການຄ້າຢາເສບຕິດລາຍໃຫຍ່ທີ່ ເຄື່ອນໄຫວຄ້າຂາຍຢາເສບຕິດມາ ເປັນເວລາຍາວນານແລ້ວ.



No comments:

Post a Comment