ທ່ານສິນທອນ ດວງສະຫວັນຫົວໜ້າຫ້ອງບັນຊີ (ພະແນກການເງິນແຂວງ ຈຳປາສັກ)
ໃຫ້ຮູ້ວ່າ: ເພື່ອແນໃສ່ຮັບປະກັນ ໃຫ້ຫົວໜ່ວຍທຸລະກິດມີການຖື ບັນຊີຕາມລະບຽບການເພື່ອໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຄົບ ຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍໂດຍພະແນກການເງິນຜູ້ຊີ້ນຳຫ້ອງ
ການບັນຊີໃຫຫ້ມີການຊຸກຍູ້, ປັບປຸງ, ເກັບກຳຂໍ້ມູນ ແລະ ຕິດຕາມກວດກາ ບັນດາຫົວໜ່ວຍ ທຸລະກິດທີ່ສ້າງຕັ້ງໄໝ່ແລະຂຶ້ນ
ທະບຽນການບັນຊີແລ້ວໃຫ້ໄດ້ ເຄື່ອນໄຫວດ້ານການບັນ ຊີຢ່າງເປັນປົກກະຕິແນໃສ່ເພື່ອແນະນຳການຈົດ ກ່າຍບັນ ຊີໃຫ້ຖືກຕ້ອງ
ເຊັ່ນພາກລາຍຮັບເຊິ່ງຈະລວມມີລາຍຮັບວິຊາການ, ຂັ້ນຕອນການ ຮັບເງິນ, ໜ້າທີ່ຂອງຜູ້ຮັບ ເງິນສົດ,
ໜ້າທີ່ຂອງຜູ້ລົງບັນຊີ ລາຍຮັບວິຊາການ ແລະ ບັນດາ ປຶ້ມບັນຊີຕິດຕາມ ທີ່ປະກອບມີ.
ນອກນັ້ນຍັງມີການຕິດຕາມ
ລາຍຮັບຈາກງົບປະມານແຂວງ,ຕິດຕາມຕົວເລກແຜນການໃຊ້ ຈ່າຍ, ຕິດຕາມເງິນຈາກການ ອະນຸມັດຂອງຫ້ອງງົບປະມານ,
ຕິດຕາມເງິນທີ່ຖອນອອກມາ ຈາກຄັງເງິນແລະຕິດຕາມລາຍຈ່າຍຈາກເງິນຝາກອື່ນໆ, ຕິດ
ຕາມລາຍຮັບຈາກການໃຊ້ໜີ້ແລະພາກລາຍຈ່າຍໃນງົບປະມານຈາກຫ້ອງການຄັງເງິນເຊິ່ງທັງໝົດ
ນັ້ນແມ່ນອີງໃສ່ຄຳສັ່ງແນະ ນຳຂອງລັດຖະມົນຕິວ່າການກະຊວງ ການເງິນສະບັບເລກທີ 1572/ກງ ລົງວັນທີ
16/6/2009 ກ່ຽວກັບ ການກວດກາບັນ ຊີການຖືບັນຊີວິສະຫະກິດດັ່ງນັ້ນຫ້ອງບັນຊີພະ ແນກການເງິນແຂວງຈຳປາສັກຈິ່ງໄດ້ແຈ້ງການເຖິງຜູ້ອຳນວຍການບໍລິສັດ,
ບັນດາຫົວໜ່ວຍທຸ ລະກິດ, ວິສະຫະກິດຂອງລັດ ແລະບັນດາຫ້າງຮ້ານກ່ຽວກັບການລົງຊຸກຍູ້, ເກັບກຳສະຖິຕິ
ແລະ ກວດ ກາການຖືບັນຊີຂອງ ແຕ່ລະຫົວໜ່ວນທຸລະກິດ ແລະ ໃຫ້ສົ່ງລາຍງານການເງິນ (ບົດສະຫຼຸບປະຈຳປີ)
ໂດຍໄດ້ມີການ ແບ່ງ ຄວາມຮັບຜິດຊອບຂອງ ໜ່ວຍງານບັນຊີເຊິ່ງປະຈຸບັນມີ ພະນັກງານໃນຫ້ອງການບັນຊີ
ພະແນກການເງິນແຂວງຈຳປາສັກ ທັງໝົດ 11 ທ່ານ, ຍິງ 4 ທ່ານ ໃນນັ້ນມີພະນັກງານອາສາສະຫມັກອີກ
2 ທ່ານ, ຍິງ 1 ທ່ານ.
ໃນ 6 ເດືອນຕົ້ນປີ 2013-2014 ຫ້ອງບັນຊີແຂວງຈຳປາສັກໄດ້
ກວດກາບັນຊີແຫ່ງລັດດ້ານການສະຫຼຸບລາຍຈ່າຍລາຍຮັບຂອງ ບັນດາພະແນກການອອ້ມຂ້າງ ແຂວງ ແລະ ຫ້ອງການໆເງິນ
ພາຍໃນ 10 ຕົວເມືອງທີ່ຂຶ້ນກັບ ແຂວງເຊັ່ນ: ກວດກາພະແນກ ການອ້ອມຂ້າງແຂວງໄດ້ 48 ພະ ແນກ,
ຫ້ອງການໆເງິນເມືອງ 10 ເມືອງ, ຫ້ອງການປົກຄອງ ເມືອງ 10 ຕົວເມືອງ ແລະ ຫ້ອງ ດ່ານພາສາສາກົນ
2 ດ່ານຄື ດ່ານໜັງນົກຂຽນ (ລາວກຳ ປູ ເຈຍ) ແລະ ດ່ານສາກົນວັງເຕົ່າ (ຊາຍແດນລາວໄທ) ສາມາດຕີ
ລາຄາດ້ານດີແລະດ້ານອ່ອນທີ່ ຍັງຄົງຂ້າງໄດ້ດັ່ງນີ້: ປະເພດ ແຂງມີ 47 ພະແນກການອ້ອມ ຂ້າງແຂວງຈຳປາສັກ
ແລະ 10 ຕົວເມືອງອອ້ມຂ້າງແຂວງ, ຫ້ອງການປົກຄອງເມືອງ5 ເມືອງ, ປະເພດກາງມີ 1 ພະ ແນກການ ແລະ
5 ຫ້ອງການປົກ ຄອງເມືອງ, ການກວດກາບັນຊີ ວິສະຫະກິດໃນ 6 ເດືອນຕົ້ນປີຕໍ່ ການ ຖືບັນຊີ ແລະ
ການຂຶ້ນທະ ບຽນຖືບັນຊີໃໝ່ໃນສົກປີ 20132014 ມີ: ພາກສ່ວນມາຕໍ່ທະ ບຽນສືບຕໍ່ຖືບັນຊີມີທັງໝົດ
67 ຫົວໜ່ວຍ, ໃນນັ້ນແມ່ນການລົງ ທຶນພາຍໃນ 59 ຫົວໜ່ວຍ, ຂະ ແໜງການຄ້າ 24 ຫົວໜ່ວຍ, ຂະ ແໜງບໍລິການ
20 ຫົວ ໜ່ວຍ, ຂະແໜງການຜະລິດ 15 ຫົວໜ່ວຍ, ການລົງທຶນຂອງຕ່າງປະເທດ ມີທັງມົດ 8 ຫົວໜ່ວຍ,
ໄດ້ອອກ ທະບຽນຖືບັນ ຊີປະຈຳປີ 2014 ມີ 46 ຫົວໜ່ວຍໃນນັ້ນ ແບ່ງເປັນການລົງທຶນພາຍໃນ 37 ຫົວ
ໜ່ວຍ ແລະ ການລົງທຶນຕ່າງ ປະເທດ 9 ຫົວໜ່ວຍ, ໂດຍສະ ພາບລວມແລ້ວຖືໄດ້ວ່າ: ການຖືບັນຊີຂອງບໍລິສັດ
ແລະ ຫົວ ໜ່ວຍທຸລະກິດທັງພາກລັດ ແລະ ເອກະ ຊົນແມ່ນເຮັດໄດ້ດີໂດຍມີ ການກວດສອບການບັນຊີດ້ານການບັນທຶກຈົດກ່າຍເປັນລະບົບຖຶກຕ້ອງຕາມຫຼັກການການບັນ
ຊີແຫ່ງລັດເຊິ່ງທັງໝົດນັ້ນກໍເພື່ອ ເຮັດໃຫ້ວຽກງານການບັນຊີມີ ຄວາມເປັນເອກະພາບຕາມລະ ບຽບການ
ແລະ ຂໍ້ຕົກລົງຕ່າງໆ ທີ່ກະຊວງການເງິນໄດ້ວາງອອກໂດຍສະເພາະໃນການກວດກາ ຊຸກຍູ້ ແລະ ຊີ້ນຳບັນດາຫົວໜ່ວຍທຸລະກິດ,
ວິສະຫະກິດໃຫ້ ມີຄວາມຕື່ນຕົວຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງຫ້ອງ ການບັນຊີພະແນການເງິນເຊິ່ງເປັນໜ່ວຍງານມະຫາພາກຫນຶ່ງ
ທີ່ມີຄວາມຈຳເປັນທີ່ສຸດໃນການເຮັດໜ້າທີ່ວິຊາສະເພາະດ້ານການບັນຊີໃນແຕ່ລະສົກປີຂອງງົບປະມານແຫ່ງລັດ.
No comments:
Post a Comment