Ad

Ad

31 December 2014

ຄະດີ​ຄາດ​ຕະກຳ​ສະ​ເທືອ​ນຂວັນໃນ​ປີ 2014



       ​​ໃນ​​ປີ 2014 ​ໄດ້​ມີ​​ເຫດ​ຄາດ​ຕະກຳ​ເກີດ​ຂຶ້ນ​ເປັນ​ຈຳນວນ​ຫລາຍ ​ອັນ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ ​ແລະ ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມຢູ່​ປະ​ເທດ​ເຮົາ​ເຊັ່ນ: ​​ໃນ​ວັນ​ທີ 10 ກັນຍາ 2014 ​ຄົນ​ຮ້າຍ​ໄດ້​ໃຊ້​ປືນ​​ຍິງ​ທ້າວ ​ແກ້ວ​ອຸດອນ ອາຍຸ 31 ປີ ຢູ່​ເສັ້ນທາງ​ຕັດ​ໃໝ່​ໜອງ​ບົວທອງ-ໜອງ​ບຶກ ​ເມືອງ​ສີ​ໂຄດ​ຕະບອງ ​ເສຍ​ຊີວິດ​ຄາ​ທີ່, ຄະດີ​ດັ່ງກ່າວ​ຢູ່​ໃນ​ຂັ້ນຕອນ​ສືບສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່; ​ໃນ​ວັນ​ທີ 14 ​ເມສາ 2014 ທ້າວ ສະຫວັດ​ໄຊ ​ໄດ້​ໃຊ້​ປືນ​ຍິງ​ແຟນສາວ ນາງ ສຸດທິ​ດາ ​ເສຍ​ຊີວິດ​ກ່ອນ​ໃຊ້​ປືນ​ກະບອກ​ດຽວ​ກັນ​ຍິງ​ໂຕ​ເອງ​ຕາຍ​ນຳ ​ເຫດ​ເກີດ​ຢູ່​ບ້ານ​ດົງ​ນາ​ໂຊກ​ໃຕ້ ​ເມືອງ​ສີ​ໂຄດ​ຕະບອງ; ​ໃນ​ວັນ​ທີ 2 ກໍລະກົດ 2014 ​ເຫດ​ຄາດ​ຕະກຳ​ທ້າວ ​ເພັດ​ສະໝອນ ອາຍຸ 21 ປີ ​ເຊິ່ງຖືກຍິງ​ດ້ວຍ​ອາວຸດ​ປືນ​ເສຍ​ຊີວິດ​ຄາ​ທີ່ ຢູ່​ເຂດ​ບ້ານ​ໂພນ​ສະຫວ່າງ ​ເມືອງ​ຈັນທະ​ບູລີ; ​ເຫດຄາດ​ຕະກຳ​ປຸ້ນ​ເອົາ​ຊັບ​ຄອບຄົວ​ພະນັກງານ​ຍາມ​ຕະຫລາດ​ສວນ​ມອນ ​ເມືອງ​ສີ​ສັດຕະ​ນາກ ​​ໃນ​ວັນ​ທີ 27 ກໍລະກົດ 2014 ຄົນ​ຮ້າຍ​ໄດ້​​ໃຊ້​ຂອງ​ແຂງທຸບ​ຕີ​ນາງ ມະນີ​ວັນ ຈົນ​ເສຍ​ຊີວິດ, ສ່ວນ​ຜົວ ​ແລະ ລູກ​ສາວ 2 ຄົນ ຖືກ​ທຸບ​ຕີ​ໄດ້​ຮັບ​ບາດ​ເຈັບ​ສາຫັດ, ສ່ວນ​ຄົນ​ຮ້າຍ​ຍັງ​ຈັບ​ບໍ່​ທັນ​ໄດ້; ​ໃນ​ວັນ​ທີ 13 ມັງກອນ 2014 ທ້າວ ພອນ​ວິ​ໄລ ອາຍຸ 51 ປີ ຢູ່​ບ້ານ​ໜອງ​ແຫ້ວ ​ເມືອງ​ຫາດ​ຊາຍ​ຟອງ ​ໄດ້​ຄາດ​ຕຳ​ກຳ​ນາງ ໝ້ວຍ ອາຍຸ 41 ປີ ຜູ້​ເປັນ​ເມຍ ​ໂດຍ​ການ​ໃຊ້​ຂອງ​ມີ​ຄົມ​ແທງ​ຈົນ​ເສຍ​ຊີວິດ ຍ້ອນ​ເມົາ​ຢາ​ບ້າ​ຢ່າງ​ຮຸນ​ແຮງ​ແລ້ວ​ເກີດ​ປະສາດ​ຫລອນ; ​ຄາດ​ຕະກຳ​ເອົາ​ຊັບຂອງ​ນາງ ສີສະ​ຫ່ຽມ ອາຍຸ​ປະມານ 50 ປີ ​ຢູ່​​ເຂ​ດບ້ານ​ດ່ານ​ຊ້າງ ​ເມືອງ​ໄຊ​ທານີ ​ແລະ ​ຄົນ​ຮ້າຍ​ຖືກ​ສານ​ຕັດສິນ​ຈຳ​ຄຸກ​ຕາມ​ລະບຽບ​ກົດໝາຍ; ​
ເຫດການ​ໄວ​ລຸ້ນ​ໃຊ້​ອາວຸດ​ມີ​ຄົມ​ແທງ​ກັນ​ຕາຍ ຢູ່​ບ້ານດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ​​ໃນ​ວັນ​ທີ 10 ສິງຫາ 2014; ​ໃນ​ວັນ​ທີ 23 ​ເມສາ 2014 ທ້າວ ພຸດ ອາຍຸ 28 ປີ ​ໄດ້​ໃຊ້​ຂອງ​ມີ​ຄົມ​ແທງ​ນາງ ​ແສງ​ດາວ ອາຍຸ 23 ປີ ​ເສຍ​ຊີວິດ ​ເຊິ່ງ​ເປັນ​ຜົວ​ຂອງ​ຜູ້​ຕາຍ ຢູ່​ບ້ານ​ຫ້ວຍ​ຫລ້າ ​ເມືອງ​ສັງ​ທອງ ຈາກ​ນັ້ນກໍ​ໄດ້​ແທງ​ຕົນ​ເອງ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ຍ້ອນ​ເມົາ​ຢາ​ບ້າ;  ​ເຫດຄາດ​ຕະກຳ​​ເອົາ​ຊັບ​ຂອງ​ທ້າວ ຊາຍ ອາຍຸ 13 ປີ ຢູ່​ບ້ານ​ຕາດ​ທອງ ​ເມືອງ​ສີ​ໂຄດ​ຕະບອງ ​ໂດຍ​ການ​ໃຊ້​ເຊືອກ​ຮັດ​ຄໍ​ຈົນ​ເສຍ​ຊີວິດ​ຄາ​ທີ່. ຄົນ​ຮ້າຍ​ຊື່​ທ້າວ ຈັນ​ສະໝອນ ອາຍຸ 21 ປີ ຄົນ​ບ້ານ​ດຽວ​ກັນ ​ແລະ ​ເຫດການ​ໃນ​ວັນ​ທີ 19 ມີນາ 2014 ພົບ​ສົບ​ນິລະນາມ​ນອນ​ເສຍ​ຊີວິດ​ຢູ່​ປ່າ​ເລົ່າ​ຫ່າງ​ຈາກ​ທາງ 450 ປີ ປະມານ 100 ​ແມັດ ​ເຂດ​ບ້ານ​ນາ​ບຽນ ​ເມືອງ​ໄຊ​ເສດ​ຖາ. ຄະດີ​ດັ່ງກ່າວ​ເຈົ້າໜ້າ​ທີ່​ພວມ​ສືບສວນ-ສອບ​ສວນ​ຫາ​ສາ​ເຫດ​ຂອງ​ການ​ຄາດ​ຕະກຳ ​ໂດຍ​ຄະດີ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ໄດ້​ສ້າງ​ຄວາມ​ສະ​ເທືອ​ນຂວັນ ​ແລະ ​ເປັນ​ປາກົດການ​ຫຍໍ້​ທໍ້​ທາງ​ສັງຄົມ​ບໍ່​ໜ້ອຍ​ໃນ​ໜຶ່ງ​ປີຜ່ານມາ.

No comments:

Post a Comment