ໂດຍ : ວິເສດ ສະແຫວງ ສຶກສາ
ໃນບົດກ່ອນໆຈານແຍ່ເວົ້າບໍ່ທັນສຸດເລື່ອງທີ່ໄດ້ຟັງມາກັບຫູຈາກຫລາຍໆກອງປະຊຸມທີ່ມີຜູ້
ໃຫຍ່ໄມ້ສູງຂັ້ນ “ທ໋ອບໆ” (ຊອດຈາກຄຳວ່າ Top ພາສາອັງກິດແປວ່າຂັ້ນຍອດໆ, ສູງໆ).
ຈານແຍ່ມັກຈະຕົບມືຊົມເຊີຍຕົນເອງທຸກຄັ້ງທີ່ໂຊກດີໄດ້ຕິດຕາມກອງປະຊຸມລະດັບນີ້ ເພາະເປັນ
ໂອກາດທີ່ຈະໄດ້ເກັບກ່ຽວເອົາຂໍ້ຄິດໃໝ່ໆໝາດໆຈາກປາກເຫລົ່າຜູ້ນຳໂດຍກົງ. ເທື່ອກ່ອນໆໃນຄໍ
ລຳເວທີ “ບັນຫາຈານແຍ່” ອັນດຽວນີ້ລະຈານແຍ່ໄດ້ເວົ້າສະເໜີຄວາມຄິດເຫັນຂອງຜູ້ນຳຫລາຍ ທ່ານກ່ຽວກັບຄຳວ່າ “ຜູ່” ກັບ “ຜູ້” ຄຳໃດຖືກແທ້.
ສຸດທ້າຍກໍລົງເອີ່ຍກັນວ່າຕ້ອງໃຊ້ຄຳວ່າ “ຜູ້”
ເພາະເປັນຄຳສັບທີ່ໄດ້ຮັບການຢັ້ງຢືນໃນວັດຈະນານຸກົມທຸກໆສະບັບ
ແລະ ເປັນຄຳສັບທີ່ພວກເຮົາໃຊ້ຢ່າງເປັນທາງການມາແລ້ວ ແລະ ກໍບໍ່ຈຳເປັນດອກທີ່ຈະໄປຢ້ານວ່າອາດມີຜູ້ແປຄຳວ່າ
“ຜູ້” ວ່າ “ເພດຜູ້” ຫລື ໂຕ “ເຖິກ” ເພາະ “ຜູ້” ຍັງມີຄວາມໝາຍວ່າ
“ຄົນ” ເຊັ່ນ “ຜູ້ແທນ” ແປວ່າຄົນທີ່ເປັນຕົວແທນ, “ຜູ້ ໃດ” ແປວ່າຄົນໃດ ?.
ສ່ວນສິ່ງທີ່ໄດ້ຍິນຈາກກອງປະຊຸມຄັ້ງຫວ່າງຢ່ານີ້
ແມ່ນສຽງຈົ່ມທີ່ວ່າພາສາລາວຂອງພວກເຮົາດຽວນີ້ “ໄປກັນໃຫຍ່”
ບໍ່ມີຫົວມີຂາ, ສຸດແລ້ວແຕ່ຜູ້ຊິເວົ້າ-ຜູ້ຊິຂຽນ. ດັ່ງນັ້ນ ມັນຕ້ອງມີອົງການ ຫລື
ໜ່ວຍງານທີ່ມີອຳນາດ “ກົກຊີ້ຕາຍ-ປາຍຊີ້ເປັນ” ຄວບຄຸມບັນຊາຄັກແນ່ພາສາລາວຈຶ່ງໄປລອດໃນຍຸກນີ້. ພໍມາຮອດຈຸດ ນີ້, ຈານແຍ່ເລີຍຄິດຮອດບົດທີ່ ທ່ານ ພູມີ ວົງວິຈິດ ລັດຖະບູລຸດ
ລະດັບຫົວແຖວຂອງຊາດລາວພວກເຮົາທີ່ເວົ້າກ່ຽວກັບສະພາບຊອດກະຈາຂອງພາສາລາວ.
ທີ່ຈື່ບໍ່ລືມກໍເພາະທ່ານໄດ້ຂຽນລະອຽດຊີ້ແຈງວ່າອັນໃດແມ່ນຄຳ ສັບໄທ, ອັນໃດແມ່ນຄຳສັບລາວ. ດຽວນີ້ຈະຫາຜູ້ລົງລະອຽດເລື່ອງພາສາ, ເລື່ອງວັດທະນະທຳຄື ທ່ານ ພູມີ ວົງວິຈິດ ນັ້ນມັນບໍ່ແມ່ນ
ເລື່ອງງ່າຍໆແລ້ວໃດ໋. ໃນຄໍານໍາ ຂອງປຶ້ມໄວຍາກອນລາວຈັດພິມໂດຍສໍານັກພິມ ແນວລາວຮັກຊາດ
ເມື່ອປີ 1966 ນັ້ນ (ແຕ່ຫລາຍຄົນເສືອກເອີ້ນວ່າປຶ້ມໄວຍາກອນທ່ານພູມີ !)
ທ່ານ ພູມີ ໄດ້ຊີ້ຈຸດໜຶ່ງທີ່ເປັນອຳມະຕະຮອດດຽວນີ້ ຄືຄຳເຫັນທີ່ວ່າ: “ຄົນລາວເຮົາທີ່ຢູ່ຕາມບໍລິເວນໃກ້ຊາຍແດນນັ້ນມີໂອກາດໄປຫາມາສູ່ກັບຄົນຕ່າງປະເທດ, ສຸດທ້າຍກໍເລີຍຫລົງພາສາລາວກັບພາສາເພື່ອນບ້ານ, ແຍກບໍ່ອອກວ່າອັນໃດເປັນຂອງເພິ່ນຂອງໂຕສາເຫດຕົ້ນຕໍກໍຍ້ອນວ່າຄົນລາວ
ເຮົາເອງກຳພາສາຕົນເອງບໍ່ແໜ້ນ” (ນີ້ແມ່ນເວົ້າຕາມຄວາມເຂົ້າໃຈຂອງຈານແຍ່ເອງ).
ທີ່ບອກວ່າເປັນຄຳເວົ້າອຳມະຕະ (ຫລື ອະມະຕະ ແປວ່າ ຕາຍບໍ່ເປັນ)
ນັ້ນ ກໍເພາະວ່າ ດຽວນີ້ “ຊາຍແດນ” ທີ່ວ່ານັ້ນ
ມັນຍ້າຍຫລັກໝາຍເຂົ້າມາໃນມຸ້ງໃນມານ ຫລື ລາມມາຮອດຕີນຂັ້ນໄດຂອງແຕ່ລະຄົວເຮືອນແລ້ວ
ຈົນມີຫລາຍຄົນບອກວ່າຊາຍແດນໃນຍຸກເຊື່ອມໂຍງນີ້ບໍ່ມີອີກແລ້ວ. ເມື່ອເປັນຄືແນວນີ້, ຖ້າບໍ່ມີ “ເສົາເຂັມ”
ພາສາລາວທີ່ແໜ້ນແກ່ນອີ່ຫລີເອກະລັກສະເພາະຂອງພາສາພວກເຮົາກໍຄົງຈະນັບມື້ເສື່ອມໂຊມລົງຢ່າງບໍ່ຕ້ອງສົງໄສ.
ສູ່ມື້ນີ້ກໍເຫັນກັນແລ້ວ ເດວ່າໃຜໄດ້ຄຳສັບໃດຈາກລາຍການວິທະຍຸ-ໂທລະພາບໄທກໍເອົາມາໃຊ້ໂລດ, ໃຊ້ແບບໜ້າຕາເສີຍ, ໃຊ້ດ້ວຍຄວາມພູມໃຈວ່າຕົນທັນສະໄໝ ມີຄຳສັບໃໝ່ໃຊ້ລື່ນໝູ່ ເຊັ່ນພໍໄດ້ຍິນຄຳວ່າ “ລາມປາມ” ກໍລືມຄຳວ່າ “ຊະຊາຍ” ທີ່ເຄີຍໃຊ້ມາ, ໄດ້ຍິນຄຳວ່າ “ເຝົ້າລະວັງ”
ກໍລືມຄຳວ່າ “ຕິດຕາມ”
ຫລື “ຍົກສູງສະຕິລະວັງ...”, ໄດ້ຍິນຄຳວ່າ “ໂຕເຕັງ”
ກໍເອົາມາໃຊ້ໂລດ
ທັງໆທີ່ເຮົາມີຄຳສັບລາວທີ່ເຄີຍໃຊ້ມາກ່ອນແລ້ວ. ນອກຈາກນັ້ນ ພໍໄດ້ຍິນເຂົາເວົ້າວ່າ “ມະຫາໄລ” ບາງຄົນກໍແລ່ນນຳ
ແລະ ທຳທ່າ ຂີ້ຄ້ານເວົ້າ “ມະຫາວິທະຍາໄລ” ຍ້ອນມັນຍາວໂພດ.
ເວົ້າແນວນີ້ຢ່າຫາວ່າຈານແຍ່ຄັບແຄບ, ອັນໃດໄທເວົ້າແລ້ວ ຈະຖືວ່າບໍ່ແມ່ນພາສາໝົດກໍບໍ່ຖືກ.
ເຊື້ອຊາດເຜົ່າພັນຂອງສອງປະເທດນີ້ມີປັດໄຈເຊື່ອມປະສານກັນຫລາຍໆ, ແຕ່ທີ່ຢາກເວົ້າກໍຄືຢ່າເອົາຄຳສັບອື່ນມາແທນຄຳສັບທີ່ພວກເຮົາມີແລ້ວ
ແລະ ເຄີຍໃຊ້ມາແລ້ວ ເພາະມັນຈະພາໃຫ້ລະ ບົບເອກະສານລາວ ແລະ ເຮັດໃຫ້ບາງຄວາມໝາຍຜິດຜ້ຽນໄປ
ເຊັ່ນມີບາງຄົນຄິດວ່າຄຳວ່າ “ພໍ ພຽງ” ໃນພາສາໄທນັ້ນແມ່ນອັນດຽວກັບ
“ພຽງພໍ” ໃນພາສາລາວ.
ຄິດແນວນີ້ຜິດຖະໜັດ. “ພໍ ພຽງ” ໃນຄວາມໝາຍຂອງໄທນັ້ນແປວ່າ
“ກຸ້ມຕົນເອງ” ໃນພາສາລາວ ຫລື “ພໍກິນພໍໃຊ້” ຫລື “ພໍຢູ່ພໍກິນ” ກໍໄດ້.
ຈານແຍ່ດີໃຈທີ່ວ່າຈະຕ້ອງໃຫ້ມີໜ່ວຍງານທີ່ມີສິດເດັດຂາດໃນການຕັດສິນບັນຫາພາສາ
ລາວຢ່າງເປັນເອກະພາບແຕ່ຂໍໃຫ້ມີອຳນາດແທ້ໆເນີ້, ຢ່າເອົາຄວາມຮູ້ພາສາລາວມາຕິດພັນກັບຖານະຕຳແໜ່ງ ຫລື ອຳນາດສ່ວນບຸກຄົນ.
ຢ່າຄິດວ່າເຮົາເປັນນາຍແລ້ວຈະເປັນໄດ້ທັງນາຍຂອງໄວຍາກອນ.
ຈານແຍ່ໄດ້ຍິນພໍໝັດແໝ໋ວວ່າຕໍ່ໄປຈະໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດຊີ້ຂາດເລື່ອງພາສາລາວ.
ອັນນີ້ຂໍຍໍມືສາທຸນຳແຕ່ຂໍໃຫ້ເຂັດໃຫ້ຢຳແທ້ໆ. “ເຢິກ !”
ເທື່ອນີ້ຂໍ ໃຫ້ເປັນເທື່ອສຸດທ້າຍເທາະເພາະຜ່ານມາເຄີຍ “ເຢິກ !” ມາແລ້ວ
ຫລາຍເທື່ອແຕ່ກໍ “ເປິ” ຄືເກົ່າ. ບັນຫາພາສາລາວຕ້ອງເດັດໃຫ້ຂາດ ( ຄໍລຳ ບັນຫາຈານແຍ່ )

ຫລາຍເທື່ອແຕ່ກໍ “ເປິ” ຄືເກົ່າ.
ຈານແຍ້ເວົ້າມາກໍ່ມີສ່ວນຖືກ ແລະສ່ວນຜິດ ເພາະການນຳໃຊ້ພາສາລາວ ມີການປັບປຸງທູກຍຸກທຸກສະໄໝ ຜູ້ໃດຂຽນກໍ່ວ່າຂອງຕົນເອງຖືກຕ້ອງ ຄັກແນ່ ໂດຍສະເພາະໂຄສົກໂທລະພາບ ແລະ ນໜັງສືພີມຕ່າງໆ ແຕ່ຢາກໃຫ້ຈານແຍ້ ເຂົ້າໃຈກ່ຽວກັບກົກເຄົ້າຄວາມເປັນມາຂອງພາລາວຕະກຸລາວ-ໄທ ລ້ວນແລ້ວແຕ່ມີເຄົ້າ ແລະ ຢືມສັບມາຈາກພາສາບາລີ ແລະ ສັນສະກິດ ສັບທີ່ໃຊ້ຈື່ງຍັງມີລັກສະນະບໍ່ລະອຽດຈະແຈ້ງ
ReplyDelete