ກົມອຸຕຸນິຍົມ ແລະ ອຸທົກ ກະສາດຄາດຄະເນວ່າ: ສະພາບ
ອາກາດແຕ່ນີ້ຮອດວັນທີ 17 ມິຖຸນາ 2014 ຄວາມກົດດັນອາ ກາດຕ່ຳຈະມີກຳລັງປານກາງ ຫາແຮງພັດຜ່ານແຂວງພາກ
ກາງລົງຫາພາກໃຕ້ຂອງລາວ, ສົມທົບກັບມໍລະສຸມຕາເວັນຕົກ ສ່ຽງ ໃຕ້ພັດປົກຄຸມດ້ວຍກຳລັງ ແຮງ,
ຊຶ່ງຈະເຮັດໃຫ້ເກີດມີຝົນ ຕົກຟ້າຄະນອງໃນລະດັບຄ່ອຍ ເປັນບໍລິເວນກ້ວາງ ແລະ ຕົກປານ ກາງຫາຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງລົງຫາພາກໃຕ້.
ສະພາບອຸນຫະພູມ ແລະ ຝົນແຕ່ນີ້ຮອດວັນທີ 17 ມິຖຸນາ
2014 ມີຄື: ສະພາບອຸນຫະພູມໃນໄລຍະໜຶ່ງອາທິດຕໍ່ໜ້າ ໂດຍທົ່ວໄປສະພາບອຸນຫະພູມອາ ກາດຈະຢູ່ໃນລັກສະນະຮ້ອນທຳມະດາ
ແລະ ອຸນຫະພູມອາກາດຈະເຢັນລົງເລັກນ້ອຍ ໃນໄລຍະກາງຫາທ້າຍອາທິດ; ສະພາບ ຝົນ ໃນໄລຍະນີ້ຈົນຮອດວັນທີ
14 ມິຖຸນາ 2014 ຈະມີຝົນຕົກຟ້າ ຄະນອງໃນລະດັບ ປານກາງຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງລົງຫາພາກໃຕ້ໂດຍສະ
ເພາະແຂວງສະຫວັນນະເຂດ, ສາລະວັນ, ຈຳປາ ສັກ, ເຊກອງ ແລະ ອັດຕະປື. ດັ່ງນັ້ນຈຶ່ງ ເຕືອນ ມາຍັງປະຊາຊົນທີ່ອາໃສຢູ່ທ້ອງຖິ່ນດັ່ງກ່າວມີຄວາມລະມັດລະວັງຕໍ່ສະພາບ
ນ້ຳຖ້ວມ ແລະ ໃຫ້ມີສະຕິ, ເກັບມ້ຽນວັດຖຸສິ່ງຂອງ ໄວ້ບ່ອນປອດໄພ ແລະ ໃຫ້ຕິດ ຕາມສະພາບອາກາດຈາກກົມອຸຕຸນິຍົມ
ແລະ ອຸທົກກະສາດເປັນປະຈຳ.
No comments:
Post a Comment