ໂດຍ : ວິເສດ ສະແຫວງສຶກສາ
ມື້ນີ້ຂໍມາແບບແຕກປອກອອກແນວທາງການຂຽນຂອງຈານແຫຍ່ເລັກໜ້ອຍ ເນື່ອງຈາກມີຫລາຍບັນຫາທີ່ຕ້ອງການທັງ
ແຫຍ່ທັງແທງ ແລະ ທັງສຽບ. ເລື່ອງທັງໝົດທັງປວງນີ້ແກະມາຈາກຄຳຄິດເຫັນທີ່ຜ່ານໜ້າໜັງສືພິມຕ່າງໆ, ບາງອັນກໍເປັນພຽງ
ຄວາມຄິດ, ບາງອັນເປັນຂໍ້ສະເໜີ ແລະ ມີຈຳນວນໜຶ່ງເນັ້ນຈັດເຂົ້າໃນບັນຊີຄວາມຂັດຂ້ອງໝອງໃຈເພື່ອໃຫ້
“ຊູ້ທາງໃຈ” ຂອງຄໍລຳ “ບັນຫາຈານແຫຍ່”
ຄິດຫງຳຊອກຫາຄຳຕອບຮ່ວມກັນ.
ບັນຫາທີໜຶ່ງ: ມີຫລາຍຫາງສຽງວ່າໃນງານລ້ຽງສັງສັນ ຫລື ງານສະເຫລີມສະຫຼອງວັນສຳຄັນລະຫວ່າງຄົນລາວກັບຄົນລາວ
ຫລື ລະຫວ່າງຄົນລາວກັບຕ່າງປະເທດກໍດີ,
ເວລາສະເໜີຂ່າວບໍ່ຢາກໃຫ້ເອົາຮູບຕອນ “ຍົກຈອກດື່ມ” ເພື່ອນັ້ນ
ເພື່ອນີ້ລົງຫລາຍທັງນີ້ກໍເພື່ອຄ່ອຍໆລຶບລ້າງການເອົາເຫລົ້າເປັນສັນຍາລັກຂອງງານ, ຂໍໃຫ້ເອົາຮູບຕອນອື່ນລົງເຊັ່ນການສຳຜັດມືລະຫວ່າງແຂກ.
ຢູ່ປະເທດໃກ້ຄຽງໃນພິທີສະຫລອງວັນຊາດຂອງ
ຕ່າງປະເທດນັ້ນ ເຂົາເລືອກເອົາຮູບກິດຈະກຳຕ່າງໆລົງຂ່າວ
ເຊັ່ນການວາງສະແດງຮູບຂອງປະເທດກ່ຽວຂ້ອງ,
ການສະແດງຟີມືຄົວອາຫານໂດຍມີຜູ້ຫລັກຜູ້ໃຫຍ່ປະເທດເຈົ້າພາບເຂົ້າຮ່ວມ.
ຖ້າພວກເຮົາຍາມໃດກໍສະເໜີແຕ່ພາບຕຳຈອກ,
ຕໍ່ໄປມັນກໍຈະກາຍເປັນຈິດສຳນຶກຂອງສັງຄົມວ່າເຫລົ້ານັ້ນປະເສີດເລີດລ້ຳ
ແລະ ມີຄວາມສຳຄັນ. ແລ້ວ... ພວກເຮົາຊິສັ່ງສອນໃຫ້ຄົນຫລຸດຜ່ອນ ຫລື ເລີກເຫລົ້າໄດ້ແນວໃດ ?.
ບັນຫາທີສອງ: ພວກເຮົາເຄີຍເວົ້າກັນກ່ຽວກັບບັນຫາປ້າຍວ່າຄວນຂຽນເປັນພາສາລາວ
ຫລື ເອົາພາສາລາວຢອງເທິງ,
ພາສາຕ່າງປະເທດໄວ້ຢູ່ເບື້ອງລຸ່ມ. ນອກນັ້ນ ກໍຍັງເວົ້າເຖິງຂະໜາດ
ແລະ ວິທີຕິດຕັ້ງປ້າຍໂຄສະນາ. ແຕ່ໃນຂະນະດຽວກັນພວກເຮົາພັດແນມກາຍກະໂຕສື່ສິ່ງພິມຂອງເຮົາເອງ.
ຕົວຢ່າງພໍເວົ້າຮອດຊື່ຄົນຕ່າງປະເທດກໍຂຽນເປັນໂຕສາກົນເລີຍໂດຍບໍ່ຄຳນຶງມີຄົນລາວທີ່ອ່ານພາສາຕ່າງປະເທດບໍ່ເປັນ.
ຍົກຕົວຢ່າງ: ທ່ານ Peter
Smith ຫົວໜ້າບໍລິສັດ SkyWalk
ມອບເງິນ 1 ລ້ານໂດລາໃຫ້.... ໃນກໍລະນີນີ້ ເປັນຫຍັງບໍ່ຂຽນວ່າ: ທ່ານ ພີເຕີ ສະມິດ (Peter Smith) ຫົວໜ້າບໍລິສັດ ສະກາຍວອກ (Sky
Walk) ມອບເງິນ 1 ລ້ານໂດລາ ໃຫ້.... ຜູ້ແກ້ບັນຫານີ້ຄົງໜີບໍ່ມົ້ມກົ້ມບໍ່ຫວິດບັນນາທິການທີ່ກ່ຽວຂ້ອງຫັ້ນລະ.
ບັນຫາທີສາມ: ຈານແຫຍ່ ອາດຕົກຂ່າວກໍເປັນໄດ້ເພາະບໍ່ຮູ້ວ່າມີຄຳສັ່ງຄຳແນະນຳທີ່ເປັນທາງການແທ້
ຫລື ບໍ່ ຫລື ເປັນ ພຽງຫົວຄິດລິເລີ່ມຂອງບາງກະຊວງ, ບາງສຳນັກງານສື່ທີ່ປ່ຽນຈາກການເອີ້ນ
ດຣ (ດ໋ອກເຕີ) ມາເປັນ ປອ. ຈານແຫຍ່ເຄີຍມີ ຄຳເຫັນຊົມເຊີຍຫົວຄິດປະດິດສ້າງນີ້ແລ້ວ
ແຕ່ກໍຍັງກັງວົນໃຈນຳຄວາມບໍ່ເປັນເອກະພາບ ເພາະບາງພາກສ່ວນເອີ້ນ ປອ, ບາງພາກສ່ວນເອີ້ນເຕັມຊື່ວ່າ
“ປຣິນຍາເອກ”
(ຕົວຢ່າງທ່ານ ປຣິນຍາເອກ ແດງຈ່າຍວ່າຍ...) ແລະ
ອີກສ່ວນໜຶ່ງຍັງໃຊ້ ດຣ ຄື ເກົ່າ. ຖ້າເປັນແບບນີ້ ເຫດໃດມັນຊິສັກສິດເປັນຈັກເທື່ອ ? ຫລື ຈະປ່ອຍໃຫ້ເຮັດຕາມຫລັກ
“ປະຊາທິປະໄຕຕາມໃຈ”
ບຸກຄົນຊັ້ນບໍ?.
ບັນຫາທີສີ່: ເລື່ອງນະໂຍບາຍພະນັກງານໄປຍົກລະດັບພາສາອັງກິດໄລຍະ 3 ເດືອນ, 6 ເດືອນ
ຫລື ຫລາຍກວ່ານັ້ນຢູ່ຕ່າງປະເທດ ເຊັ່ນສິງກະໂປ,
ນິວຊີແລນ,
ອົດສະຕຣາລີ ນັ້ນ ຂໍໃຫ້ເບິ່ງຄືນຄວນສົ່ງຜູ້ທີ່ຈະໄດ້ນຳໃຊ້ພາສາແທ້ໆ
ແລະ ຜູ້ທີ່ມີຄວາມ ສາມາດເກັບກ່ຽວເອົາຄວາມຮູ້ ນັ້ນໄດ້ແທ້ໆ, ຄວນຫລີກເວັ້ນການເລືອກພະນັກງານແບບນະໂຍບາຍໃຫ້ກັນໂດຍອີງຕາມຊັ້ນຕາມຫລືບ
ແຕ່ບໍ່ມີພື້ນຖານດ້ານພາສາ ຫລື ຮ້າຍກວ່ານັ້ນ ຍັງຢູ່ເກນອາຍຸໃກ້ບຳນານອີກ. ພະນັກງານຂັ້ນທີ່ຕ້ອງມີນາຍພາສາແປໃຫ້ນັ້ນຄວນຍົກເວັ້ນ.
ຂໍໃຫ້ກວດຄືນພາສາອັງກິດຂອງພວກທີ່ໄດ້ໄປຍົກລະດັບມາແລ້ວວ່າຍັງເຫລືອຈັກເປີເຊັນ ? ແລະ
ສົ່ງຄືນຈັກເປີເຊັນ ?
ຂໍຢ່າໃຫ້ຄວາມສຳຄັນກັບຄຳເວົ້າແກ້ໂຕວ່າ “ຖ້າໄດ້ໄປບຳລຸງ...
ບໍ່ໄດ້ຫລາຍກໍໄດ້ໜ້ອຍ”
ຕ້ອງປ່ຽນມາເປັນ “ຖ້າໄດ້ໄປຍົກລະດັບຕ້ອງຮັບປະກັນປະສິດທິຜົນ 100%” ສຸດທໍ່ນີ້ກ່ອນ.
No comments:
Post a Comment