Ad

Ad

18 April 2014

ກ່ອນ​ປີ​ໃໝ່ ປກສ ຫີນ​ເຫີບ​ຈັບ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ໄດ້ 1 ຄົນ



     ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ປກສ ​ເມືອງ​ຫີນ​ເຫີບ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ກຳລັງ​ເຈົ້າ ໜ້າ​ທີ່​ຂອງ​ຕົນ​ໄດ້​ກັກ​ຕົວ​ນາງ ບົວ​ຮອງ ອາຍຸ 50 ປີ ຢູ່​ບ້ານ​ຫ້ວຍ​ອີ່​ເລີດ ເມືອງ​ຫີນ​​ເຫີບ ​ແຂວງ​ວຽງ​ຈັນ ພ້ອມ​ຂອງ​ກາງ​ຢາ​ບ້າ​ຈຳນວນ 200 ​​ເມັດ, ຜ່ານ​ການ​ສືບສວນ​ຂອງ​ເຈົ້າໜ້າ​ທີ່ຜູ້ກ່ຽວ​ຮັບ​ສາລະ ພາບ​ວ່າ: ຢາ​ບ້າ​ຈຳນວນ​ດັ່ງ ກ່າວ​ຊື້ມາ​ນຳ​ໝູ່​ໃນ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ເຂດ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ ​ເພື່ອ​ຈະ​ເອົາ​ມາ​ຂາຍ​ໃຫ້​ຊາວ​ໜຸ່ມ​ພາຍ​ໃນ​ບ້ານ​ຂອງ​ຕົນ, ​ແຕ່​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ໄດ້​ກ່ອນ. ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ຕື່ມ​ວ່າ: ຜູ້ກ່ຽວ​ເຄີຍ​ຖືກ​ກັກ​ຕົວ​ມາ​ສຶກສາ​ອົບຮົມ​ແລ້ວ​ໜຶ່ງ​ຄັ້ງ ຍ້ອນ​ມີ​ພຶດຕິ​ກຳ​ຄ້າຂາຍ​ຢາ​ເສບ​ຕິດ, ​ແຕ່​ຍັງ​ບໍ່​ມີ​ຄວາມ​ເຄັດ​ຫລາບ​ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

5 comments:

  1. endnote-crack-with-product-key could be your best, and the best device for dividers provides the origin for those students composing on particular topics. It is a tool that offers some kinds of papers to the solution. Some several men and women put it to use in such a.
    new crack

    ReplyDelete
  2. Thanks for sharing such great information, I highly appreciate your hard-working skills which are quite beneficial for me. Movavi Video Converter Crack

    ReplyDelete