Ad

Ad

12 June 2014

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ IX



      ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ IX ໄດ້ດຳເນີນ ແຕ່ວັນທີ 2-11 ມິຖຸນາ 2014 ພາຍໃຕ້ການເປັນປະທານ ຂອງສະ ຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
      ກອງປະຊຸມຄົບຄະນະໃນ ຄັ້ງນີ້ີໄດ້ດຳເນີນໄປໃນສະພາບ ສາກົນ ແລະ ພາກ ພື້ນມີການຜັນ ແປໄປຢ່າງໄວວາ ແລະ ສະຫລັບສັບຊ້ອນ, ສະພາບພາຍໃນປະ ເທດເຖິງມີບາງດ້ານພົບຄວາມຫຍຸ້ງຍາກກໍຕາມ, ແຕ່ທົ່ວ ພັກ, ທົ່ວກອງທັບ ແລະ ທົ່ວ ປວງຊົນລາວທັງຊາດໄດ້ສືບຕໍ່ຕັ້ງໜ້າສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງ ພັກ ແລະ ແຜນ ພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII ໂດຍສະເພາະແມ່ນສຸມໃສ່ປະຕິບັດແຜນພັດທະນາເສດຖະ ກິດ- ສັງຄົມ ສົກປີ 2013-2014 ເປັນຕົ້ນແມ່ນແກ້ໄຂຄວາມຫຍຸ້ງຍາກຂອງເສດຖະກິດມະຫາພາກ, ເງິນເດືອນ, ການຂາດດຸນງົບ ປະມານ ແລະ ອື່ນໆ ໂດຍຕິດພັນຢ່າງແໜ້ນແຟ້ນກັບຂະບວນ ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຊຸກຍູ້ວຽກງານ 3
ສ້າງ, ຂະບວນການສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ແລະ ວັນສຳຄັນ ທາງປະຫວັດສາດຂອງພັກ, ຂອງ ຊາດຢ່າງເປັນຂະບວນຟົດຟື້ນ.
   ກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກໃນເທື່ອນີ້ໄດ້ປຶກສາຫາລືວຽກງານຮອບດ້ານ, ລົງເລິກຕີລາຄາການປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ວຽກ ງານຈຸດສຸມໃນ 6 ເດືອນທ້າຍສົກ ປີ 2013-2014 ແລະ ໄດ້ ໃຫ້ທິດຊີ້ນຳຕໍ່ແຜນການວຽກງານສົກປີ 2014-2015,ໃຫ້ທັດສະນະ ແລະ ທິດຊີ້ນຳຕໍ່ຮ່າງລາຍງານການ ເມືອງກອງປະ ຊຸມ ໃຫຍ່ຄັ້ງທີ X ຂອງພັກ, ຮ່າງແຜນຍຸດທະສາດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ຕໍ່ຮ່າງແຜນການ 5 ປີ ຄັ້ງທີ VIII ຂອງລັດ. ພ້ອມ ກັນນັ້ນ, ກອງປະຊຸມຍັງໄດ້ດຳ ເນີນການສຳຫລວດການນຳພາລວມຂອງສູນກາງ ແລະ ການປະຕິບັດ ໜ້າທີ່, ຄວາມຮັບຜິດ ຊອບການເມືອງຂອງສະຫາຍ ກຳມະການສູນກາງພັກໃນໄລ ຍະ 1 ປີຜ່ານມາ. ກອງປະຊຸມຍັງໄດ້ເປັນ ເອກະພາບ ແລະ ຕີລາ ຄາວ່າໃນໄລຍະ 1 ປີຜ່ານມາ ເຖິງວ່າສະພາບການສາກົນ ແລະພາກພື້ນມີການຜັນແປໄປຢ່າງສັບສົນ ແລະ ສະຫລັບສັບຊ້ອນ, ສະພາບການປ່ຽນແປງ ດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດເກີດຂຶ້ນຢ່າງຕໍ່ເນື່ອງຊຶ່ງໄດ້ສົ່ງ ຜົນກະທົບທາງລົບຕໍ່ປະເທດເຮົາບໍ່ໜ້ອຍ, ແຕ່ ດ້ວຍຈິດໃຈບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ເຊີດຊູຄວາມສາມັກຄີເປັນເອ ກະພາບພາຍໃນພັກ ແລະ ຂອງທົ່ວປວງຊົນ ໂດຍ ສົມທົບແໜ້ນກັບການສະໜັບສະໜູນຈາກປະເທດເພື່ອນມິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ, ອັນໄດ້ເຮັດໃຫ້ວຽກງານພັດທະນາເສດຖະກິດ-ສັງຄົມ ຂອງປະ ເທດເຮົາຍັງສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງໃນລະດັບ 7,6%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນເທົ່າກັບ 1.692 ໂດລາສະຫະລັດ, ອັດຕາ ຄອບ ຄົວທຸກຍາກຫລຸດລົງຍັງເຫລືອ 10,6% ຂອງຄອບຄົວໃນທົ່ວປະ ເທດ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຮົາ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ, ປະ​ເທດ​ເຮົາ​ສືບຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ບົດບາດ​ອິດ​ທິພົນ​ຂອງ​ປະ​ເທດ​ເຮົາ​ໄດ້​ຮັບ​ການ​ຍົກ​ສູງ​ເດັ່ນ​ຂຶ້ນ  ກວ່າ​ເກົ່າ. ແຕ່​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ທີ່​ກ່າວ​ມານັ້ນ, ປະ​ເທດ​ພວກ​ເຮົາ​ກໍ​ຍັງ​ມີ​ຫລາຍ​ບັນຫາທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນຕົ້ນ ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ-ງົບປະມານ, ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ບໍ່​ໄດ້​ຕາມ​ແຜນການ, ການ​ຄຸ້ມ​ຄອງ-ດັດ ສົມ​ຕໍ່​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະ ຫລາດ​ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທົ່າ​ທີ່​ຄວນ, ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະ​ຊາ​ຊົນຍັງ​ບໍ່​ທັນ​ເປັນ​ຂະ​ບວນທີ່​ແຂງ​ແຮງ​ຕໍ່​ເນື່ອງ​ແທ້; ການ​ປັບປຸງ​ຄວາມ​ສັກສິດ ແລະ ປະສິດທິພາບ​ຂອງ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງຄົມ​ ມີ​ຫລາຍ​ດ້ານ​ບໍ່​ທັນ​ໜັກ​ແໜ້ນ​ເຂັ້ມ​ແຂງ; ການ​ແກ້​ໄຂ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ຍັງ​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ພໍ​ເທົ່າ​ໃດ ​ແລະ ອື່ນໆ. ບົນ​ຈິດ​ໃຈ​ດັ່ງກ່າວ, ກອງ​ປະ ຊຸມ​ໄດ້​ໃຫ້​ທິດ​ຊີ້ນຳ​ສຳລັບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ 6 ​ເດືອນ​ທ້າຍ​ປີ 2013-2014 ​ແລະ ທິດ​ທາງ​ວຽກ​ງານ​ໃນ​ປີ 2014-2015 ກໍ​ຄື​ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII ​ໃນ​ໄລຍະ​ມ້ວນທ້າຍ​ໃຫ້​ມີ​ຜົນສຳ​ເລັດ ຊຶ່ງ​ອັນ​ລວມຍັງ​ແມ່ນ​ການ​ຮັບປະກັນ​ໃຫ້​ປະ​ເທດ​ຊາດ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ; ສັງ ຄົມ​ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ, ສືບຕໍ່​ຍູ້​ແຮງ​ການ​ເຕີບ​ໂຕ​ທາງ​ການ​ເສດຖະ ກິດ​ໃຫ້​ຂະຫຍາຍຕົວ​ໃນ​ຈັງຫວະ​ໝັ້ນທ່ຽງ​ ແລະ ຕໍ່​ເນື່ອງ ​ໄປ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ, ຕິດ​ພັນ​ກັບ​ບັນດາ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ, ສືບ ຕໍ່​ບຸກ​ທະລຸ​ເຂົ້າ​ໃສ່​ການ​ຜະລິດ​ເປັນ​ສິນຄ້າ, ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ຕິດ​ພັນ​ກັບ​ການຈັດຕັ້ງປະຕິບັດ​ວຽກ​ງານ 3 ສ້າງ. ພ້ອມ​ກັນນັ້ນ, ກໍ​ເອົາ​ໃຈ​ໃສ່​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ ​ແລະ ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ກໍ​ຄື​ກົງ​ຈັກແຕ່ລະ​ຂັ້ນ ດ້ວຍ​ຈິດ​ໃຈ​ສືບຕໍ່​ບຸກທະລຸ​ທັງ 4 ດ້ານ​ໃຫ້​ແຂງ​ແຮງ ​ແລະ ​ເປັນ​ຮູບ​ປະ​ທຳ; ​ເພີ່ມ​ທະວີ​ຄວາມ​ສັກສິດ, ເຂັ້ມງວດ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ​-ສັງຄົມ​ດ້ວຍ​ກົດໝາຍ; ​ເສີມ​ຂະຫຍາຍ​ມູນ​ເຊື້ອສາມັກຄີ​ເປັນ​ປຶກ​ແຜນ​ຂອງ​ທົ່ວ​ປວງ​ຊົນ​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການຈັດຕັ້ງ ປະຕິ ບັດຂະ​ບວນການແຂ່ງຂັນ ”ຮັກຊາດ ແລະ ພັດທະນາ”; ສ້າງ​ເງື່ອນ​ໄຂ​ອຳນວຍ​​ໃຫ້​ແກ່​ການ​ກະກຽມ​ສະ​ເຫລີ​ມສະຫລອງ​ສອງ​ວັນ​ປະ​ຫວັດ​ສາດ​ ໃນ​ປີ 2015 ​ແລະ ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ x ຂອງ​ພັກ ​ໃຫ້​ກາຍ​ເປັນຂະ​ບວນການ​ຂອງ​ມະຫາ ຊົນ​ຢ່າງ​ກວ້າງຂວາງ.
    ກອງ​ປະຊຸມ​ຄົບ​ຄະນະ​ບໍລິ ຫານ​ງານ​ສູນ​ກາງ​ພັກໄດ້ຮຽກ ຮ້ອງ​ມາ​ຍັງ​ພະນັກງານ, ສະມາ ຊິກ​ພັກ, ທະຫານ, ຕຳຫລວດ, ປະຊາຊົນ​ທຸກ​ເຜົ່າ, ທຸກຊັ້ນຄົນ, ທຸກ​ສາຂາ​ອາຊີ​ບ ຈົ່ງ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽ​ວ, ຫັນ​ຄວາມ​ເສົ້າ​ໂສກ​ໃຫ້​ກາຍ​ເປັນ​ພະລັງ, ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່, ຄວາມ​ດຸ​ໝັ່ນ​ຂະ​ຫຍັ່ນ​ພຽນ, ສຸມ​ສະຕິ​ປັນຍາ ​ແລະ ຫົວ​ຄິດ​ປະດິດ​ສ້າງ​ເຂົ້າ​ໃສ່​ພາລະກິດ​ປົກ​ປັກ​ຮັກ ສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ທົ່ວ​ປະ​ເທດ​ສືບຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ອັນ​ໜັກ​ແໜ້ນ, ເສດຖະກິດ-ສັງຄົມ​ ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະ ໝັ້ນທ່ຽງ, ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ການ​ຫັນປ່ຽນ​ດີ​ຂຶ້ນ; ສຳ​ເລັດ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ແລະ ກ້າວ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ​ຢ່າງ​ມີ​ໄຊ.

No comments:

Post a Comment