ສຳນັກງານຜູ້ຕາງໜ້າສະຫະ ພາບເອີຣົບປະຈຳລາວ
ຮ່ວມກັບ ບັນດາຄູ່ຮ່ວມອົງການຈັດຕັ້ງທາງສັງຄົມ, ໄດ້ເປີດໂຕສາມໂຄງການໃໝ່ທາງດ້ານການປ່ຽນແປງດິນຟ້າອາກາດ,
ຂຶ້ນ ໃນວັນທີ 11 ມິຖຸນານີ້, ຢູ່ໂຮງແຮມແລນມາກ ລີເວີໄຊ, ໂດຍການ ເຂົ້າຮ່ວມຂອງທ່ານ
ມີແຊນ ໂກແຟງ ອຸປະທູດສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບປະຈຳລາວ, ທ່ານ ສົມພັນ ຈັນເພັງໄຊ
ຫົວໜ້າກົມແຜນການກະຊວງກະສິ ກຳ ແລະ ປ່າໄມ້ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກລັດ ແລະ
ເອກະຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ສາມໂຄງການໃໝ່ນີ້ຈະຖືກຈັດຕັ້ງປະຕິບັດໂດຍອົງການແຄເດັນມາກ
(Care Denmark), ອົງ ການຊີຣາດ (CI RAD) ແລະ ອົງ ການໄອຢູຊີເອັນ (IUCN), ສຳ ລັບຢູ່ສາມແຂວງພາກເໜືອຄື:
ຜົ້ງສາລີ, ຫົວພັນ ແລະ ແຂວງຫລວງພະບາງ. ໂດຍມີ ເປົ້າໝາຍ ແນໃສ່ເພີ່ມຂີດຄວາມສາມາດໃນການປັບໂຕຂອງຊຸມຊົນບັນ
ດາເຜົ່າທີ່ອາໃສຢູ່ເຂດຫ່າງໄກສອກ
ຫລີກ, ໂດຍການຊ່ວຍເຫລືອຂອງເຈົ້າໜ້າທີ່ທ້ອງຖິ່ນ
ແລະ ການນຳໃຊ້ຮູບແບບການປັບໂຕແບບຍືນຍົງ, ສະໜັບສະ ໜູນການຂະຫຍາຍລະ ບົບກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ
ແລະ ແທດເໝາະກັບສະພາບດິນຟ້າອາກາດ. ການລິເລີ່ມນຳໃຊ້ຮູບແບບການກະເສດທີ່ແທດເໝາະກັບສະພາບດິນຟ້າອາກາດຈະຊ່ວຍທົດແທນການເຮັດໄຮ່ແບບເລື່ອນລອຍຂອງເຂົາເຈົ້າ
ລົງອີກດ້ວຍ. ນອກຈາກນີ້, ຍັງຈະຍົກສູງການຊ່ວຍເຫລືອບັນດາອົງການຈັດຕັ້ງທີ່ເຮັດໜ້າທີ່ຄຸ້ມຄອງດ້ານນະໂຍບາຍ
ແລະ ນິຕິກຳ ເພື່ອຈັດການກັບການປ່ຽນແປງດິນຟ້າກາດໃນລາວ. ໃນນີ້ ແມ່ນຈະກວມເອົາການສະໜອງແນວພັນເຂົ້າທີ່ຫລາກຫລາຍ,
ສົ່ງເສີມການປູກພຶດ ກະສິກຳທີ່ເປັນທ່າແຮງ, ການນຳໃຊ້ຢາຂ້າສັດຕູພຶດທີ່ປອດໄພ
ແລະ ຫລຸດຜ່ອນການ ໄຖດິນ. ນອກນີ້ ຍັງຈະມີການສ້າງແຜນໂຄສະນາ, ສຶກສາອົບຮົມໃຫ້ປະຊາຊົນມີສ່ວນຮ່ວມໃນການຂະຫຍາຍ
ພື້ນທີ່ກະສິກຳໃຫ້ມີລັກສະນະເປັນມິດຕໍ່ສິ່ງແວດລ້ອມ.
ທ່ານ ມີແຊນ ໂກແຟງ ໄດ້ກ່າວໃນພິທີວ່າ: ໂຄງການໃໝ່ເຫລົ່ານີ້ໄດ້ສະແດງອອກເຖິງຄວາມຕັ້ງໃຈອັນໜຽວແໜ້ນໃນການຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດຂອງອີຢູ,
ຜົນກະທົບດ້ານລົບຈາກການປ່ຽນແປງດິນຟ້າອາກາດຕໍ່ກັບຊຸມຊົນທ້ອງຖິ່ນແມ່ນບໍ່ໄດ້ຈຳກັດເຂດແດນລະ
ຫວ່າງບັນດາປະເທດຕ່າງໆ, ມັນເປັນສິ່ງທ້າທ້າຍລວມຂອງປະຊາຄົມໂລກ ທີ່ຈະຕ້ອງໄດ້ຮັບການແກ້ໄຂຮ່ວມກັນໃນແຕ່ລະປະເທດ
ໂດຍຜ່ານມາດຕະການທີ່ເປັນຮູບປະທຳ ແລະ ແນວຄິດລິເລີ່ມຄືກັບສາມໂຄງການໃໝ່ທີ່ຈະຈັດຕັ້ງປະຕິບັດໂດຍອົງການຈັດຕັ້ງທາງສັງຄົມທີ່ເປັນຄູ່ຮ່ວມຂອງພວກເຮົາພາຍໃຕ້ກອບແຜນງານດ້ານການປ່ຽນແປງດິນຟ້າອາກາດທີ່ໄດ້ຮັບທຶນຈາກອີຢູ.
ທ່ານມີແຊນ ໂກແຟງກ່າວວ່າ: ທຶນຂອງໂຄງການດັ່ງກ່າວແມ່ນສະໜອງຜ່ານກອບແຜນງານພັນທະມິດຕ້ານການປ່ຽນແປງດິນຟ້າອາກາດສາກົນຂອງສະຫະພາບເອີຣົບ
(GCCA), ມີມູນຄ່າຫລາຍກ່ວາ 6 ລ້ານເອີໂຣ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ
2007 ເພື່ອຍົກສູງການປຶກ ສາຫາລື ແລະ ການຮ່ວມມືລະດັບຊາດ ແລະ ສາກົນ ກ່ຽວກັບການປ່ຽນແປງດິນຟ້າອາ
ກາດລະຫວ່າງສະຫະພາບເອີຣົບ ແລະ ບັນດາປະເທດກຳລັງພັດທະນາທີ່ອາດໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາ
ກາດຫລາຍທີ່ສຸດ, ໂດຍການຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,
ກະຊວງກະສິກຳປ່າໄມ້ ແລະ ອົງການຈັດຕັ້ງພາກລັດອື່ນໆ.
No comments:
Post a Comment