Ad

Ad

13 June 2014

ສະພາບ​ຂີ້ລັກ, ງັດ​ແງະ​ຍັງ​ເກີດ​ມີ​ຫລາຍ



     ​ເຈົ້າໜ້າ​ທີ່ ປກສ ນະຄອນ ຫລວງ​ວຽງ​ຈັນ ​ເປີດ​ເຜີຍ​ວ່າ: ປັດຈຸບັນ, ສະພາບ​ຂີ້ລັກ, ງັດ​ແງະ ​ແລະ ປຸ້ນ​ຈີ້ຊີງ​ຊັບ​ໄດ້​ກັບ​ມາ​ເກີດ​ຂຶ້ນຫລາຍ, ພາຍຫລັງ​ໄລຍະ​ໜຶ່ງ​ໄດ້ຫລຸດຜ່ອນ​ລົງ ຄື​ອາທິດ​ຜ່ານ​ມານີ້ ​ເຈົ້າໜ້າ​ທີ່​ສາມາດ​ມ້າງ​ຄະ ດີ​ດັ່ງກ່າວ​ໄດ້​ຫລາຍ​ກວ່າ 70 ເລື່ອງ, ກັກ​ຕົວ​ຜູ້​ຕ້ອງ​ຫາ​ມາ​ດຳ​ເນີນ​ຄະດີ​ໄດ້​ກວ່າ 90 ຄົນ ​ແລະ ສາມາດ​ເກັບ​ກູ້​ຜົນ​ເສຍ​ຫາຍ​ມີ​ລົດ ຈັກ 16 ຄັນ ​ແລະ ​ເງິນ-ຄຳ​ອື່ນໆ​ອີກ​ຈຳນວນ​ໜຶ່ງ. ຫລັງ​ສຸດ​ຄື​ວັນ​ທີ  8 ມິຖຸນາ​ນີ້, ມີ​ຄົນ​ຮ້າຍ​ໄດ້​ເຂົ້າ ງັດ​ເຮືອນ​ປະຊາຊົນ​ຫລັງ​ໜຶ່ງ​ຢູ່​ບ້ານ​ສະພານ​ທອງ​ເໜືອ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ ລັກ​ຄຳ​ໄປ 10 ກວ່າ​ບາດ, ໂທລະສັບ​ມື​ຖື 1 ໜ່ວຍ ​ແລະ ເງິນສົດ​ອີກ​ຈຳນວນ​ໜຶ່ງ ​ແລະ ເມື່ອ​ວັນ​ທີ 6 ມິຖຸນາ, ຄົນ​ຮ້າຍ​ໄດ້​ເຂົ້າລັກ​ເອົາ​ລົດຈັກ​ຂອງ​ພົນລະ​ເມືອງ​ຜູ້​ໜຶ່ງ​ຢູ່​ບ້ານ​ທະຫານ​ອາ ກາດ ​ເມືອງ​ສີ​ໂຄດ​ຕະບອງ ​ແລ້ວ​ຫລົບໜີ​ໄປ ​ເຊິ່ງປັດຈຸບັນ​ກຳລັງ​ເຈົ້າໜ້າ​ທີ່​ເລັ່ງສືບສວນ-ສອບ​ສວນ ​ເພື່ອ​ນຳ​ຈັບ​ຕົວ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້​ໂດຍ​ໄວ.
     ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ສະພາບ​ຫຍໍ້​ທໍ້​ດັ່ງກ່າວ​ສ່ວນ​ຫລາຍ​ມີ​ໜໍ່​ແໜງ​ມາ​ຈາກ​ບັນຫາ​ຢາ​ເສບ​ຕິດ, ​ໄພ​ສັງຄົມ ​ແລະ ການ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ໜຸ່ມ​ຈຳ ນວນ​ໜຶ່ງ. ສະ​ເພາະ​ອາທິດ​ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ​ມີ​ຄະດີ​ຕ່າງໆ​ເກີດ​ຂຶ້ນທີ່​ຍັງ​ແກ້​ບໍ່​ຕົກ​ຈຳນວນ 50 ກວ່າ​ເລື່ອງ, ​ໃນ​ນັ້ນ ມີ​ລົດ​ເສຍ​ຫາຍ​ເຖິງ 15 ຄັນ ເຊິ່ງ​ເປັນ​ບັນຫາ​ໃຫ້​ເຈົ້າໜ້າ​ທີ່​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ຕ້ານ ​ແລະ ສະ ກັດ​ກັ້ນ ​ແລະ ​ແກ້​ໄຂ​ໃຫ້​ຫລຸດຜ່ອນ​ລົງ.

No comments:

Post a Comment