Ad

Ad

22 April 2015

ລາຄາ​ສິນຄ້າ​ກັບ​ມາ​ຢູ່​ໃນ​ເກນ​ປົກກະຕິ ພາຍຫລັງ​ປີ​ໃໝ່



     ​​ໃນວັນທີ 21 ​ເມສານີ້, ນັກຂ່າວຂອງພວກເຮົາໄດ້ລົງສຳພາດຊາວຄ້າຂາຍແລະ ຜູ້ບໍລິໂພ, ຢູ່ຕາມທ້ອງຕະຫລາດບາງແຫ່ງໃນນະຄອນຫລວງວຽງຈັນຄື: ທົ່ງຂັນຄຳ, ຂົວດິນແລະໂພນສະຫວ່າງຮູ້ວ່າ: ສິນຄ້າບາງປະເພດ​​ແມ່ນໄດ້ຂຶ້ນລາຄາເລັກໜ້ອຍ, ​ໃນໄລຍະບຸນປີໃໝ່ທີ່ຜ່ານມາ, ​ແຕ່ມາຮອດປັດຈຸບັນແມ່ນກັບມາຢູ່ໃນເກນປົກກະຕິແລ້ວເຊັ່ນ: ຊີ້ນງົວ, ຄວາຍ 75-80 ພັນກີບ/ກິໂລ, ຊີ້ນໝູ 35-38 ພັນກີບ/ກິໂລ, ປານິນແລະ ປາດຸກພັນ 16-18 ພັນກີບ, ປາດຸກນາ 65-70 ພັນກີບ/ກິໂລ, ປາຄໍ່ 60 ພັນກີບ/ກິໂລ, ​ໄກ່ພັນປອກ 35 ພັນກີບ/ກິໂລ, ​ເປັດປອກ 38 ພັນກີບ/ກິໂລ, ​ເຂົ້າສານໜຽວ 10 ພັນກີບ/ກິໂລ, ​ເຂົ້າສານຈ້າວ 11 ພັນກີບ/ກິໂລ. ສຳລັບ ປະເພດພືດຜັກຕ່າງໆຄື: ໝາກເພັດ 25-28 ພັນກີບ/ກິໂລ, ໝາກນາວ 15-18 ພັນກີບ/ກິໂລ, ໝາກເລັ່ນ 8-10 ພັນກີບ/ກິໂລ, ໝາກຖົ່ວ 6-8 ພັນກີບ/ກິໂລ, ໝາກເຂືອ, ໝາກແຕງ, ຜັກສະລັດ, ກະລ່ຳ, ຜັກບົ້ງ, ​ຜັກສະລັດແລະ ຜັກກາດ 4-6 ພັນກີບ/ກິໂລ, ຫອມປ້ອມ 6-8 ພັນກີບ/ກິໂລ, ຫອມບົ່ວ 18-20 ພັນກີບ/ກິໂລ, ຜັກບົວລະພາ, ສະນາລີແລະ ຜັກອີ່ຕູ່ 10 ພັນກີບ/ກິໂລແລະ ພືດຜັກອື່ນໆກໍເຊັ່ນດຽວກັນ.

     ນາງ ນອດແມ່ຄ້າຢູ່ຕະຫລາດທົ່ງຂັນຄຳໃຫ້ຄຳເຫັນວ່າ: ​​ໃນໄລຍະບຸນປີໃໝ່ປີນີ້ ລາຄາພືດຜັກຕ່າງໆທີ່ຊາວສວນນຳມາຈຳໜ່າຍນັ້ນແມ່ນປົກກະຕິ  ສິນຄ້າບໍ່ຂາດຕະຫລາດ ແລະ ເຮັດໃຫ້ລາຄາຢູ່ໃນເກນປົກກະຕິ ບໍ່ຂຶ້ນສູງເກີນທີ່ພາກສ່ວນກ່ຽວ ຂ້ອງກຳນົດເອົາໄວ້. ສະນັ້ນ ຈຶ່ງເຮັດໃຫ້ການຂາຍສິນຄ້າແລະ ພືດຜັກຕ່າງໆ ດຳເນີນໄປຢ່າງສະຫງົບ ບໍ່ມີຫາງສຽງຈາກລູກຄ້າທີ່ມາໃຊ້ບໍລິການໃດໆ.
     ເຖິງແນວໃດກໍຕາມ ຖ້າຫາກພາກສ່ວນກ່ຽວຂ້ອງ ລົງຕິດຕາມລາຄາສິນຄ້າ ຢ່າງເປັນປົກກະຕິແລະແມ່ຄ້າທຸກຄົນປະຕິບັດກົດລະບຽບຢ່າງເຂັ້ມງວດ ບັນຫາສິນຄ້າຂຶ້ນ ລາຄາແບບລຳພັງໃຈກໍຈະບໍ່ເກີດຂຶ້ນຢ່າງແນ່ນອນ.

No comments:

Post a Comment