Ad

Ad

31 December 2014

12 ນະໂຍບາຍໃຫຍ່ຂອງລັດສົ່ງເສີມການຜະລິດກະສິກຳ ແກ້ໄຂຄວາມອຶດຫີວ



    ລັດຖະບານ, ກໍຄືຄະນະກຳມະການປະສານງານລະດັບຊາດໂຄງການຜະລິດເຂົ້າ ແລະ ສັດ ເພື່ອຄ້ຳປະກັນສະ ບຽງອາຫານ ແລະ ເປັນສີນຄ້າ,ໄດ້ກຳນົດ 12 ນະໂຍບາຍ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວຂອງ ປະເທດໃນຕໍ່ໜ້າໄວ້ຄື: 1 ນະໂຍບາຍດ້ານການພັດທະນາ ແລະ ຄຸ້ມຄອງທີ່ດິນກະສິກຳ ໂດຍເນັ້ນໃສ່ການສະຫງວນ ທີ່ດິນນາໃນເຂດຊົນລະປະທານຫ້າມຫັນປ່ຽນໄປນຳໃຊ້ເພື່ອເປົ້າໝາຍອື່ນ, ຂຶ້ນທະບຽນທີ່ດິນນາໂດຍການອອກ ໃບສຳມະໂນທີ່ດິນນາແບບບໍ່ເສຍຄ່າທຳນຽມ,ພ້ອມທັງກຳນົດເງື່ອນໄຂຜູ້ທີ່ຈະໄດ້ຮັບສຳມະໂນທີ່ດິນກະສິກຳ ແລະ ຢັ້ງຢືນສິດນຳໃຊ້ທີ່ດິນ.2 ນະ​ໂຍບາຍ​ສົ່ງ​ເສີມ​ດ້ານ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ໂດຍ​ເນັ້ນ​ໃສ່​ການ​ປອດ​ໜີ້ ​ແລະ ຕົ້ນທຶນ​ຕໍ່​ຜູ້​ກໍ່ສ້າງ​ໂຮງສີ​ເຂົ້າ ​ແລະ ​ໂຮງງານ​ປຸງ​ແຕ່ງ ຫລື ​ໂຮງງານ​ຝຸ່ນ-ປຸ໋ຍ.3 ນະ​ໂຍບາຍ​ດ້ານ​ການ​ເງິນ ​ແລະ ທະນາຄານ ​ແນ​ໃສ່​ເພື່ອ​ເຮັດ​ໃຫ້​ຜູ້​ຜະລິດ, ຜູ້​ປຸງ​ແຕ່ງ, ຜູ້​ປະກອບ​ການ ລວມທັງ​ຜູ້​ສະໜອງ​ປັດ​ໄຈ​ການ​ຜະລິດ​ໄດ້​ເຂົ້າ​ເຖິງ​ແຫ​ລ່ງທຶນ​ທີ່​ສົມ​ເຫດ​ສົມ​ຜົນ​ເພື່ອ​ດຳ​ເນີນ​ການ​ຜະລິດ​ໃຫ້​ມີ​ປະສິດທິພາບ, ປະສິດທິ​ຜົນ​ສູງ​ເພື່ອ​ແກ່ງ​ແຍ້​ງຕະ ຫລາດ​ໄດ້ ​ແລະ ມີ​ຄວາມ​ຍືນ​ຍົງ.4 ນະ​ໂຍບາຍ​ດ້ານ​ກະສິກຳ​ສະອາດ ​ແນ​ໃສ່​ຊຸກຍູ້​ສົ່ງ​ເສີມ​ຜູ້​ຜະລິດ​ໃຫ້​ດຳ​ເນີນ​ການ​ຜະລິດ​ຕາມ​ມາດຕະຖານ​ກະສິກຳ​ສະອາດ ​ແລະ ​ໄປ​ຕາມ​ທິດ​ພັດທະນາ​ກະສິກຳ​ຍືນ​ຍົງຕິດ​ພັນ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ.5 ນະ​ໂຍບາຍ​ດ້ານ​ພະລັງງານ ​ແນ​ໃສ່​ເພື່ອ​ໃຫ້​ຜູ້​
ຜະລິດ ​ແລະ ຜູ້​ປະກອບ​ການ​ນຳ​ໃຊ້​ພະລັງງານ​ຢ່າງ​ປະຢັດມີ​ຕົ້ນທຶນ​ການ​ຜະລິດ​ຕ່ຳສາມາດ​ແກ່ງ​ແຍ້​ງ​ແຂ່ງຂັນ​ໄດ້​ໃນ​ຕະຫລາດ​ພາຍ​ໃນກໍ​ຄື​ພາກພື້ນ.6 ນະ​ໂຍບາຍ​ດ້ານ​ການ​ຕະຫລາດ, ລາຄາ ​ແລະ ການ​ລົງທຶນ ​ແນ​ໃສ່​ເພື່ອ​ພັດທະນາ​ຕະຫລາດ​ເຂົ້າ​ໃຫ້​ກວ້າງ ​ແລະ ມີ​ຄວາມ​ໝັ້ນຄົງ​ຮັບປະກັນ​ການ​ສະໜອງ ​ແລະ ຄວາມ​ຕ້ອງການ,ສາມາດ​ຮັກສາ​ລາຄາ​ທີ່​ເໝາະ​ສົມ.7 ນະ​ໂຍບາຍ​ດ້ານ​ແຮງ​ງານ​ແນ​ໃສ່​ເພື່ອ​ຮັບປະກັນ​ຈຳນວນ​ແຮງ​ງານ​ກະສິກຳ​ໃຫ້​ພຽງພໍ,ມີ​ສີມື​ແຮງ​ງານ​ສູງ ​ແລະ ຍົກ​ຄຸນ​ນະພາ​ບຊີວິດ​ໃຫ້​ດີ​ຂຶ້ນ ​ແນ​ໃສ່​ເຮັດ​ໃຫ້​ມີ​ການ​ພັດທະນາ​ຊົນນະບົດ​ແບບ​ຍືນ​ຍົງ.8 ນະ​ໂຍບາຍ​ທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາ,ມາດຖານ ​ແລະ ວັດ​ແທກ ​ແນ​ໃສ່​ເພື່ອ​ເຮັດ​ໃຫ້​ສິນຄ້າ​ເຂົ້າຂອງ​ລາວ​ມີ​ການຈະ​ເລີ​ນ​ເຕີບ​ໃຫຍ່ສາມາດ​ແຂ່ງຂັນ​ກັບ​ພາກພື້ນ ​ແລະ ສາກົນ,ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ,ທັງ​ເປັນ​ການ​ປົກ​ປ້ອງ​ສິດ​ຂອງ​ນິຕິບຸກຄົນ, ປົກ​ປ້ອງຜະລິດ​ຕະພັນ​ເຂົ້າຂອງ ສ ປປ ລາວ ​ແລະ ຫລີກ​ເວັ້ນການ​ປອມ​ແປງ​ເຄື່ອງໝາຍ​ສິນຄ້າ.9 ນະ​ໂຍບາຍ​ຄົ້ນຄວ້າ ​ແລະ ສົ່ງ​ເສີມ​ດ້ານ​ແນວ​ພັນ​ເຂົ້າ ​ແນ​ໃສ່​ເພື່ອ​ຮັບປະກັນ​ການ​ສະໜອງ​ແນວ​ພັນ​ເຂົ້າທີ່​ມີ​ຄຸນ​ນະພາ​ບ,​ເໝາະ​ສົມ ​ແລະ ພຽງພໍ​ໃຫ້​ກັບ​ຊາວນາ​ຜູ້​ຜະລິດ​ໄດ້​ນຳ​ໃຊ້​ຢ່າງ​ທົ່ວ​ເຖິງ,ທັນ​ເວລາ ​ແລະ ມີ​ສ່ວນ​ແຮ​ໄວ້ ສຳລັບ​ໃນ​ເວລາ​ເກີດ​ໄພ​ທຳ​ມະ​ຊາດ.10 ນະ​ໂຍບາຍ​ດ້ານ​ການ​ຂົນ​ສົ່ງ​ແນ​ໃສ່​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຈໍລະ​ຈອນ​ສິນຄ້າ​ເຂົ້າ​ໃຫ້​ມີ​ຄວາມ​ສະດວກ ຮັບປະກັນ​ທາງ​ດ້ານ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ.11 ນະ​ໂຍບາຍ​ພັດທະນາ​ຊົນນະບົດ (​ເຄຫາ​ສະຖານ-ຜັງ​ເມືອງ) ​ແນ​ໃສ່​ເພື່ອ​ວາງ​ແຜນ-ຈັດ​ສັນ​ບ້ານ​ເຮືອນ​ຕາມ​ທິດ​ເຕົ້າ​ໂຮມ​ບ້ານ​ນ້ອຍ​ເປັນ​ບ້ານ​ໃຫຍ່ ​ແລະ ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ຕິດ​ພັນ​ກັບ​ການ​ພັດທະນາ​ກະສິກຳ​ເປັນ​ສິນຄ້າ ​ແລະ ຄ້ຳປະກັນ​ສະບຽງ​ອາຫານ​ແບບ​ຍືນ​ຍົງ ແລະ 12 ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ລັດ​ສົ່ງ​ເສີມ​ໃຫ້​ມີ​ການ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ​ແລະ ມີ​ນະ​ໂຍບາຍ​ຕໍ່​ກັບ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ມາ​ລົງທຶນ​ໃສ່​ການ​ຜະລິດ​ກະສິກຳ​ໃນ​ທຸກຂັ້ນຕອນ​ຂອງ​ຂະ​ບວນຕ່ອງ​ໂສ້​ມູນ​ຄ່າ​ເພີ່ມ.

No comments:

Post a Comment