Ad

Ad

16 May 2016

ນະຄອນຫລວງ​ວຽງ​ຈັນ ຈັດ​ຂະ​ບວນປູກ​​ໄມ້​ຢູ່​ເສັ້ນທາງ 450 ປີ

        ພະແນກກະສິກຳແລະ ປ່າໄມ້ ນະຄອນຫລວງວຽງຈັນໄດ້ຈັດຂະບວນປູກຕົ້ນໄມ້ຕາມເສັ້ນ ທາງ 450 ປີ ຂຶ້ນໃນວັນທີ 13 ພຶດສະພານີ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ, ​ທັງເປັນການສືບຕໍ່ຜັນຂະຫຍາຍນະໂຍບາຍ ສີຂຽວ ທີ່ນະຄອນຫລວງວຽງຈັນ ວາງອອກໃຫ້ປາກົດຜົນເປັນຈິງ.
          ຂະບວນປູກຕົ້ນໄມ້ໃນຄັ້ງນີ້ ຈັດຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫລວງວຽງຈັນ, ມີພາກສ່ວນກ່ຽວຂ້ອງທັງພາກລັດແລະເອກະຊົນ, ບໍລິສັດແລະ ປະຊາຊົນເຂົ້າຮ່ວມເປັນຈໍານວນຫລາຍ. ຕົ້ນໄມ້ທີ່ນຳມາປູກມີຈຳນວນ 200 ຕົ້ນສ່ວນຫລາຍແມ່ນຕົ້ນຫໍາງົວທີ່ເປັນໄມ້ໃຫຍ່ໄວ ແລະຮົ່ມເຢັນ. ​ເຊິ່ງຕາມແຜນປູກຕົ້ນໄມ້ສອງຟາກທາງ 450
ປີ ແຕ່ 4 ​ແຍກໄຟ​​ແດງນາຄວາຍ ຫາໄຟແດງດົງໂດກ ມີຄວາມຍາວທັງໝົດ 9 ກິໂລແມັດ, ຈະປູກຕົ້ນໄມ້ທັງໝົດ 1.200 ຕົ້ນ, ​ໃນນັ້ນ ປະກອບມີ ຕົ້ນຫຳງົວແລະໄມ້ແຄນ​​ເຮືອ ເປັນຕົ້ນຕໍ.
​          ສະເພາະປີນີ້, ນະຄອນຫລວງວຽງຈັນໄດ້ກະກຽມເນື້ອທີ່ຮອງຮັບເພື່ອປູກໄມ້ ຈຳນວນ 400 ​ເຮັກຕາຕາມແຄມທາງແລະ ສະຖານທີ່ສາທາລະນະອື່ນໆໂດຍໄດ້ມີການກະກຽມເບ້ຍໄມ້ໄວ້ບໍລິການຢ່າງພຽງພໍ.

​          ໃນປີ 2015 ຜ່ານມາ, ນະຄອນຫລວງວຽງຈັນ ສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 1 ລ້ານກວ່າເບ້ຍ, ປູກໄມ້ໄດ້ 502 ​ເຮັກຕາ, ​ໃນນັ້ນ ພາກລັດ ປູກໄດ້ 59,6 ​ເຮັກຕາ.ໂດຍສ່ວນໃຫຍ່ແມ່ນປູກໃສ່ແຄມທາງ 450 ປີ  ນັບແຕ່ສາງທ່ານາແລ້ງ ຮອດ 4 ​ແຍກໄຟແດງນາຄວາຍລວມມີໄລຍະທາງ 11 ກິໂລແມັດ.

No comments:

Post a Comment