Ad

Ad

18 February 2014

ລາວ-ຫວຽດນາມ​ຫາລື​​ການ​ຈັດຕັ້ງຜັນ​ຂະຫຍາຍ​ການ​ກວດກາ “ປະຕູ​ດຽວ,ຄັ້ງດຽວ” ຢູ່​ດ່ານ​ສາກົນ​ແດນ​ສະຫວັນ-ລາວ​ບາ​ວ



      ໃນ​ລະຫວ່າງ​ວັນ​ທີ 14-16 ກຸມພາ​ນີ້ ທີ່​ນະຄອນ​ດົງຮ່າ, ແຂວງກວາງ​ຈິ, ສສ ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ ​ແລະ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຮ່ວມ​ກັນ​ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍ​ຮູບ​ການ​ກວດກາ “ປະຕູ​ດຽວ, ຄັ້ງດຽວ” ຢູ່​ດ່ານ​ສາກົນ​ແດນ​ສະຫວັນ (ລາວ) - ລາວ​ບາ​ວ (ຫວຽດນາ​ມ); ຄະນະ​ຜູ້​ແທນ​ຝ່າຍ​ລາວ​ ນຳ​ໂດ​ຍ ສະຫາຍ ບຸນເກີດ ສັງ​ສົ​ມສັກ, ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະ​ກຳມະການ​ຊາຍ​ແດນລາວ-ຫວຽດນາມ; ຄະນະ​ຜູ້​ແທນ​ຝ່າຍ​ຫວຽດນາມ​ ນຳ​ໂດຍ ສະຫາຍ ​ໂຮ ຊວນ ​ເຊິີນ, ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາ​ມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າຄະນະ​ກຳມະການ​​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ, ກອງ​ປະຊຸມ​ຄັ້ງນີ້ ຍັງ​ມີ​ທ່ານ​ຮອງ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ຮອງ​ເຈົ້າ​ແຂວງ​ກວາງ​ຈິ, ຜູ້ຕາງ

ໜ້າບັນດາ​ກະຊວງ ​ແລະ ຂະ​ແໜງການ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ເຂົ້າ​ຮ່ວມ​ນຳ.

         ໃນ​ໂອກາດ​ເຂົ້າ​ຮ່ວມ​ກ​ອງ ປະຊຸມ​ຄະນະ​ແທນ​ທັງ​ສອງ​ຝ່າຍ ໄດ້​ລົງ​ໄປ​ກວດກາ​ເບິ່ງ​ການ​ບໍລິ ການ​ຢູ່​ດ່ານ​ສາກົນ​ແດນ​ສະຫວັນ​-ລາວບາ​ວ ​ແລະ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກ​ຫົວໜ້າດ່ານ​ສອງ​ຝ່າຍ ກ່ຽວກັບ​ການ​ບໍລິການ​ຢູ່​ດ່ານ​ດັ່ງກ່າວ ​ເຊິ່ງຍົກ​ໃຫ້​ເຫັນ​ຜົນ ສຳ​ເລັດ, ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ການຈັດຕັ້ງປະຕິ ບັດ​ຜ່ານ​ມາ, ລວມທັງ​ຄວາມ​ກຽມພ້ອມ​ໃນ​ການ​ບໍລິການ​ຜ່ານ​ປະຕູ​ດຽວ, ຄັ້ງດຽວຢູ່ດ່ານ​ດັ່ງ ກ່າວ.
            ພາຍ​ໃຕ້​ກອບ​ການ​ຮ່ວມ​ມື​ພາກພື້ນ​ແມ່​ນ້ຳຂອງ (GMS) ສອງ​ຝ່າຍ​ເຫັນ​ດີ​ຈັດຕັ້ງຜັນ​ຂະ ຫຍາຍ​ຮູບ​ການ​ກວດກາ “ປະຕູ​ດຽວ, ຄັ້ງດຽວ” ຢູ່ດ່ານສາກົນ​ແດນ​ສະຫວັນ (ລາວ) - ລາວ​ບາ​ວ (ຫວຽດນາມ) ​ແລະ ​ໄດ້​ເປັນ​ເອກະ​ພາບ​ກັນ​ສັງ​ເກດ​ຕີ​ລາຄາ​ການ​ປະ ຕິບັດ 4 ບາດກ້າວ (Single Stop Inspection) ​ແນ​ໃສ່​ສ້າງ​ໃຫ້​ເປັນ​ຕົວ​ແບບ​ຂອງ​ການ​ບໍ​ລິ​ການ​ຢູ່​ດ່ານ​ສາກົນ​ລະ​ຫວ່າງ ສປປ ລາວ ກັບ​ບັນດາ​ປະ​ເທດ​​ໃກ້​ຄຽງ. ສອງ​ຝ່າຍ​ຈະ​ສືບຕໍ່ກະກຽ​ມພື້ນຖານ​ໂຄງ​ລ່າງ, ອຸປະກອນ, ພາຫະ ນະ​ເຕັກນິກ ​ແລະ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ວຽກ ງານ​ຕາມ​ບັນດາ​ຂັ້ນຕອນທີ່​ວາງ​ໄວ້​ໃຫ້​ສຳ​ເລັດ ​ແລະ ວາງ​ເປົ້າ ໝາຍທີ່​ຈະ​ນຳ​ໃຊ້​ຢ່າງ​​ເປັນ​ທາງ​ການ ​ເລີ່​ມ​ແຕ່​ວັນ​ທີ 1 ມັງ​ກອນ 2015, ຮູບ​ແບບ​ການ​ບໍລິການ​ດັ່ງ ກ່າວ​ຈະ​ຮັບປະກັນ​ການ​ບໍລິກາ​ນ, ການ​ຂົນ​ສົ່ງ​ສິນຄ້າ ​ແລະ ພາຫະນະ​ຢູ່​ດ່ານ​ແດນ​ສະຫວັນ-ລາວ​ ບາ​ວ ​ໃຫ້​ມີ​ຄວາມ​ສະດວກ, ຮັບ ປະກັນ​ມີ​ປະສິດ​ຕິ​ພາບ​ສູງ​ຕາມ​ກົນ​ໄກ​ກາ​ນຮ່ວມ​ມື​ຕາມ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ.
              ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະ ຊຸມ​ຄັ້ງນີ້ ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ວິທີ​ແກ້​ໄຂວຽກງານ​ທີ່​ຄ້າງ ຄາ​ຈຳນວນໜຶ່ງ​ໃນ​ໄລຍະ​ຈັດຕັ້ງ ປະຕິບັດ​ໂຄງການ​ປັກຫຼັກໝາຍຖີ່ ​ແລະ ບູລະນະ​ລະບົບຫຼັກໝາຍ ຊາຍ​ແດນປະ​ເທດລາວ-ຫວຽດນາມ ​ແລະ ກະກຽມຈັດຕັ້ງຜັນ​ຂະ ຫຍາຍ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະ ບານ​ລາວ ​ແລະ ສສ.ຫວຽດນາມ ວ່າ​ດ້ວຍ​ການ​​ແກ້​ໄຂ​ບັນຫາ​ຜູ້​ຍົກ ຍ້າຍ​ຕັ້ງພູມລຳ​ເນົາ​ຕາມ​ລຳພັງ​ໃຈ ​ແລະ ສ້າງ​ຄອບຄົວ​ບໍ່ຖືກຕ້ອງ​ຂອງ​ປະຊາຊົນ​ຢູ່ຕາມ​ບໍລິ​ເວນ​ຊາຍ​ແດນ​ສອງ​ປະ​ເທດ​ລາວ- ຫວຽດນາມ. ການ​ພົບ​ປະ​ຫາລື​ໃນ​ຄັ້ງນີ້ ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ແຫ່ງ​ສາຍ​ພົວພັນ​ມິດຕະ ພາບ​ແບບ​ພ​ິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ລາວ ​ແລະ ຫວຽດນາມ.

No comments:

Post a Comment