ໂດຍ : ວິເສດ ສະແຫວງສຶກສາ
ເລີ່ມແຕ່ຕົ້ນເດືອນຕຸລາປີນີ້ ເປັນຕົ້ນມາ, ຈານແຫຍ່ໄດ້ມີໂອກາດຊ່ວຍບຳລຸງພາສາອັງກິດໃຫ້ພະນັກງານລັດຢູ່ສອງພາກ
ສ່ວນ. ດັ່ງນັ້ນ ຈຶ່ງຢາກໂສກັບຜູ້ອ່ານເລື່ອງການຮຽນພາສາອັງກິດຂອງພະນັກງານບ້ານເຮົາວ່າມີຄວາມສະດວກ
ແລະ ຫຍຸ້ງຍາກແນວໃດ. ຫວ່າງບໍ່ເຫິງມານີ້, ຈານແຫຍ່ອ່ານພົບຢູ່ເດິເນເຊິນ (The Nation) ໜັງສືພິມພາສາອັງກິດລະດັບຫົວແຖວຂອງໄທ ທີ່ວິຈານວ່າ: ຄົນໄທອ່ອນພາສາອັງກິດ, ແລ່ນບໍ່ທັນຄົນ
ຫວຽດນາມ. ແລ້ວກໍເສີມດ້ວຍເຫດຜົນຫລັກໆວ່າ:
ອ່ອນຍ້ອນຄົນໄທມີທັດສະນະຊາດນິຍົມຄັບແຄບເລື່ອງການຮຽນພາສາຕ່າງປະເທດ.
ເມື່ອເວົ້າເຖິງລະດັບຄວາມຮູ້ດ້ານພາສາອັງກິດ, ໄທມັກຈະສົມທຽບກັບຫວຽດນາມເປັນຕົ້ນຕໍອາດເປັນຍ້ອນວ່າໄທນັ້ນມີ
ເງື່ອນໄຂຮູ້ພາສາອັງກິດດີກວ່າຫວຽດນາມ ເພາະມີສາຍພົວພັນດ້ານເສດຖະກິດ, ການເມືອງ, ສັງຄົມກັບຕາເວັນຕົກ
ຫລື ພາຍໃນອາຊຽນໃກ້ຊິດ ແລະ ດົນນານ ກວ່າຫວຽດນາມ, ແຕ່ແລ້ວເປັນຫຍັງຄົນຫວຽດນາມທີ່ໄຂປະຕູສູ່ໂລກພາຍນອກນຳຫລັງໄທ ຈຶ່ງຮຽນພາສາອັງກິດໄດ້ໄວໄດ້ດີກວ່າຄົນໄທ.
ບົດຄວາມໃນ The
Nation ບອກວ່າ: ແນວຄິດຊາດນິຍົມຄັບແຄບດ້ານພາສານັ້ນ ສະແດງອອກໃນການຖືຕໍ່າພາສາອື່ນວ່າບໍ່ຈຳເປັນຮຽນກໍໄດ້, ຮູ້ແຕ່ພາສາໄທກໍຫາກິນໄດ້. ດັ່ງນີ້ເປັນຕົ້ນ ແລະ ເບື້ອງລາວເຮົາເດລະ
ເປັນແນວໃດເລື່ອງຮຽນພາສາອັງກິດນີ້ ? ຈານແຫຍ່ດີໃຈທີ່ກົດໝາຍການສຶກສາໄດ້ກຳນົດໃຫ້ພາສາອັງກິດເປັນວິຊາພາກບັງຄັບ
ນັບແຕ່ຫ້ອງປະຖົມ 3 ນີ້ຄື ບາດກ້າວທີ່ຈິງຈັງຕັ້ງໜ້າເພື່ອເຮັດໃຫ້ຄວາມຮູ້ດ້ານພາສາອັງກິດເປັນໜຶ່ງໃນສະພານຕໍ່ສູ່ການເຊື່ອມໂຍງອາຊຽນກໍຄືການເປີດກວ້າງສູ່ໂລກພາຍນອກ.
ກົດໝາຍໄດ້ເປີດໄຟຂຽວໃຫ້ມີການຈັດຕັ້ງຮໍ່າຮຽນ, ການເປີດໂຮງຮຽນຮຽນ-ສອນພາສາອັງກິດໃນຫລາຍຮູບແບບ ແລະ ລະດັບລວມທັງການຮ່ວມມືກັບສະຖາບັນພາສາອັງກິດຂອງຫລາຍປະເທດ.
ເວົ້າຄວາມຊື່,
ຈານແຫຍ່ ແນມເຫັນອະນາຄົດອັນແຈ່ມໃສຂອງຂະບວນການຮຽນ ແລະ ສອນພາສາອັງກິດຢູ່ບ້ານເຮົາຫາກທຽບກັບເວລາຈານແຫຍ່
ເລີ່ມຮຽນພາສາອັງກິດໃນປີ 1968 ຢູ່ໂຮງຮຽນວັດຈັນ ແລະ ຮຽນນຳຄູບາວັດອົງຕື້ ນະຄອນຫລວງວຽງຈັນ ຈາກນັ້ນກໍໄປຮຽນຕໍ່ຢູ່ໂຮງຮຽນລັດທີ່ມີຂະໜາດ “ເອາະເຍາະ” ຖ້າທຽບກັບຈຳນວນໂຮງຮຽນກໍຄືສະຖາບັນທີ່ສອນວິຊາຄວາມຮູ້ເກືອບທັງໝົດເປັນພາສາຝຣັ່ງ.
ແຕ່ ຈານແຫຍ່ ແລະ ພັກພວກກໍພໍເອົາຕົວລອດ ແລະ ມີຄວາມຮູ້ດ້ານພາສາອັງກິດພໍຕິດໄມ້ຕິດມືມາໃຊ້ຮອດສູ່ມື້ນີ້.
ຄຽງຄູ່ກັບຈຸດດີ ແລະ ເງື່ອນໄຂສະດວກໃນການຮຽນພາສາອັງກິດຍຸກນີ້ຢູ່ລາວພວກເຮົາຈານແຫຍ່ຍັງເຫັນບາງບັນຫາທີ່ຄວນແກ້.
ບັນຫາທີ່ຫລາຍ ຄົນແນມກາຍແຕ່ພັດທ່ວງດຶງການຮຽນການສອນພາສາອັງກິດຢູ່ບ້ານເຮົາໂດຍສະເພາະແມ່ນໃນໝູ່ພະນັກງານລັດຄື:
ໜຶ່ງ: ຫລາຍກະຊວງອົງການສຳນັກງານຂອງລັດຍັງຜິວເຜີນກັບການບຳລຸງພາສາອັງກິດໃຫ້ພະນັກງານເຊັ່ນ:
ຂາດການເລືອກສັນກັ່ນຕອງຄວາມສາມາດດ້ານພາສາຂອງພະນັກງານຢ່າງຈິງຈັງ ເພື່ອຈັດລະດັບບຳລຸງໃຫ້ຖືກຕ້ອງ.
ດັ່ງນັ້ນ ຈຶ່ງມັກມີພະຍາດ “ເຫີ່” ກັນຮຽນໃນເບື້ອງຕົ້ນ. ຈາກນັ້ນກໍກາຍເປັນ “ຫົວຊ້າງ ຫາງໜູ” ແລະ ເລີກລາກັນໄປ. ການຈັດຊົ່ວໂມງບຳລຸງພາສາອັງກິດໃຫ້ພະນັກ ງານຍັງມັກກຳນົດເອົານອກໂມງການເຊັ່ນ:
ເວລາເລີກການ ເຊິ່ງເປັນເວລາທີ່ທຸກຄົນອິດເມື່ອຍ ແລະ ຕ້ອງການກັບເຮືອນແລ້ວ.
ການຮັບເອົາຄູທາງນອກມາບຳລຸງກໍຂາດການສຶກສາຄຸນນະພາບ, ເບິ່ງແຕ່ຄວາມຄື. ຖ້າເປັນ ຄົນດັງໂມ, ຜົມອ່ອນ,
ຕາສີນ້ຳ ມວກແລ້ວ ກໍຄິດວ່າດີກວ່າເກັ່ງໂລດ, ທັງໆຜູ້ກ່ຽວອາດບໍ່ມີວິຊາການສອນຕິດໂຕເລີຍກໍເປັນໄດ້.
ສອງ: ການເລືອກຄົນໄປບຳລຸງພາສາອັງກິດຄືຢູ່ພາຍໃນກໍຄືຢູ່ຕ່າງປະເທດຍັງມີລັກສະນະ
ນະໂຍບາຍ,
ບໍ່ຄິດການໄກເຖິງການນຳໃຊ້ແບບຍືນຍົງ. ມີວິຊາການລາວຈຳນວນຫລາຍສິບຄົນໄປຮຽນເປັນນາຍແປພາສາອັງກິດ
ແຕ່ເວລາກັບຄືນພັດໄປເຮັດວຽກອື່ນ ຫລື ເຊົາແປຍ້ອນໄດ້ຂຶ້ນຊັ້ນຂຶ້ນຫລືບ ບໍ່ເໝາະທີ່ຈະເຮັດອາຊີບແປ, ສຸດທ້າຍກໍເລີຍບໍ່ມົ້ມນາຍພາສາໜ້າເກົ່າ.
ສາມ: ໃນການຮຽນພາສາອັງກິດຫລາຍຄົນຍັງເນັ້ນປັດໄຈ ແລະ ເງື່ອນໄຂພາຍນອກຫລາຍ
ກວ່າປັດໄຈພາຍໃນໃກ້ຕົວຄືມັກຄິດວ່າຖ້າໄດ້ໄປບຳລຸງຢູ່ປະເທດທີ່ໃຊ້ພາສາອັງກິດເປັນພາສາແມ່
ແລ້ວ,
ຕົນເອງຈະເກັ່ງ. ຖ້າໄດ້ໄປບຳລຸງຢູ່ໂຮງຮຽນນັ້ນໂຮງຮຽນນີ້ທີ່ມີຊື່ສຽງຈະຮຽນໄດ້ດີໄດ້ໄວ, ແຕ່ບໍ່ຄິດເຖິງລະບົບລະບຽບ ຫລື ວິທີຮຽນທີ່ເປັນສະເພາະຂອງຕົນເອງ, ບໍ່ເຂົ້າໃຈວ່າການຮຽນພາ ສານັ້ນຕ້ອງຮຽນແບບຕ່ອງໂສ້, ຮຽນຢ່າງເປັນປົກກະຕິ, ມີລະບົບ ແລະ ວິທີສະເພາະຂອງໃຜລາວ, ຄູອາຈານນັ້ນອາດມີຄວາມຈຳເປັນພຽງ 20% ເທົ່ານັ້ນ. ຖ້າບໍ່ເຂົ້າໃຈຄວາມສຳຄັນຂອງປັດໄຈພາຍໃນແລ້ວ, ເຖິງຈະມີໂອກາດໄປຮຽນຢູ່ຕ່າງປະເທດ ຫລື ໂຮງຮຽນດີໆສຸດທ້າຍກໍ “ສົ່ງຄືນ”. ນອກຈາກນັ້ນ, ຫລາຍຄົນຍັງນຳເຄື່ອງມືທັນສະໄໝເພື່ອຮຽນເຊັ່ນອາໄສແຕ່ໜ້າຈໍ, ແຕ່ບໍ່ໃຊ້ມືຫັດຂຽນຫັດແຕ່ງ, ບໍ່ຈົດບໍ່ແຕ້ມດ້ວຍມື ເຊິ່ງເປັນວິທີຈົດຈຳ ແລະ ເຝິກທັກສະໄດ້ດີທີ່ສຸດ.
ຈານແຫຍ່ວ່າເຊົາສາເຢີ້ແນວຄິດເຝີ້ຝັນ ຫລື ເຫີ່ ແບບເດີມໆແລ້ວມາຕັ້ງຕົນຮຽນແບບເອົາຕົນເອງເປັນທີ່ເພິ່ງຕົນເອງ.
No comments:
Post a Comment