1. ການທູດມີການເຕີບໃຫຍ່ຂະຫຍາຍຕົວແນວໃດ ໃນພາລະກິດແຫ່ງການປະຕິວັດຊາດ? ການ ເຄື່ອນໄຫວທາງການທູດໄດ້ມີບົດບາດສຳຄັນແນວໃດ
ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ?
ຕອບ:
ຂ້າພະເຈົ້າຂໍສະແດງຄວາມຂອບໃຈ
ແລະ ດີໃຈ ທີ່ບັນດາສື່ມວນຊົນເຮົາໄດ້ໃຫ້ຄວາມສົນໃຈ ຕໍ່ທັດສະນາ ແລະ
ການເຄື່ອນໄຫວຂອງຂ້າພະເຈົ້າໃນຂົງເຂດວຽກງານການທູດໃນໄລຍະຜ່ານມາ. ຂ້າພະເຈົ້າຖືວ່າ:
ແຕ່ໃດມາ ໂດຍສະ ເພາະພາຍຫລັງທີ່ມີ, ພັກປະຊາຊົນປະຕິວັດລາວນໍາພາ, ວຽກງານການຕ່າງປະເທດ ໄດ້ມີບົດບາດສໍາຄັນໃຫຍ່ຫລວງໃນພາລະກິດປະຕິວັດຂອງຊາດເຮົາ.
ໃນໄລຍະຕົ້ນດ້ວຍການຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ, ພິລະອາດຫານຂອງປະຊາ ຊົນລາວບັນດາເຜົ່າຕ້ານພວກລ່າເມື່ອງຂຶ້ນ ແລະ
ຍາດເອົາກາລະໂອກາດເອື້ອອໍານວຍຂອງໄຊຊະນະຜາບແພ້ຟາດຊິດເຢຍລະ ແລະ ຍິປຸ່ນ
ປະເທດເຮົາໄດ້ປະກາດໃຫ້ໂລກຮູ້ ກ່ຽວກັບຄວາມເປັນເອກະລາດຂອງຕົນ ໃນວັນທີ 12 ຕຸລາ 1945.
ຕໍ່ມາວຽກງານການຕ່າງປະເທດຂອງພວກເຮົາໄດ້ກໍ່ຕົວຂຶ້ນ, ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງໄປພ້ອມໆກັບ
ພາລະກິດປະຕິວັດຂອງພັກ.
ໃນພາລະກິດແຫ່ງການປະຕິວັດຊາດ ປະຊາທິປະໄຕ ເຊິ່ງແມ່ນພາລະກິດທີ່ຖືກຕ້ອງ ແລະ
ເປັນທໍາພັກ-ລັດເຮົາໄດ້ປະຕິບັດຕາມແນວທາງການຕ່າງປະເທດທີ່ຖືກຕ້ອງສອດຄ່ອງ ແລະ
ສະຫລາດສ່ອງໃສສາມາດເຕົ້າໂຮມໄດ້ກໍາລັງແຮງຢູ່ພາຍໃນ ແລະ ຍາດແຍ່ງໄດ້ຄວາມເປັນໃຈ, ການສະໜັບສະໜູນອູ້ມຊູ ແລະ ຊ່ວຍເຫລືອຂອງບັນດາປະເທດເພື່ອນມິດ
ແລະ ປະຊາຊາດໃນໂລກ,
ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດ ແລະ
ໄຊຊະນະອັນໃຫຍ່ຫລວງ ຂອງການປະຕິວັດຊາດ ປະຊາທິປະໄຕໃນແຕ່ລະໄລຍະເຊັ່ນ:
ການເຊັນສັນຍາຍອມຮັບຮູ້ເອກະລາດຂອງສາມຊາດໃນອິນດູຈີນ ປີ1954; ການລວມລາວຄັ້ງທີ2 ປີ1962; ການປະສົມ ແລະ ສ້າງຄວາມຖືກຕ້ອງປອງດອງຊາດ ໃນຊຸມປີ 1973-1975 ແລະ
ການຍຶດອໍານາດຢ່າງສົມບູນ ຈົນກ້າວໄປເຖິງການສະຖາປະນາ ສປປລາວ ຂອງພວກເຮົາໃນ ວັນທີ 2
ທັນວາ ປີ1975 ຢ່າງສະຫງ່າຜ່າເຜີຍ.
ໃນໄລຍະໃໝ່ແຫ່ງການປົກປັກຮັກສາ
ແລະ ພັດທະນາປະເທດຊາດ,
ການຕໍ່ສູ້ການເມືອງ
ກໍຄືການເຄື່ອນໄຫວດ້ານການທູດບົນພື້ນຖານຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ
ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ດຳເນີນການເຄື່ອນໄຫວຕາມນະໂຍບາຍເພີ່ມມິດ-ຫລຸດຜ່ອນສັດຕູນັ້ນ, ໄດ້ປະກອບສ່ວນສຳຄັນເຂົ້າທັບມ້າງກົນອຸບາຍມ້າງເພທໍາລາຍ, ການປິດລ້ອມ-ໂດດດ່ຽວ ຂອງອິດທິກໍາລັງປໍລະປັກ, ຍົກສູງອິດທິພົນບົດບາດຂອງ ສປປລາວໃນພາກພື້ນ ແລະ ສາກົນ, ສ້າງໃຫ້ເກີດບາດກ້າວກະໂດດເພື່ອຂະຫຍາຍການພົວພັນການທູດກັບບັນດາປະເທດເພື່ອນມິດ, ບັນດາພັກການເມືອງທີ່ກ້າວຫນ້າ ແລະ ອົງການຈັດຕັ້ງສາກົນຕ່າງໆ
ເພື່ອຮັບປະກັນໃຫ້ແກ່ການປະຕິບັດສອງຫນ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ.ໃນການປະຕິບັດປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການ,ພັກເຮົາໄດ້ເປັນເຈົ້າການປະຕິບັດການຫັນສູ່ການພົວພັນສາກົນ
ດ້ວຍຫຼາຍຮູບຫຼາຍແບບ ແລະ ຫຼາຍທິດ, ສ້າງທ່າແຮງບົ່ມຊ້ອນພາຍໃນປະເທດ
ແລະ ສາກົນ,
ສ້າງສະພາບແວດລ້ອມສາກົນທີ່ເອື້ອອໍານວຍ, ມີສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາພັດທະນາປະເທດຊາດ ແລະ
ເປັນເຈົ້າການໃນການເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ.
ຍ້ອນແນວທາງການຕ່າງປະເທດຂອງພັກ-ລັດ
ເຮົາມີຄວາມຖືກຕ້ອງ,
ສອດຄ່ອງກັບຄວາມເປັນຈິງຂອງສະພາບພາຍໃນ ແລະ ພາຍນອກ, ເຮັດໃຫ້ເພື່ອນມິດສາກົນທັງຢູ່ໃກ້ ແລະ ຢູ່ໄກ
ໄດ້ໃຫ້ຄວາມເຊື່ອໝັ້ນ,
ການສະໜັບສະໜູນພາລະກິດຂອງປະຊາຊົນລາວມາໂດຍຕະຫຼອດ. ບົດບາດ, ອິດທິພົນ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ
ໄດ້ຮັບການຍົກສູງຂຶ້ນຢ່າງເນື່ອງນິດລຽນຕິດ ແລະ ສປປ ລາວ
ກໍໄດ້ຮັບການຮ່ວມມືຊ່ວຍເຫລືອໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຫລວງຫລາຍ ແລະ
ຢ່າງຕໍ່ເນື່ອງ.ໃນຜ່ານມາປະເທດເຮົາຈຶ່ງໄດ້ຖືກຮັບເຂົ້າເປັນສະມາຊິກອາຊຽນ ໃນປີ1997 ແລະ
ເປັນສະມາຊິກອົງການການຄ້າໂລກ ປີ2012 ແລະ ເຂົ້າຮ່ວມຢູ່ໃນຫລາຍສົນທິສັນຍາສາກົນ.
ກ້າວເຂົ້າສູ່ສະຕະວັດທີ
21 ນີ້,
ຂ້າພະເຈົ້າເຫັນວ່າສະພາບການສາກົນຍັງສືບຕໍ່ຜັນແປໄປຢ່າງໄວວາສັບສົນ
ແລະ ຄາດຄະເນໄດ້ຍາກ
ເຊິ່ງມີທັງເງື່ອນໄຂອໍານວຍ ແລະສິ່ງທ້າທາຍທົດສອບໃຫຍ່ຫລວງສໍາລັບປະເທດເຮົາ.
ທ່າອ່ຽງລວມກໍຍັງແມ່ນສັນຕິພາບ ແລະການຮ່ວມມື; ການແກ່ງແຍ່ງແຂ່ງຂັນ ແລະການພັດທະນາ; ແລະ ໂລກຍັງຈະສືບຕໍ່ເປັນໂລກຫລາຍຂົ້ວ.
ເພາະສະນັ້ນການເຄື່ອນໄຫວການທູດກໍຄືການພົວພັນຮ່ວມມືກັບຂົງເຂດ ແລະ ສາກົນ
ກໍຍິ່ງນັບມື້ນັບກວ້າງຂວາງ ແລະ
ເລິກເຊິ່ງເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີການປັບປຸງຢ່າງເປັນປະຈໍາທັນການທາງດ້ານເນື້ອໃນ, ຮູບແບບ ແລະ ວິທີການໃຫ້ສອດຄ່ອງ
ແລະມີປະສິດທິຜົນສູງຂຶ້ນເລື້ອຍໆ.
ສະນັ້ນ,
ຈຶ່ງສາມາດເວົ້າໄດ້ວ່າວຽກງານການຕ່າງປະເທດເປັນຍຸດທະສາດທີ່ສໍາຄັນອັນໜຶ່ງຂອງພັກ-ລັດເຮົາ
ໃນການເຕົ້າໂຮມກໍາລັງ ເພື່ອປົກປັກຮັກສາ ແລະ ສ້າງລະບອບປະຊາທິປະໄຕປະຊາຊົນ
ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍສັງຄົມນິຍົມ.
2. ຂໍໃຫ້ທ່ານເລົ່າບົດຮຽນ ແລະ
ປະສົບການໃນການເຄື່ອນໄຫວວຽກງານຂອງທ່ານໃນຜ່ານມາວ່າມີຄືແນວໃດແດ່?
ຕອບ:
ໃນປີ
1983,
ຂ້າພະເຈົ້າໄດ້ເລີ່ມມາເຮັດວຽກຢູ່ກະຊວງການຕ່າງປະເທດ ແລະ
ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ
ປະຈໍາສະຫະພາບໂຊວຽດໃນໄລຍະປີ 1984-1986; ໃນປີ 1987ຂ້າພະເຈົ້າກໍໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ
ແລະ ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງໃນໄລຍະນັ້ນວຽກງານການຕ່າງປະເທດ ກໍຄືວຽກງາງການທູດ
ແມ່ນການປະຕິບັດສອງຫນ້າທີ່ຍຸດທະສາດໃຫຍ່ຄື ປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມຂອງຊາດ.
ໃນໄລຍະທີ່ຂ້າພະເຈົ້າ ດໍາລົງຕໍາແໜ່ງນັ້ນ, ອິດທິກໍາລັງປໍລະປັກຕໍ່ລະບອບໃໝ່
ໄດ້ອອກແຮງໂຄສະນາບິດເບືອນແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ, ດໍາເນີນການໃສ່ຮ້າຍປ້າຍສີລະບອບ ໃໝ່, ປິດລ້ອມ ເພື່ອໂດດດ່ຽວປະເທດເຮົາໃນທຸກດ້ານ.ເມື່ອເປັນແນວນີ້, ຂ້າພະເຈົ້າກໍເປັນຜູ້ໜຶ່ງທີ່ໄດ້ອອກແຮງຂົນຂວາຍຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດທີ່ຮັກບ້ານເກີດເມືອງນອນ, ສ້າງເປັນກ້ອນກຳລັງສາມັກຄີ, ສຶກສາອົບຮົມໃຫ້ເຂົ້າໃຈ ແລະ ເຫັນແຈ້ງຄວາມຖືກຕ້ອງຂອງແນວທາງນະໂຍບາຍຂອງພັກ-ລັດ, ຕ້ານຄືນການໂຄສະນາບິດເບືອນດັ່ງກ່າວ. ພ້ອມກັນນັ້ນ,ກໍໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ບັນດານັກການທູດແລະພະນັກງານຂອງສະຖານທູດລາວທີ່ປະຈໍາຢູ່ປະເທດຕ່າງໆໃຫ້ມີທັດສະນະຫລັກຫມັ້ນທີ່ຈະແຈ້ງ, ມີຄວາມຫນັກແຫນ້ນທາງດ້ານການເມືອງ, ບໍ່ຫວັ່ນໄຫວຕໍ່ການໂຄສະນາຊວນເຊື່ອ, ຕັ້ງໜ້າປະຕິບັດຫນ້າທີ່ດ້ວຍຜົນສຳເລັດອັນຈົບງາມ.ຂ້າພະເຈົ້າຕີລາຄາວ່າ:ການເຄື່ອນໄຫວຕໍ່ສູ້ທາງດ້ານການເມືອງຂອງວຽກງານການຕ່າງປະເທດແມ່ນວຽກງານໃຫຍ່, ສໍາຄັນ, ແມ່ນການຕໍ່ສູ້ທີ່ມີຄວາມຫຍຸ້ງຍາກ,ສັບສົນ, ດຸເດືອດຂ້ຽວຂາດ
ແລະລະອິດລະອ້ຽວພໍສົມຄວນ.
ຕະຫຼອດໄລຍະການເຄື່ອນໄຫວໃນຂົງເຂດວຽກງານການທູດຂອງຕົນນັ້ນ, ຂ້າພະເຈົ້າສາມາດສະຫຼຸບໄດ້ບາງບັນຫາທີ່ຖືວ່າສໍາຄັນດັ່ງນີ້:
ຕ້ອງກໍາແໜ້ນແນວທາງການຕ່າງປະເທດຂອງພັກ-ລັດເຮົາ ທີ່ຢຶດໝັ້ນສັນຕິພາບ, ເອກະລາດ, ມິດຕະພາບ ແລະ
ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ຕັ້ງໜ້າເຊື່ອມໂຍງກັບພາກພື້ນ
ແລະ ສາກົນ ຢ່າງເປັນເຈົ້າການ.
ກໍາແໜ້ນຍຸດທະສາດທີ່ຈະແຈ້ງໜັກແໜ້ນ, ສະເໝີຕົ້ນສະເໝີປາຍ ແລະ ຍຸດໂທບາຍທີ່ນີ້ມນວນຄ່ອງແຄ້ວ
ໄຫວພິບໃນແນວທາງການຕ່າງປະເທດຂອງພັກ-ລັດເຮົາ ໃນແຕ່ລະໄລຍະ ແລະ ແຕ່ລະສະຖານະການ. ສົມທົບແໜ້ນລະຫວ່າງແນວທາງ
ແລະ ການເຄື່ອນໄຫວຕ່າງປະເທດ ກັບການເຄື່ອນໄຫວດ້ານອື່ນໆຂອງພັກ-ລັດ(ເສດຖະກິດ, ວັດທະນະທໍາ, ສັງຄົມ,
ປກສ-ປກຊ...) ສາມາດເຮັດໃຫ້ການເຄື່ອນໄຫວການທູດ ຫລື
ການຕ່າງປະເທດເວົ້າລວມ ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ວຽກງານການຕ່າງປະເທດ ເປັນການເຄື່ອນໄຫວທີ່ກວ້າງຂວາງ ແລະ
ຕິດພັນກັບຫລາຍຂົງເຂດວຽກງານ. ເພາະສະນັ້ນຕ້ອງມີກົນໄກການປະສານງານພາຍໃນ, ພາຍນອກເປັນຢ່າງດີ, ນໍາໃຊ້ຫລາຍຮູບການ,
ວິທີການທີ່ສອດ ຄ່ອງ ແລະ ອຸດົມສົມບູນ, ເວລາໃດກໍຕ້ອງຢູ່ໃນທ່າເປັນເຈົ້າການຢູ່ສະເໝີ.
ວຽກງານການຕ່າງປະເທດ,
ເວລາໃດກໍຢູ່ໃຕ້ການຊີ້ນໍານໍາພາ, ເປັນເອກະພາບຂອງພັກ. ສະນັ້ນ ກ່ອນອື່ນຄະນະພັກຄະນະນໍາ
ຕ້ອງເອົາໃຈໃສ່ເຮັດວຽກງານການເມືອງແນວຄິດຢ່າງເລິກເຊິ່ງ, ເປັນປະຈໍາ ແລະ ທົ່ວເຖິງ; ຕັ້ງໜ້າກໍ່ສ້າງຖັນແຖວພະນັກງານ ໃຫ້ມີຄວາມໜັກແໜ້ນດ້ານການເມືອງ, ເກັ່ງດ້ານວິຊາສະເພາະ, ຊໍານານດ້ານການ ເຄື່ອນໄຫວວຽກງານ ແລະ ເປັນເຈົ້າການຄົ້ນຄວ້າສະເໜີຄໍາເຫັນໃຫ້ແກ່ການປັບປຸງ
ການຊີ້ນໍານໍາພາຂອງພັກ-ລັດ ກໍຄືການແກ້ໄຂສະຖານະການຕ່າງທີ່ຈະເກີດຂຶ້ນ.
No comments:
Post a Comment