ໂດຍ : ວິເສດ ສະແຫວງສຶກສາ
ເລື່ອງທີ່ຈະຍົກຂຶ້ນມາຂໍຄຳ ເຫັນນຳທ່ານຜູ້ອ່ານປະຈຳວັນນີ້
ມີຫລາຍຄົນເຄີຍ ເວົ້າມາກ່ອນ ແລ້ວຈົນນ້ຳລາຍແຫ້ງ, ແຕ່ຄວາມ ຫວັງທີ່ຈະໄດ້ຮັບການແກ້ ໄຂນັ້ນ ຍັງຢູ່ໄກຕັ້ງຫລາຍໆໂຍດ
ຈົນມີບາງຄົນບອກວ່າ: ຂີ້ຄ້ານ ເວົ້າແລ້ວ ເພາະບໍ່ຕ່າງຫຍັງ ກັບຖອກນ້ຳໃສ່ດິນຊາຍໃນວັນທີ່ມີແສງແດດແຜດເຜົາ,
ສ່ວນຈານ ແຍ່ເຫັນວ່າຄວນ ສືບຕໍ່ເວົ້າເຖິງຈະຄ່ອຍເປັນຄ່ອຍໄປຊ້າໆ, ແຕ່ກໍຈະໄດ້ພ້າເຫລັ້ມງາມຄືເຖົ້າແກ່ບູຮານ ວ່າວອນສອນໄວ້.
ໃນທ້າຍປີຜ່ານມາ, ຈານແຍ່ໄດ້ມີໂອກາດນັ່ງອ້າປາກຕາກແຂ້ວຟັງທ່ານ
ສາສະດາ ຈານ ດຣ. ຈະເລີນ ເຢຍປາວເຮີ ເຊິ່ງຕອນ ນັ້ນທ່ານຍັງເປັນລັດຖະມົນ ຕີວ່າການກະຊວງຍຸຕິທຳຢູ່.
ມື້ ນັ້ນ ທ່ານເວົ້າສາລະພັດ ເລື່ອງ, ແຕ່ຫາກກູ້ກ້ຽວກູ້ກອດຢູ່ກັບ ເລື່ອງ ຄວາມບໍ່ເປັນເອກະພາບໃນ
ການໃຊ້ພາສາລາວທາງການ ເຊິ່ງທ່ານບອກວ່າ: ບັນ ຫານີ້ວົງການສື່ມວນຊົນມີໜ້າທີ່ສ່ອງແສງ ໄດ້ດີ
ທີ່ສຸດ. ທ່ານວ່າພະນັກງານ ຂັ້ນເຕີບໆບາງຄົນຍັງກຳບໍ່ໄດ້ຊ້ຳ ວ່າ: ຕອນໃດ
ຄວນເວົ້າວ່າ: “ຕາງ
ໜ້າໃຫ້ພັກ-ລັດ” ແລະ ເວລາໃດ ຄວນເວົ້າວ່າ: “ຕາງໜ້າພັກ ແລະ ລັດຖະບານ” ແຕ່ທີ່ຈານແຍ່ຕິດ
ໃຈແຮງ ກໍແມ່ນຕອນທ່ານບອກ ວ່າ: ບາງຄົນເອີ້ນຊື່ວັນຊາດ, ວັນ ສຳຄັນຕ່າງໆແບບພໍໃຜພໍລາວ ບໍ່ຮອດວ່າເວລາໃດຄວນ ເວົ້າວ່າ: “ວັນຊາດ”, “ວັນລັດຖະທຳມະ ນູນ”, ເວລາໃດຄວນເວົ້າວ່າ: ວັນ ສ້າງຕັ້ງ
(ຫລື ສະຖາປະນາ) ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ເວລາໃດຄວນ ເວົ້າວ່າ: ວັນປະກາດ
ໃຊ້ລັດຖະທຳມະນູນ. ເລື່ອງນີ້ຈະເວົ້າປົນເປ ກັນບໍ່ໄດ້. ທ່ານວ່າ: ຖ້າເອີ້ນຢ່າງ ເປັນທາງການຄວນເອີ້ນວ່າ:
“ວັນຊາດ”, “ວັນລັດ ຖະທຳມະ ນູນ” ສັ້ນໆຄືແນວນັ້ນ, ສ່ວນຄຳ ວ່າ: “ວັນສ້າງຕັ້ງ” ແລະ “ວັນປະ
ກາດໃຊ້...” ນັ້ນ ແມ່ນປະໂຫຍກ ຂະຫຍາຍ. ເວົ້າມາຮອດນີ້ ຈານ ແຍ່ກໍມີແນວ ຢາກເພີ່ມ ຍ້ອນວ່າ
ໄດ້ຍິນເທື່ອໃດມັນຂີນຫູເທື່ອນັ້ນ. ຢູ່ໃນກອງປະຊຸມ, ພິທີກອນມັກ ຈະເວົ້າວ່າ: “ເຂົ້າຮ່ວມກອງປະ
ຊຸມມື້ນີ້ ມີບັນດາຫົວໜ້າກົມ ແລະ ຮອງກົມ” ເຫດໃດວ່າ: “ຮອງ ກົມ” ລ້າໆ. ຄົນທີ່ເປັນຮອງກົມ
ແມ່ນໃຜ ?, ເປັນຫຍັງບໍ່ ເວົ້າໃຫ້ເຕັມຄວາມວ່າ: “ມີບັນດາຫົວໜ້າ ກົມ ແລະ ຮອງຫົວໜ້າກົມ”.
ຈານ ແຍ່ສັງເກດເຫັນວ່າ: ຈຸດນີ້ມີຄົນ ເວົ້າຜິດຫລາຍ ທີ່ສຸດ. ຄິດວ່າເວົ້າ ໃຫ້ເຕັມເວົ້າໃຫ້ຖືກມັນຊິເປືອງເວ
ລາຫລາຍສໍ່າໃດຫວະ ?.
ຄວາມບໍ່ເປັນເອກະພາບໃນ ວົງການສື່ທີ່ມີການແລກປ່ຽນກັນ
ກັບທ່ານ ສາສະດາຈານ ດຣ. ຈະ ເລີນ ເຢຍປາວເຮີ ໃນວັນ
ນັ້ນກໍມີ ເລື່ອງການປະກາດ “ຂາຍດິນ” ຢູ່ໜ້າໜັງສືພິມຫລາຍສະບັບ, ແຕ່ ບາງຄັ້ງພັດເວົ້າວ່າ:
“ໂອນກຳມະ ສິດທີ່ ດິນ”. ເລື່ອງນີ້ຊິ ແກ້ແນວ
ໃດ ?. ຄຳຕອບກໍຄືຕ້ອງເວົ້າໃຫ້ ຖືກຕາມກົດໝາຍ, ແຕ່ຫາກບໍ່ ແມ່ນລົງຂ່າວຕາມເນື້ອໃນຂອງຜູ້
ປະກາດຕ້ອງການ. ພວກເຮົາບໍ່ ຄວນແລ່ນນຳເງິນຄ່າບໍລິການ, ແຕ່ຄວນເອົາໃຈໃສ່ສິ່ງທີ່ຖືກ ຕ້ອງ.
ອີກຈຸດໜຶ່ງທີ່ຈານແຍ່ສັງ ເກດເຫັນວ່າ: “ຍັງເປັນເອ ກະພາບກັນຄົນລະແບບ” ກໍຄືການ ສະເໜີຮູບພາບຂອງຜູ້ຕ້ອງຄະດີ
ແລະ ຄົນນອນເສຍຊີວິດຢູ່ ກາງທາງ ຍ້ອນອຸປະຕິເຫດ. ມີບາງ ໜັງສືພິມຮູບຄົນຖືກຕັດສິນຄະດີ ນັ້ນ
ມີເສັ້ນສີດຳຂີດບັງຕາທັງ ສອງເບື້ອງໄວ້, ແຕ່ຮູບ ດຽວກັນນີ້ ຢູ່ອີກໜັງສືພິມອື່ນພັດແນມເຫັນ
ໜ້າ ແລະ ຕາໂຂ້ໂຫລ້. ຮູບຄົນ ນອນຕາຍຢູ່ກາງທາງກໍເຊັ່ນດຽວກັນ, ບາງໜັງສືພິມປ່ອຍໃຫ້ເຫັນພໍມົວໆ
(ເພື່ອບໍ່ໃຫ້ຜູ້ເບິ່ງຕົກໃຈ), ແຕ່ໜັງສືພິມບາງສະບັບພັດປ່ອຍ ໃຫ້ເຫັນໝົດຕົນໝົດ ໂຕເຕັມຕາ
ກໍ ເລີຍຢາກຖາມວ່າ: ຊິເອົາແນວໃດ ແທ້ ? ຫລືວ່າ ແຕ່ລະສື່ມີ ທິດນຳ ຕ່່າງກັນ ຈຶ່ງເຮັດຄົນລະແບບ.
ເລື່ອງນີ້ຊິເຮັດຕາມໃຈບໍ່ໄດ້ມັນ ຕ້ອງປະຕິບັດຢ່າງເປັນເອກະພາບກັນຕາມລະບຽບການ ເຊັ່ນ: ຄົນໂທດ,
ຄົນຕິດຄະດີ ທີ່ອາຍຸເທົ່າ ໃດ, ໜັກເບົາສໍ່າໃດຈຶ່ງຄວນປິດບັງຕາ ຫລື ປ່ອຍໃຫ້ເຫັນໝົດໂຕເຊັ່ນດຽວກັບເລື່ອງພາບ
ຄົນເສຍຊີວິດຢູ່ກາງທາງ. ບັນຫານີ້ຄວນແກ້ໃຫ້ຕົກໄວໆ.
No comments:
Post a Comment