Ad

Ad

10 February 2015

ໂຮງໝໍມິດຕະພາບ 150 ຕຽງ​ເລັ່ງ​ໃສ່​ປະຕິບັດ​ວິ​ໃສ່​ທັດ​”ສ້າງໂຮງໝໍສະອາດບໍລິການດີມີຄຸນນະພາບ



ຕາມການ​ໃຫ້​ສຳພາດ​ຂອງ​ທ່ານ ຮອງ​ສາດ​ສະ​ດາ​ຈານ ດຣ ພູ​ທອນ ປາກ​ເມືອງ ,ອຳນວຍ​ການ​ໂຮງໝໍ​ມິດຕະ ຕະພາບ 150 ຕຽງ​ຕໍ່​ນັກ​ຂອງ​ພວກ​ເຮົາ​ເມື່ອ​ມໍໆ​ນີ້​ວ່າ: ການ​ປະຕິບັດ​ວຽກ​ງານ​ຂອງ​ໂຮງໝໍ​​ໃນ​ປີຜ່ານມາ​ມີ​ອັນ​ພົ້ນ​ເດັ່ນ​ຫຼາຍ​ດ້ານ, ຊຶ່ງ​ຕົ້ນຕໍ​ແມ່ນ​ການ​ປະຕິບັດ​ຕາມ​ວິ​ໃສ່​ທັດ​ຂອງ​ໂຮງໝໍ​ທີ່​ວ່າ “ສ​ູ້ຊົນ​ໃຫ້​ໂຮງໝໍ​ສະອາດ, ບໍລິການ​ດີ​ແລະ ​ມີ​ຄຸນ​ນະພາບ”, ດັ່ງນັ້ນທາງ​ໂຮງໝໍ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ສະ​ພາບ​​ແວດ​ລ້ອມ​ພາຍ​ໃນ​ແລະ​ອ້ອມ​ຂ້າງ​ໂຮງໝໍໃຫ້ມີ ຄວາມສະອາດງາມຕາ, ໂດຍ​ສະ​ເພາະ​ແມ່ນ​ຫົນທາງ​ເຂົ້າ​ສູ່​ໂຮງ​ໝໍ​ແລະ​ປ້າຍ​ຊີ້​ບອກ​ຕ່າງໆ, ເຂົ້າສູ່ລະບຽບເຮັດການ​ບໍລິການຕາມ​ຈັນ​ຍາ​ບັນ, ຈັນຍາທຳ​ດີ​ຂຶ້ນ, ເຊິ່ງເຫັນໄດ້ຈາກ​ທ່າ​ທີ, ການ​ເວົ້າ​ຈາ, ການ​ປິ່ນປົວ​ຕ່າງໆຂອງ​ພະນັກງານ ແພດໝໍ​ຕໍ່​ຄົນ​ເຈັບ​ອ່ອນ​ນ້ອມ​ຖອມຕົນ​ແລະສິ່ງ​ດັ່ງ​ກ່າວໂຮງໝໍໄດ້ຖື​ເປັນ​ສ່ວນ​ສຳຄັນ​ຂອງ​ແພດ​ໝໍ,​ ແຕ່​ກໍ​ມີ​ພະນັກ ງານ​ຈຳນວນ​ໜຶ່ງ​ຍັງ​ເຮດບໍ່ໄດ້ດີຊຶ່ງພວກເຮົາພວມ ສຸມໃສ່ປັບ ປຸງແກ້ໄຂ, ພ້ມນັ້ນກໍເລັ່ງພັດທະນາໂຮງໝໍຕົນກ້າວສູ່​ຄວາມ​ທັນ​ສະ​ໄໝ,​ດ້ວຍການນຳເອົາເຄື່ອງ​ກວດ​ກະດູກ​, ​ກວດວິ​ເຄາະ​ເລືອດ ​ແລະ ​ອື່ນ​ເປັນ​ມາດຕະຖານ​ສາກົນ​ແລະ​​ເມື່ອມໍ້ໆ​ມາ​ນີ້​ກໍ​ໄດ້​ເປີດ​ສູນກວດ​ພະຍາດ​ດ້ວຍ​ເຄື່ອງ MRI ຊຶ່ງ​ເປັນ​ເຄື່ອງ​ກວດ​ດວ້ຍ​ຄື່ນ​​ແມ່​ເຫຼັກ, ມີ​ຄວາມ​ທັນ​ສະ​ໄໝ​ສາມາດ​ກວກ​ພະຍາດ​ໄດ້​ຫຼາກຫຼາຍ​ ແລະ ​ບົ່ງມະຕິ​ໄດ້​ຖືກຕ້ອງ​​ແລະ​​ເປັນ​ສູນ​ທຳ​ອິດ​
ຂອງ​ປະ​ເທດເຮົາ, ນອກ​ນັ້ນ​ບັນດາພະແນກການຕ່າງໆຂອງໂຮງໝໍ​ກໍ​ມີ​ການ​ພັດທະນາ​ເປັນ​ຕົ້ນ​ແມ່ນ​ພະ​ແນ​ກໄຂ​ຫຼັງ​ທຽມ​ໄດ້​ມີ​ການ​ພັດທະນາ​ເຄື່ອນ​ຈັກ​ຈາກ 10 ​ເຄືອງ, ​ເປັນ 222 ​ເຄື່ອງ, ສາມາດ​ຮອງ​ຮັບ​ຄົນ​ເຈັບ​ໄດ້​​ເປັນ​ສ່ວນ​ຫຼາຍ​​ ແລະ ​ອື່ນໆ,​ ເຖິງ​ຢ່າງ​ໃດ​ກໍ​ດີ​ໃນ​ປີ 2015 ນີ້​ໂຮງ​ໝໍ​ມິດຕະພາບ 150 ຕຽງ​ຈະ​ສືບ​ຕໍ່​​​ເລັ່ງ ປັບປຸງ​ສິ່ງ​ແວດ​ລ້ອມ​ພາຍ​ໃນ​ແລະ​ອ້ອມ​ຂ້າງ​ໂຮງ​ໝໍ​ ແລະ ນຳພາ​ພະນັກງານ​ປະຕິບັດ​ຕາມ​ຄຳ​ຂັວນຂອງ​ໂຮງໝໍ​ທີ່​ວ່າ: ຄິດ​ດີ, ປະພຶດ​ດີ, ຂະຫຍັນ​ໝັ່ນ​ພຽງ​ຕາມ​ແນວ​ທາງຂອງ​ພັກ,​ ພ້ອມ​ນັ້ນ​ກໍ​ຈະ​ເລັ່ງ​ໃສ່​ປັບປຸງ​ກົດ​ລະບຽບຕ່າງໆ​,​ ໂດຍ​ສະ​ເພາະ​ດ້ານການ​ບໍລິການ, ກິລິຍາ​ມາລະຍາດ​ຂອງ​ແພດ​ໝໍ​ໃຫ້​​ໄດ້​ຕາມ​ຫຼັກ​ຈັນຍາ​ບັນ​ຂອງ​ແພດ, ສ່ວນ​ດ້ານ​ວິຊາ​ການ​ແມ່ນ​ຈະ​ເລັ່ງ​ໃສ່​ປັບປຸງ​ການ​ຮັບ​ຕ້ອນ​​ສຸກ​ເສີມ​​ໃຫ້​ມີ​ປະສິດທິ​ຜົນ​​ກວ່າ​ເກົ່າ,​​ ໄດ້​ທັນ​ເວລາ​ແລະ​ວ່ອງ​​ໄວ, ພ້ອມ​ຈະ​ຫັນ​​ເປັນ​ທັນ​ສະ​ໄໝ​​ເຊັ່ນ​ຫັນ​ເປັນບໍລິການ​​ພາຍ​ໃນດ້ວຍ​ຄອມພິວ​ເຕີ​ຫຼາຍ​ຂຶ້ນ ແລະ ນຳ​ສົ່ງພະນັກງານ​ເຕັກນິກ​ໄປ​ຮຽນ​ສ້ອມ​​ແປງ​ເຄື່ອງ​ມື​ປິ່ນປົວ​ຕ່າງໃຫ້ຮັບປະກັນ, ພ້ອມ​ນັ້ນ​ທາງ​ໂຮງໝໍ​ຍັງ​ມີ​ແຜນ​ຈະ​ສ້າງ​ສູດ​ສາຍ​ແສງ​ຜູ້​ທີ່​ເປັນ​ມະ​ເຮັງ​ອີກດ້ວຍ.

No comments:

Post a Comment