Ad

Ad

11 August 2016

ສື່ລາວນັບມື້ເຕີບໃຫຍ່ຂະຫຍາຍຕົວ (13 ສິງຫາ ວັນສື່ມວນຊົນລາວ)

              ຖ້ານັບແຕ່ມື້ກເນີດຂອງສື່ມວນຊົນລາວເຮົາມາຮອດປັດຈຸບັນກໍມີອາຍຸຍືນຍາວເກືອບ 70 ປີແລ້ວ ຄືວັນທີ 13 ສິງຫາ 1950 ເປັນຈຸດເລີ່ມຕົ້ນແຫ່ງການກໍ່ສ້າງ, ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຈາກໜັງສືພິມລາວອິດສະລະທີ່ເປັນຜະລິດຕະພັນທຳອິດຂອງສື່ມວນຊົນລາວເຮົາ ພາຍໃຕ້ຮູບການເປັນກະບອກສຽງຂອງສູນກາງແນວລາວຮັກຊາດ ແລະ ມາຮອດປັດຈຸບັນ ສື່ດັ່ງກ່າວໄດ້ຂະຫຍາຍຕົວຢ່າງກ້າວກະໂດດຂັ້ນ ນັບທັງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະແມ່ນພາຍ ຫລັງກ້າວສູ່ສະຕະວັດທີ 21 ມານີ້ ເຊິ່ງເປັນຍຸກສະໄໝໂລກາພິວັດ, ຍຸກແຫ່ງຂໍ້ມູນຂ່າວສານ, ການເຊື່ອມໂຍງ ແລະ ການປະຕິວັດວິທະຍາສາດ-ເຕັກໂນໂລຊີມີການຂະຫຍາຍຕົວໄວ ສົ່ງຜົນໃຫ້ວຽກງານຖະແຫລງຂ່າວສື່ມວນຊົນຍິ່ງຂະຫຍາຍຕົວໄວ ແລະ ກວ້າງຂວາງ ແລະ ຫລາຍປະເທດໄດ້ເອົາ ໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່
ວຽກງານສື່ມວນຊົນປຽບເໝືອນອາວຸດທີ່ແຫລມຄົມຂອງປະເທດຊາດ, ສື່ສານແນວທາງນະໂຍບາຍຂອງພັກ-ລັດຖະບານໃຫ້ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງຕາມຄວາມເປັນຈິງ ແລະ ເຂົ້າໃຈເລິກເຊິ່ງ ອັນເປັນສິ່ງຂາດບໍ່ໄດ້ຂອງສັງຄົມໃດໜຶ່ງ ເຊິ່ງໄລ່ມາຮອດປັດຈຸບັນ ວຽກງານຂ່າວສານຂອງລາວເຮົາໄດ້ຮັບການປັບປຸງຢ່າງເປັນລະບົບ ແຕ່ສູນກາງລົງເຖິງຮາກຖານ ດ້ວຍອຸປະກອນເຕັກນິກທີ່ທັນສະໄໝ, ໜັງສືພິມ-ວາລະສານ (ສື່ສິ່ງພິມ) ຕ່າງໆໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ ເພີ່ມຂຶ້ນຈາກ 90 ສະບັບ ໃນປີ 2010 ມາເປັນຫລາຍກວ່າ 120 ສະບັບ ໃນປັດຈຸບັນ, ໃນນັ້ນໜັງສືພິມລາຍວັນມີ 10 ກວ່າສະບັບ, ພ້ອມຍັງມີໃບຂ່າວສານປະຈຳວັນທີ່ເປັນພາສາລາວ, ຝຣັ່ງ, ອັງກິດ, ໜັງສືພິມລາຍອາທິດ, ລາຍປັກ, ລາຍເດືອນ ແລະ ອື່ນໆ ໄດ້ຮັບການຂະຫຍາຍຕົວແຕ່ສູນກາງລົງຮອດທ້ອງຖິ່ນ. ພ້ອມນັ້ນ ສື່ເອເລັກໂຕຣນິກກໍໄດ້ຮັບການຂະຫຍາຍຕົວຄືໄລ່ມາຮອດປັດຈຸ ບັນທົ່ວປະເທດມີວິທະຍຸກະຈາຍສຽງ 63 ສະຖານີ ເພີ່ມຂຶ້ນ 20 ແຫ່ງ ທຽບໃສ່ປີ 2011, ໃນນັ້ນຢູ່ສູນກາງມີ 11 ແຫ່ງ, ແຂວງ 19 ແຫ່ງ ແລະ ເມືອງ 33 ແຫ່ງ, ກະຈາຍສຽງທາງພາກພື້ນດິນ ທັງລະບົບເອເອັມ ແລະ ເອັບເອັມ (AM&FM) ກວມເອົາ 90% ຂອງພື້ນທີ່ທົ່ວປະເທດ, ກະຈາຍສຽງຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫລາຍປະເທດໃນໂລກ, ສາ ມາດກະຈາຍສຽງເປັນພາສາຫວຽດນາມ, ຝຣັ່ງ, ອັງກິດ, ໄທ, ກຳປູເຈຍ ພ້ອມຍັງມີພາສາມົ້ງ ແລະ ກຶມມຸນຳດ້ວຍ, ສ່ວນໂທລະພາບ ລວມມີ 37 ສະຖານີ ເພີ່ມຂຶ້ນ 5 ແຫ່ງ ທຽບໃສ່ປີ 2011, ໃນນັ້ນຢູ່ສູນກາງມີ 9 ສະຖານີ, ແຂວງ 17 ແຫ່ງ, ເມືອງ 11 ແຫ່ງ ລວມຂອງພາກເອກະຊົນອີກ 3 ແຫ່ງ, ສາມາດແຜ່ພາບພາກພື້ນດິນກວມ 80% ຂອງພື້ນທີ່ທົ່ວປະເທດຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫລາຍປະເທດໃນໂລກ. ນອກນັ້ນຍັງມີສະຖານີຖ່າຍທອດໂທລະ ພາບຫວຽດນາມ VTV4, ໂທລະພາບ ສປ ຈີນ CCTV4 ແລະ CCTV-news ແລະ ຍັງມີການບໍລິການໂທລະພາບລະບົບໃຊ້ສາຍ ແລະ ລະບົບດີຈີຕອນ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ເບິ່ງຜູ້ຊົມໄດ້ເປັນຢ່າງດີ. ຄຽງຄູ່ກັນນັ້ນ ກໍຍັງມີສື່ໃໝ່ເອີ້ນວ່າ: New Media ອັນໄດ້ອຳນວຍຄວາມສະດວກໃຫ້ທຸກໆສື່ຂອງລາວສາມາດເປີດເວັບໄຊເປັນຂອງຕົນເອງ ໂດຍຜ່ານຊ່ອງທາງທີ່ມີຢູ່ໃນລະບົບເຄືອຂ່າຍອິນເຕີເນັດອັນໄດ້ຊ່ວຍໃຫ້ການຕອບສະໜອງຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດໄດ້ວ່ອງໄວ, ທັນການ ແລະ ກວ້າງຂວາງກວ່າເກົ່າ.

No comments:

Post a Comment