Ad

Ad

31 December 2014

​​ໂຄງການໄຟຟ້າ​ພະລັງງານ​ຄວາມ​ຮ້ອນຫົງ​ສາ​ຕ້ອງການ​ເພື່ອນ​ຮ່ວມ​ງານຈຳນວນຫຼາຍ



      ໂຄງການ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ຈາກ​ຖ່ານ​ຫີນ, ທີ່ດຳ​ເນີນ​ການກໍ່ສ້າງ​ມາ​ແຕ່​ປີ 2010 ຢູ່​ເມືອງ​ຫົງ​ສາ ​ແຂວງ​ໄຊ​ຍະ​ບູລີ, ໂດຍ​ບໍລິສັດ​ຜູ້​ຮັບ​ເໝົາທີ່​ມີ​ຄວາມ​ຊ່ຽວຊານ​ໃນ​ການກໍ່ສ້າງ​ໂຮງ​ໄຟຟ້າ, ​ໂດຍ​ໃຊ້​ເຕັກ​ໂນໂລຊີທັນ​ສະ​ໄໝ ແລະ ​ເປັນ​ທີ່​ຍອມຮັບ​ໃນ​ລະດັບ​ສາກົນ, ມາ​ຮອດ​ປັດຈຸບັນ​ນີ້​ມີ​ຄວາມ​ຄືບໜ້າປະມານ 93%.​ ເປັນ​ໂຄງ ການໜຶ່ງທີ່ຢູ່​ພາຍ​ໃຕ້​ກາ​ນຮ່ວມ​ມື​ເພື່ອ​​ພັດທະນາ​ພະລັງງານ​ໄຟຟ້າ​ລະຫວ່າງ ລາວ ແລະ ​ໄທ, ​ໃນ​ນັ້ນໂດຍ​ໃຊ້​ຖ່ານ​ຫີນເປັນ​ເຊື້ອ​ເພີງ, ​ລັດ​ວິ​ສະຫະ​ກິດ​ຖືຫຸ​້ນລາວ 20%, ບໍລິສັດ​ບ້ານ​ປູ​ພາວ​ເວີ​ຈຳກັດ 40% ​ແລະ ລາຊບູລີ ຜະລິດ​ໄຟຟ້າ​ຈຳກັດ​ມະຫາຊົນ 40 %​ ​ເປັນ​ຜູ້​ຖື​ຫຸ້ນ. ມີ​ມູນ​ຄ່າການ​ລົງ​ທືນ 3.710 ລ້ານ​ໂດ​ລາ​ສະຫະລັດ, ມີ​ກຳລັງ​ການ​ຜະລິດ​ລວມ 1.878 ເມ​ກາ​ວັດ. ຈະ​ຈຳໜ່າຍ​ໃຫ້​ກັບ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຈຳນວນ 100 ເມ​ກາ​ວັດ, ການ​ໄຟ ຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ 1.473 ເມ​ກາ​ວັ​ດ ​ເປັນ​ເວລາ 25 ປີ  ​ແຕ່ 2016-2041.

      ທ່ານ ຄົມ​ເພັດ ​ແກ້ວ​ພິລາ ​​ພະນັກງານຝ່າຍ​ປະຊາ​ສຳພັນໃຫ້​ຮູ້​ວ່າ:  ປັດຈຸບັນແມ່ນຍັງ​ຕ້ອງການ​ພະນັກງານ​ເປັນ​ຈຳນວນຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ຄົນລາວ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ​ໄດ້ດີ, ທັງ​ນີ້​, ກໍເພື່ອ​ຮັບປະກັນ​ໃຫ້​ທັນ​ກັບ​ການ​ເດີນ​ເຄື່ອງ​ຜະ​ລິດ​​ໄຟຟ້າໜ່ວຍທຳ​ອິດ​ໃນ​ເດືອນ​ມິຖຸນາ ປີ 2015 ນີ້, ​ເຖິງ​ແມ່ນ​ວ່າປັດຈຸບັນ​​ມີແຮງ​ງານ​ລາວແລ້ວ​ 2.827 ຄົນ ແຕ່​ຍັງ​ບໍ່ພຽງພໍ​ກັບ​ຄວາມ​ຕ້ອງການ​​ໃນ​ການເຮັດ​ວຽກຕົວ​ຈິງ​ເຊິ່ງໜ້າວຽກທີ່​ພວມ​ຈັດຕັ້ງປະຕິບັຢູ່​ໂຄງການ​ປະກອບ​ມີ​ການກໍ່ສ້າງ​ໂຮງ​ໄຟຟ້າ, ວຽກງານ​ກະກຽມລະບົບ​ການ​ຈັດການຂີ້​ເທົ່າ ​ແລະ ຫຍິບ​ຊຳ​, ວຽກ​ເປີດໜ້າດິນ ແລະ ຕິດຕັ້ງອຸປະກອນ​ສຳລັບ​ຂຸດ​ຄົ້ນ​ບໍ່​ແຮ່, ວຽກງານ​ພື້ນຖານ​ໂຄງ​ລ່າງ ​ ​ແລະ  ວຽກງານ​ພັດທະນາ​ສັງຄົມ

No comments:

Post a Comment