Ad

Ad

5 October 2015

ພັດທະນາໄຟຟ້າ​ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ

ທ່ານ ສີສະຫວາດ ທິຣະວົງ ອໍານວຍການລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ສະເພາະການພັດທະນາໂຄງການໄຟຟ້າໂດຍນັກລົງທືນພາຍໃນ ແລະ ຕ່າງປະເທດທີ່ໄດ້ເຊັນສັນຍາກັບລັດຖະບານທັງຢູ່ສູນກາງແລະທ້ອງຖິ່ນມາເຖິງເດືອນກຸມພາປີ 2015 ມີທັງໝົດ 357 ໂຄງການ(ເຂື່ອນໄຟຟ້າ1 ເມກາວັດຂຶ້ນໄປ) ລວມກຳລັງຕິດຕັ້ງທັງໝົດປະມານ 26.147,16 ເມກາວັດ,ໃນນັ້ນ, ມີໂຮງງານໄຟຟ້າທີ່ດຳເນີນການຜະລິດແລ້ວທັງໝົດ 35 ແຫ່ງ, ມີກຳລັງຕິດຕັ້ງ3.332 ເມກາວັດ ແລະ ໂຄງການທີ່ກຳລັງກໍ່ສ້າງລວມທັງໂຮງຜະລິດໄຟຟ້າເອກະລາດຈຳນວນ 21 ໂຄງການມູນຄ່າປະມານ 8.142 ລ້ານໂດລາສະຫະລັດ, ພ້ອມນີ້,ການຂະຫຍາຍລະບົບສາຍສົ່ງແຫ່ງຊາດ, ຕາຂ່າຍໄຟຟ້າລົງສູ່ຊົນນະບົດໃຫ້ເຊື່ອມຈອດໃນທຸກຂົງເຂດທົ່ວປະເທດມາຮອດປັດ ຈຸບັນ(ເດືອນກໍລະກົດ2015) ຈຳນວນ 148 ເມືອງມີໄຟຟ້າຊົມໃຊ້ຖາວອນ 100%, ໃນຈໍານວນທັງໝົດ 8.575 ບ້ານແມ່ນໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ 7.258  ບ້ານເທົ່າກັບ 85% ແລະ ໃນຈຳນວນຄອບຄົວ1.132.892 ຄອບຄົວທົ່ວປະເທດມີໄຟຟ້າໃຊ້1.010.100 ຄອບຄົວເທົ່າກັບ
90% ຂອງຄອບຄົວໃນທົ່ວປະເທດ, ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະຂະແໜງໄຟຟ້າຍັງໄດ້ຕິດພັນກັບການພັດທະນາຊົນນະບົດຢ່າງຮອບດ້ານ,ໂດຍໄດ້ປະກອບສ່ວນສຳຄັນໃນການບຸກທະລຸດ້ານກໍ່ສ້າງພື້ນ ຖານໂຄງລ່າງໃນເຂດຊົນນະບົດ, ປະກອບສ່ວນໃນການກໍ່ສ້າງຕົວເມືອງດ້ວຍແຜນພັດທະນາ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນເພື່ອເຮັດໃຫ້ຄຸນນະພາບຊີວິດດີຂຶ້ນກວ່າເກົ່າມີຄວາມສະດວກສະບາຍນ້ຳໄຫລໄຟສະຫວ່າງ, ເສັ້ນທາງກວ້າງຂວາງໄປມາສະດວກເຮັດໃຫ້ຖານະທາງດ້ານເສດຖະກິດ-ສັງຄົມຂອງປະຊາຊົນນັບມື້ນັບດີຂຶ້ນ, ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບອັນໝັ້ນຄົງ, ເຊິ່ງໄດ້ປ່ຽນໂສມໜ້າໃໝ່ຂອງຊົນນະບົດໃຫ້ມີຄວາມຈະເລີນສີວິໄລ ແລະ ກາຍເປັນຕົວເມືອງທີ່ທັນສະໄໝໃນອານາຄົດ.

No comments:

Post a Comment