Ad

Ad

20 May 2016

ໂຮງງານ​ຊີມັງ​ວັງວຽງຫລັງ​ທີ I ກຽມຢຸດການຜະລິດຍ້ອນມີຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ

          ລັດຖະບານກຽມຢຸດການຜະລິດຊີມັງໃນໂຮງງານຜະລິດຊີມັງຫລັງທີ I ຢູ່ເມືອງວັງວຽງແຂວງວຽງຈັນ ພາຍຫລັງເຫັນວ່າໂຮງງານຊີມັງຫລັງດັ່ງກ່າວບໍ່ຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມແລະ ສັງຄົມ ຍ້ອນມີອາຍຸການນຳໃຊ້ມາດົນແລ້ວ.

          ບັນຫາດັ່ງກ່າວຖືກເປີດເຜີຍໂດຍທ່ານ ຈັນທະວິໄລໄຊຍະລາດ ຫົວໜ້າຫ້ອງການບໍລິຫານບໍລິສັດຊີມັງລາວຈຳກັດເມື່ອບໍ່ດົນນີ້ວ່າ: ​ໂຮງງານແຫ່ງນີ້ແມ່ນໜຶ່ງໃນໂຮງງານຊີມັງ 3 ​ແຫ່ງທີ່ນັກລົງທຶນ ສປ ຈີນເຂົ້າມາລົງທຶນສ້າງຕັ້ງຢູ່ເມືອງວັງວຽງແຕ່ປີ 1995, ມາຮອດປັດຈຸບັນໂຮງງານຫລັງດັ່ງກ່າວມີສະພາບເກົ່າແກ່ຊຸດໂຊມແລະ ບໍ່ຮັບປະກັນທາງດ້ານມາດຕະຖານເຕັກນິກຄວາມປອດໄພຕໍ່ສິ່ງແວດລ້ອມແລະ ສັງຄົມ ຄືມີລະອອງຝຸ່ນອອກຈາກໂຮງງານໃນປະລິມານຫລາຍ, ມີຄວາມຮ້ອນ, ສຽງດັງແລະ ອື່ນໆ. ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຢຸດການຜະລິດຂອງໂຮງງານ​​ແຫ່ງນີ້ແລ້ວຈະຜະລິດແຕ່ສອງ
ໂຮງງານທີ່ມີລະບົບປ້ອງກັນຄວາມປອດໄພສູງແລະ ມີເຄື່ອງຈັກທີ່ທັນສະໄໝ, ສ່ວນບັນຫາລະເບີດຫີນເພື່ອເອົາວັດຖຸດິບມາປ້ອນໂຮງງານໃນຜ່ານມາເຊິ່ງເຫັນວ່າມີຜົນກະທົບຕໍ່ເຮືອນຊານບ້ານຊ່ອງແລະ ສຸຂະພາບຂອງປະຊາຊົນແມ່ນບໍລິສັດໄດ້ແກ້ໄຂດ້ວຍການຈ່າຍຊົດເຊີຍແລະ ຍົກຍ້າຍຈັດສັນອອກຈາກເຂດດັ່ງກ່າວແລ້ວເພື່ອຫລຸດຜ່ອນຈາກຜົນກະທົບຕ່າງໆທີ່ອາດຈະເກີດຂຶ້ນ.

No comments:

Post a Comment