ວັນທີ 22 ພະຈິກນີ້,ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ທັງປະທານຄະນະກຳມາທິການເພື່ອຄວາມກ້າວຫນ້າຂອງແມ່
ແລະ ເດັກແຫ່ງຊາດໄດ້ສົ່ງສານລະ ນຶກວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໂດຍມີເນື້ອໃນວ່າ:ວັນທີ
25 ພະຈິກ ທີ່ຈະມາເຖິງນີ້ ເປັນວັນສາກົນແຫ່ງການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ທີ່ໄດ້ຫມຸນວຽນມາຄົບຮອບອີກວາລະຫນຶ່ງ ຊຶ່ງວັນດັ່ງກ່າວນີ້ໄດ້ມີຄວາມຫມາຍ ແລະ
ຄວາມສຳຄັນຫລາຍ, ທັງເປັນການໂຄສະນາ, ປຸກລະດົມ,
ປູກຈິດສໍານຶກ ໃຫ້ທົ່ວປວງຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບັນຫາຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ,
ການຈໍາແນກ ແລະ ການລ່ວງລະເມີດຕໍ່ສິດທິຂອງແມ່ຍິງກໍຄືສິດທິຂອງມະນຸດ,
ການລະນຶກເຖິງ
ວັນດັ່ງກ່າວຢູ່ ສປປ ລາວ ໃນຄັ້ງນີ້
ໄດ້ຈັດຂື້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ
ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X
ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ
5 ປີ ຄັ້ງທີ VIII ແລະ
ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG$ , ໂດຍສະເພາະ
ແມ່ນການບັນລຸເປົ້າໝາຍທີ 5 ເພື່ອໃຫ້ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊື່ງເປັນຂີດຫມາຍ
ແລະ ບາດ ກ້າວຫນຶ່ງທີ່ສຳຄັນ ເພື່ອພັດ ທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ,
ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ້ງຄັ້ງເຂັ້ມແຂງ,
ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ,
ຍຸຕິທຳ ແລະ ສີວິໄລ. ທ່ານຮອງນາຍົກກ່າວວ່າ: ຄວາມຮຸນແຮງຕໍ່ແມ່ຍິງ,ໄດ້ເກີດຂຶ້ນມາແຕ່ດົນນານແລ້ວ ຊຶ່ງຮາກເຫງົ້າຂອງຄວາມຮຸນແຮງນັ້ນແມ່ນຍ້ອນລະດັບການສຶກສາຍັງຕໍ່າ,
ການ ເຊື່ອຖືງົມງວາຍ, ການປະຕິບັດຮີດຄອງປະເພນີ
ແບບເກົ່າແກ່ຫຼ້າຫຼັງ, ຄວາມທຸກຍາກຂາດເຂີນ, ທັດສະນະຄະຕິ ຂອງການໃຫ້ຄຸນຄ່າລະຫວ່າງແມ່ຍິງ ແລະ ຜູ້ຊາຍ ທີ່ແຕກຕ່າງກັນ ແລະ
ສິ່ງຫຍໍ້ທໍ້ອື່ນໆ ທີ່ມີຕໍ່ແມ່ຍິງຢູ່ໃນສັງຄົມ. ຄວາມຮຸນແຮງທີ່ເກີດຂຶ້ນ ໄດ້ສົ່ງຜົນກະທົບຕ່ໍ່ຮ່າງກາຍ,
ຈິດໃຈຂອງແມ່ຍິງ,ຊຶ່ງເປັນອຸປະສັກກີດຂວາງ ແລະ
ເຮັດໃຫ້ແມ່ຍິງ ບໍ່ມີໂອກາດໄດ້ປັບປຸງ ແລະ ພັດທະນາໂຕເອງດີເທົ່າທີ່ຄວນ.
ທ່ານ
ຮອງນາຍົກກ່າວວ່າ: ອີງຕາມສະຖິ
ຕິຂອງການສຳຫຼວດ ກ່ຽວກັບການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນໂລກເຫັນວ່າ:
ປະຈຸບັນໃນທົ່ວໂລກ ມີແມ່ຍິງຫຼາຍກວ່າ 700 ລ້ານຄົນ ,ຖືກບັງຄັບໃຫ້ແຕ່ງງານແຕ່ອາຍຸຍັງນ້ອຍ
ແລະ ມີເດັກຍິງ ປະມານ 250 ລ້ານຄົນ ໄດ້ແຕ່ງງານກ່ອນອາຍຸ 15 ປີ. ແມ່ຍິງທີ່ແຕ່ງ
ງານກ່ອນອາຍຸ 18 ປີ ແມ່ນຮຽນບໍ່ຈົບ ແລະ ມີຄວາມສ່ຽງຫລາຍຕໍ່ການໃຊ້ຄວາມຮຸນແຮງໃນຄອບຄົວ,
ມີຄວາມສ່ຽງໃນເວລາເກີດລູກ ເຊັ່ນ: ເສຍເລືອດຫຼາຍ, ລູກເກີດກ່ອນກຳນົດ, ເດັກມີນໍ້າໜັກຫຼຸດເກນກໍານົດ.
ນອກຈາກນັ້ນ ຍັງເຫັນວ່າ 1 ໃນ 3 ຂອງແມ່ຍິງເຄີຍຖືກການໃຊ້ຄວາມຮຸນແຮງທາງຮ່າງກາຍ ຫຼື
ທາງເພດ,ຊຶ່ງສ່ວນໃຫຍ່ແມ່ນຖືກການໃຊ້ຄວາມຮຸນແຮງຈາກຜູ້ເປັນຜົວ
ຫຼື ຄູ່ຮ່ວມຊີວິດ,ໃນທົ່ວໂລກມີຫຼາຍກວ່າ 50%
ຂອງການລະເມີດທາງເພດ ແມ່ນເກີດຂື້ນກັບເດັກຍິງ ທີ່ມີອາຍຸຕ່ຳກວ່າ 16 ປີ ແລະ ມີພຽງ 4 ໃນ
10 ຄົນ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໄດ້ຊອກຫາຄວາມຊ່ວຍເຫຼືອທາງດ້ານກົດໝາຍ, ດ້ານສຸຂະພາບ ແລະ ຄວາມປອດໄພ ແລະ ເພື່ອແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ຢູ່ບັນດາປະເທດຕ່າງໆໃນໂລກ, ອົງການສະຫະປະຊາຊາດ
ໄດ້ອອກກົດໝາຍສາກົນດັ່ງສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ( ຊີດໍ ໃນປີ
1979 ) ແລະ ມີຜົນບັງຄັບໃຊ້ໃນປີ 1981,ໂດຍມີ 189 ປະເທດເຂົ້າຮ່ວມເປັນພາຄີ. ນອກຈາກນັ້ນ ຍັງມີຖະແຫຼງການ ແລະ
ແຜນປະຕິບັດງານ ກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ
ໃນດ້ານຕ່າງໆອີກ. ໃນປີ 2013 ບັນດາປະເທດອາຊຽນ ກໍ່ໄດ້ມີຖະແຫຼງການອາຊຽນ
ວ່າດ້ວຍການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະດັ່ງນັ້ນ, ເນື່ອງໃນໂອກາດລະນຶກວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ໃນປີ 2016 ນີ້, ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງທຸກພາກສ່ວນ,
ບັນ ດາຂະແໜງການທີ່ກ່ຽວ ຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ທັງພາກລັດ, ເອກະຊົນ ແລະ ພົນລະເມືອງລາວທຸກທົ່ວໜ້າ
ຈົ່ງໄດ້ພ້ອມກັນເອົາໃຈ ໃສ່ ແລະ ໃຫ້ຄວາມສຳຄັນ ດັ່ງນີ້:
1. ເພີ່ມທະວີ ແລະ
ເອົາໃຈໃສ່ໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກ
ໃນຂອບເຂດທົ່ວປະເທດ ເພື່ອໃຫ້ສັງຄົມ ມີການປັບປ່ຽນທັດສະນະຄະຕິ, ພຶດຕິກຳ ແລະ ຈິນຕະນາການເກົ່າ ຂອງຄົນຈໍານວນໜຶ່ງໃນສັງຄົມ ທີ່ຍັງຍອມຮັບ ແລະ
ໃຫ້ອາໄພໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ມີຄວາມຮັບຮູ້ເຂົ້າ ໃຈວ່າ ຄວາມຮຸ່ນແຮງຕໍ່ແມ່
ຍິງເປັນສິ່ງທີ່ສັງຄົມຮັບບໍ່ໄດ້.
2.
ເອົາໃຈໃສ່ຊ່ວຍເຫລືອຜູ້ທີ່ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ,ໃຫ້ຄຳປຶກສາດ້ານສຸຂະພາບ,
ດ້ານຈິດໃຈ, ທີ່ພັກເຊົາທີ່ປອດໄພ, ຊ່ວຍເຫຼືອທາງດ້ານກົດໝາຍ ຈາກເຈົ້າໜ້າທີ່ຍຸຕິທຳ, ເຈົ້າໜ້າທີ່ຕຳຫຼວດ,
ໄອຍະການ ແລະ ສານ ລວມເຖິງການສ້າງເງື່ອນໄຂ ແລະ
ໂອກາດໃຫ້ແມ່ຍິງບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາ, ໄດ້ຮັບການຝຶກອົບຮົມດ້ານການເມືອງ
ແລະ ດ້ານເຕັກນິກວິຊາຊີບ, ໄດ້ມີວຽກເຮັດງານທຳ, ໄດ້ເຂົ້າເຖິງແຫຼ່ງທຳມາຫາກິນ ເປັນຕົ້ນ ແຫຼ່ງທຶນ ເພື່ອດຳເນີນການບໍລິ ການ,
ການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ຕົນເອງ
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄອບຄົວ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂື້ນ
ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.
3. ຮັບປະກັນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ
ເພື່ອປ້ອງກັນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໃຫ້ການຊ່ວຍ
ເຫຼືອແກ່ຜູ້ທີ່ຖືກເຄາະຮ້າຍ ໃຫ້ໄປຮອດໄປເຖິງປະຊາຊົນບັນດາ ເຜົ່າ
ໂດຍຜ່ານຂະບວນການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ຮັບປະກັນມາດຕະຖານ
ການສ້າງຄອບຄົວວັດທະນະທໍາ, ບ້ານພັດທະນາຮອບ ດ້ານ ແລະ
ປະຕິບັດສິດສະເໝີພາບຍິງ-ຊາຍ.
4. ເອົາໃຈໃສ່ສ້າງຄວາມເຂັ້ມແຂງ
ແລະ ປັບປຸງ ທາງດ້ານການຈັດ ຕັ້ງ ແລະ ບຸກຄະລາກອນ
ທີ່ຮັບຜິດຊອບວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່ ແລະ ເດັກ ໃຫ້ຂະແໜງການ ແລະ
ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມສັກສິດຂອງລະບຽບກົດໝາຍ ແລະ
ການຈັດຕັ້ງປະຕິບັດກົນໄກປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ
ໃຫ້ມີປະສິດທິຜົນ.
5. ເພີ່ມທະວີການຮ່ວມມື
ໃນລະດັບພາກພື້ນລວມທັງການຮ່ວມມືໃນກອບຂອງອາຊຽນ ແລະ ການຮ່ວມມືສອງຝ່າຍກັບບັນດາປະເທດໃກ້ຄຽງກໍຄືການຮ່ວມມືໃນລະດັບສາກົນໃນວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ແລະ ເດັກນ້ອຍ ເພື່ອແລກປ່ຽນບົດຮຽນ ແລະ ລະດົມການຊ່ວຍເຫຼືອ ທາງດ້ານວິຊາການ ແລະ ທຶນຮອນ
ເຂົ້າໃນວຽກງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນ. ອີກເທື່ອໜຶ່ງ ຂ້າ ພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງເຂົ້າຮ່ວມໃນຂະບວນການດັ່ງກ່າວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ,
ກົດໝາຍຂອງລັດ ແລະ ສົນທິສັນຍາສາກົນ ວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃຫ້ໄດ້ຮັບໝາກຜົນຕົວຈິງ.
No comments:
Post a Comment