Ad

Ad

31 December 2014

ໜຶ່ງປີຜ່ານມາຢູ່ນະຄອນຫຼວງມີ​ຜູ້​ເສຍ​ຊີວິດ 175 ຄົນຈາກ​ອຸປະຕິເຫດບົນທ້ອງຖະໜົນ



    ທ່ານ ພັທ ບຸນ​ມາກ ສູນ​ດາ​ໄລ ຮອງ​ຫົວໜ້າພະ​ແນ​ກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ​ໃຫ້​ຮູ້​ວ່າ: ການ​ເກີດ​ອຸປະຕິເຫດ​ທົ່ວ​ນະຄອນຫຼວງວຽງຈັນນັບ​ແຕ່​ວັນ​ທີ 16 ກັນຍາ 2013 ຫາ ວັນ​ທີ 15 ທັນວາ 2014:​ເກີດ​ຂຶ້ນ​ທັງໝົດ 1.472 ກໍລະນີ,ມີ​ພາຫາ​ນະ​​ເປ່​ເພ 2.896 ຄັນ,ບາດ​ເຈັບ 2.368 ລາຍ ​ແລະ ​ເສຍ​ຊີວິດ 202 ລາຍ ​ເຫັນ​ວ່າ​ຕົວ​ເລກ​ອຸປະຕິເຫດ ​ແລະ ຜູ້​ເສຍ​ຊີວິດ​ແມ່ນຫຼຸດລົງ.ແຕ່​ສ່ວນ​ໃຫຍ່​ສາ​ເຫ​ດທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ແມ່ນ​ຈາກ​ການ​ດື່ມ​ສິ່ງ​ມືນ​ເມົາ,ຜູ້​ຂັບ​ຂີ່​ບໍ່ປະຕິບັດ​ກົດ​ລະບຽບຈະລາຈອນ ແລະ ອື່ນໆ, ສະນັ້ນ​ເພື່ອ​ໃຫ້​ອຸປະຕິ​ເຫດຫຼຸດຜ່ອນລົງ​ໃນຕໍ່ໜ້ານີ້, ທ່ານພັນໂທ ບຸນ​ມາກ ​ໄດ້​ຮຽກຮ້ອງ​ເຖິງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນຈົ່ງ​ມີ​ສະຕິ​ລະວັງ​ຕົວ​​ໃນການ​ຂັບ​ຂີ່,ໃຫ້ກຽດ​ເຊິ່ງກັນ ແລະ ກັນ​, ພ້ອມ​ກັນ​ປະຕິບັດ​ກົດ​ລະບຽບຈະລາຈອນ​ໃຫ້​ເຂັ້ມງວດ​ໂດຍ​ສະ​ເພາະ​ແມ່ນ​ໃນຊ່ວງສະຫຼອງສົ່ງ​ທ້າຍ ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່ 2015 ນີ້ ຂໍ​ໃຫ້​ທຸກ​ຄົນ​ໃນ​ທົ່ວ​ສັງຄົມ​ຈົ່ງ​ມີ​ສະຕິ​ໃນ​ການ​ໄປ-ການ​ມາ, ​ເມົາ​ແລ້ວ​ບໍ່ຄວນ​ຂັບ​ຂີ່​ລົດ,ທັງ​ນີ້​ກໍ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ເກີດ​ອຸບັດ​ເຫດ​ທ້ອງ​ຖະໜົນ.

No comments:

Post a Comment