ພິທີເປີດນຳໃຊ້ອານຸສາວະລີ ປະທານ ໂຮ່ຈີມິງ
ໄດ້ຈັດຂຶ້ນໃນເຊົ້າວັນທີ 11 ມິຖຸນານີ້ ທີ່ເມືອງໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ
ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ124 ປີ (19/5/1890 -
19/5/2014) ໂດຍການເຂົ້າຮ່ວມຂອງທ່ານ ສຸພັນ ແກ້ວມີໄຊ ເລ ຂາພັກແຂວງ, ເຈົ້າແຂວງສະ
ຫວັນນະເຂດ, ທ່ານ ສຸວັນດີ ສີສະຫວັດ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບ
ຜິດຊອບຫໍພິພິຕະພັນ ໄກສອນ ພົມວິຫານ ແລະ ທ່ານ ຫງວຽນ ນາມເກືອງ ຫົວໜ້າກົງສຸນໃຫຍ່
ສສ ຫວຽດນາມ ທີ່ແຂວງສະ ຫວັນນະເຂດ ພ້ອມມວນຊົນຊາວເມືອງດັ່ງກ່າວເຂົ້າຮ່ວມເປັນຈຳ
ນວນຫລາຍ.
ຄະນະຮັບຜິດຊອບໂຄງການກໍ່ສ້າງດັ່ງກ່າວ ໃຫ້ຮູ້ວ່າ:
ອານຸ ສາວະລີ ປະທານ ໂຮ່ຈີມິງ ແຫ່ງນີ້ສ້າງຂຶ້ນເພື່ອເປັນການຈາລຶກໄລຍະເວລາເພິ່ນເຄື່ອນໄຫວປະ
ຕິວັດຢູ່ລາວໃນລະຫວ່າງຊຸມປີ 1928-1929 ໃນເນື້ອທີ່ກວ້າງ 1.000 ຕາແມັດ ທີ່ໄດ້ປະດິດສະ
ຖານຮູບຄວັດຫີນອ່ອນຂອງປະ ທານ ໂຮ່ຈີມິງ ປະດັບໄປດ້ວຍຕົ້ນໄມ້ທີ່ຮົ່ມເຢັນ
ແລະ ສິ່ງປະກອບອື່ນໆ ດ້ວຍການລົງທຶນຫລາຍກວ່າ 2,4 ຕື້ກີບ.
ໃນບົດຄຳເຫັນຂອງທ່ານ ສຸພັນ ແກ້ວມີໄຊ
ແລະ ທ່ານ ສຸວັນດີ ສີສະຫວັດ ໃນພິທີອັນສະຫງ່າລ່າສີດັ່ງກ່າວ ລ້ວນແຕ່ໄດ້ສັນລະເສີນເຖິງຄຸນງາມຄວາມດີ
ແລະ ການເຄື່ອນໄຫວປະຕິວັດຂອງປະ ທານ ໂຮ່ຈີມິງ ເຊິ່ງເປັນຜູ້ລິເລີ່ມ ສ້າງສາຍພົວພັນພິເສດ
ລາວ- ຫວຽດນາມ ແລະ ໄດ້ສະແດງຄວາມປາບປື້ມໃຈທີ່ໄດ້ກໍ່ສ້າງອາ ນຸສາວະລີຂອງເພິ່ນຂຶ້ນທີ່ແຂວງສະຫວັນນະເຂດ
ແລະ ຢືນຢັນວ່າ: ໂຄງການອັນມີຄວາມໝາຍ ແລະ ຄວາມສຳຄັນດັ່ງກ່າວຈະເປັນການປະກອບສ່ວນສຳຄັນເຂົ້າໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງຊາດ
ລາວ- ຫວຽດນາມ ເຂົ້າໃຈເລິກເຊິ່ງຕື່ມກ່ຽວກັບຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງປະທານ
ໂຮ່ຈີ ມິງ ຕໍ່ພາລະກິດປະຕິວັດຂອງສອງປະເທດ ແລະ ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວພັນພິເສດ
ລາວ- ຫວຽດນາມ ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ.
No comments:
Post a Comment