Ad

Ad

13 February 2015

ລາວຕ້ອງເອົາໃຈໃສ່ຄວບຄຸມຢາສູບໃຫ້ດີຂຶ້ນກວ່າເກົ່າ



            ວັນທີ 12 ກຸມພານີ້ທ່ານ ດຣ ພັດເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ຖະແຫຼງ ຕໍ່ສື່ມວນຊົນ ກ່ຽວກັບຜົນການຕີ​ລາຄາການຈັດ ຕັ້ງປະຕິບັດສົນທິສັນຍາສາກົນດັ່ງກ່າວໃນ ສປປ ລາວ ວ່າ: ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບແມ່ນ​ສົນທິສັນຍາ​ສະບັບ​ທຳ​ອິດ​ທີ່​ສ້າງ​ຂຶ້ນເພື່ອ​ປົກ​ປ້ອງ​ສຸຂະພາບ​ຂອງ​ປະຊາກອນ​ໃນ​ທົ່ວ​ໂລກ ແລະ ສປປ ລາວ ກໍໄດ້​ໃຫ້​ສັດຕະຍາບັນ​ຕໍ່​ສົນທິສັນຍາ​ນັ້ນ ໃນ​ວັນ​ທີ 6 ກັນ ຍາ 2006 ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ ​ກໍໄດ້​ຖືກ​ຮັບຮອງ​ເອົາ​ໂດຍ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ​ທັນວາ ປີ 2009. ມາ​ຮອດ​ເດືອນ​ກັນຍາປີ 2014, ລັດຖະບານ​ລາວ ​ໄດ້​ຕີ​ລາຄາ​ການຈັດຕັ້ງປະ ຕິບັດ​ສົນທິສັນຍາ​ດັ່ງກ່າວໂດຍ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ລັດຖະ ບານ​ລາວກັບ​ກອງ​ເລຂາ​ສົນທິສັນຍາ​ປະຈຳ​ເຈ​ນີວາ, ອົງການ​ອະນາ​ໄມ​ໂລກ​ປະຈຳ​ພາກພື້ນປາຊີ​ຟິກຕາ​ເວັນ​ຕົກ, ອົງການ​ອະນາ​ໄມ​ໂລກ​ປະຈຳ​ລາວ ​ແລະ ສະມາ​ພັນ​ຄວບ​ຄຸມ​ຢາ​ສູບ​ອາ​ຊຽນ ໃຫ້ເຫັນ ວ່າ: ໃນ​ໄລຍະ 8 ປີຜ່ານມາ ​​ມີ​ຫລາຍ​ຂົງ​ເຂດ​ວຽກ​ງານ​ສາມາດ​ບັນລຸ​ເປົ້າໝາຍ​ຕໍ່​ພັນທະ​ສົນທິສັນຍາ​ສະບັບ​ນີ້,​ ​ເປັນຕົ້ນໄດ້ອອກ​ກົດ ໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ແຫ່ງ​ຊາດ, ອອກດຳລັດ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ບັງຄັບ​ໃຊ້​
ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ແຫ່ງ​ຊາດ, ສ້າງ​ເຂດ​ປອດ​ຄວັນ​ຢາສູບ​ໃນ​ສະຖານ​ທີ່​ຕ່າງໆ​ເຊັ່ນ: ຫ້ອງການ​ລັດຖະບານ, ສະຖານ​ທີ່​ສາທາລະນະ, ສະຖານ​ສຶກສາ ​ແລະ ກິລາ, ພາຫະນະ​​ໂດຍສານ​ສາທາລະນະ, ​ໂຮງ​ແຮມ-​ເຮືອນ​ພັກ ​ແລະ ຮ້ານ​ອາຫານ.​ ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຕີ​ລາຄາ​ຄັ້ງນີ້ຍັງ​ພົບ​ເຫັນ​ຫລາຍ​ຂົງ​ເຂດ​ວຽກ​ງານ​ທີ່​ລັດຖະບານ​ລາວຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ຊຸມ​ປີ​ຕໍ່ໜ້າເພື່ອ​ໃຫ້​ບັນລຸ​ພັນທະ​ຂອງ​ຕົນ​ຕໍ່​ສົນທິສັນຍາ​ດັ່ງກ່າວ, ເປັນຕົ້ນແມ່ນການປະຕິບັດມາດຕາ 53 ການ​ປົກ​ປ້ອງ​ນະ​ໂຍບາຍ​ດ້ານ​ສາທາລະນະ​ສຸກຈາກ​ການ​ແຊກ​ແຊງ​ຂອງ​ອຸດສາຫະກຳ​ຢາສູບຄື: 1. ບັນດາ​ມາດຕາ​ຕ່າງໆ​ຂອງ​ສັນຍາ​ລະຫວ່າງ​ລັດຖະບານ​ກັບ​ບໍລິສັດ​ຢາສູບ ຫລື ຂໍ້​ຕົກລົງ​ອື່ນໆ​ທີ່​ເຫັນ​ວ່າ​ບໍ່​ສອດຄ່ອງ​ກັບ​ຂໍ້​ແນະນຳ​ຂອງ​ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ, ລັດຖະທຳ​ມະນູນ ​ແລະ ນິຕິ​ກຳ​ຂອງ ສປປ ລາວ ​ແມ່ນ​ຄວນ​ມີ​ການ​ປັບປຸງ ຫລື ລຶບລ້າງ ພາຍ​ໃຕ້​ຂະ​ບວນ ການ​ຍຸຕິ​ທຳ​ຂອງ​ກົດໝາຍ. 2. ສະ​ເໜີ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ໃນ​ນາມ​ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ການ​ຄວບ​ຄຸ​ມຢາສູບ ສົ່ງ​ໜັງສື​ທາງ​ການ​ກ່ຽວ​ກັບ​ສັນຍາ​ສະບັບ​ນີ້ ​ເຖິງ​ຫ້ອງ​ວ່າການ​ລັດຖະ ບານ ​ແລະ ຄະນະ​ກຳມາ​ທິການ​ວັດທະນະທຳ-ສັງຄົມ, ສະພາ​ແຫ່ງ​ຊາດ​ຢ່າງ​ຮີບ​ດ່ວນ. 3. ກະຊວງ​ສາທາ ລະນະ​ສຸກ​ ຄວນ​ປະກອບ​ພະນັກງານ​ທີ່​ເຮັດ​ວຽກ​ເຕັມ​ເວລາ​ປະຈຳ​ຢູ່​ໜ່ວຍ​ງານ​ຄວບ​ຄຸມ​ຢາສູບ​ຂອງ​ຕົນ ແລະ ມາດຕາ 6 ລາຄາ ​ແລະ ອາກອນ​ຢາສູບ, ​ໃຫ້​ກະຊວງ​ສືບຕໍ່​ຂຶ້ນອາກອນ​ຊົມ​ໃຊ້ ​ແລະ ອາກອນ​ເດັດ​ຖານ​ຢາສູບ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ໃຫ້​ລາຄາ​ຢາສູບ​ເພີ່ມ​ຂຶ້ນ ​ແລະ ຫລຸດຜ່ອນ​ຄວາມ​ສາ ມາດ​ຊື້ຂອງ​ຜູ້​ບໍລິ​ໂພ​ກ. ມາດຕາ 8, 11 ​ແລະ 13 ສະ​ເໜີ​ໃຫ້​ລັດຖະບານ​ລາວ​ຄວນ​ປັບປຸງ​ນິຕິ​ກຳ​ຕ່າງໆ​ເຊັ່ນ: ການຈັດ​ໃຫ້​ພາຍ​ໃນ​ອາຄານ​ທັງ​ໝົດ​ເປັນ​ເຂດ​ປອດ​ຄວັນ​ຢາສູບ, ຄຳ​ເຕືອນ​ສຸຂະພາບ​ທີ່​ເປັນ​ຮູບ​ພາບ ​ແລະ ຫ້າມ​ການ​ໂຄສະນາ​ຢາສູບ​ທຸກ​ຮູບ​ແບບ ໂດຍ​ໃຫ້​ສອດຄ່ອງ​ກັບ​ຄຳ​ແນະນຳ​ຂອງ​ສົນທິສັນຍາ. ມາດຕາ 15: ການ​ຄວບ​ຄຸມ​ຢາສູບ​ເຖື່ອນລັດຖະບານຄວນ​ເລັ່ງ​ໃສ່​ການ​ໃຫ້​ສັດຕະຍາ ບັນມາດຕາ 15 ຂອງ​ສົນທິສັນຍາ​ເພື່ອ​ຕ້ານ ​ແລະ ລຶບລ້າງ​ການ​ຄ້າຂາຍ​ຜະລິດ​ຕະພັນ​ຢາສູບ​ເຖື່ອນອື່ນໆ.

No comments:

Post a Comment