Ad

Ad

13 June 2014

ໃຫ້ເພີ່ມຄວາມລະມັດລະວັງໃນການກິນເຫັດ



    ເມື່ອມໍ່ໆມານີ້ ໜ່ວຍເຝົ້າ ລະວັງ, ພະແນກສາທາລະນະ ສຸດນະຄອນຫຼວງວຽງ ຈັນໄດ້ ອອກມາເຕືອນຜ່ານໜັງສືພິມ ລາວພັດທະນາຂອງພວກເຮົາ ວ່າ: ພໍເລີ່ມຕົ້ນ ເຂົ້າສູ່ລະດູຝົນ ຂອງທຸກໆປີຂະແໜງສາທາລະ ນະສຸກໄດ້ອອກໃບແຈ້ງການ ເຕືອນ ໃຫ້ປະຊາຊົນເພີ່ມຄວາມ ລະມັດລະວັງໃນການກິນເຫັດ, ເພື່ອປ້ອງກັນການ ເບື່ອເຫັດທີ່ ອາດມີຂຶ້ນໃນລະດູຝົນ, ໂດຍຊະ ເພາະແມ່ນເຫັດທີ່ເກີດຈາກທຳ ມະຊາດແມ່ນມີຄວາມສຽງສູງ, ຊຶ່ງໄລຍະຜ່ານມາເຖິງວ່າສາທາລະນະສຸກຈະແຈ້ງ ການເຕືອນໃຫ້ປະຊາຊົນມີຄວາມ ສະມັດລະວັງໃນການກິນເຫັດກໍຕາມ, ແຕ່ກໍ ຍັງມີກໍລະນີເບື່ອເຫັດເກີດຂຶ້ນ ແລະ ມີຜູ້ເສຍຊີວິດຈຳນວນໜຶ່ງ ໂດຍສະເພາະແມ່ນເຂດພາກ ເໜືອ ຄື: ໃນປີ 2013 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນກໍມີຜູ້ ເສຍຊີວິດ 1 ຄົນຈາກການເບື່ອ ເຫັດ, ດັ່ງນັ້ນທາງສາທາລະນະສຸກນະຄອນຫຼວງຈຶ່ງ ເຕືອນມາ ຍັງປະຊາຊົນໃຫ້ມີສະຕິລະວັງ ຕົວໃນການບໍລິໂພກເຫັດຊະນິດ ຕ່າງໆທີ່ອາດຈະນຳຜົນກະທົບມາສູ່ສຸຂະພາບຂອງ ຕົນເອງ
ແລະຄອບຄົວ, ຖ້າຫາກຈະບໍລິ ໂພກເຫັດຄວນບໍລິໂພກໃຫ້ຖືກ ຕ້ອງເຊັ່ນ: ຖ້າບໍ່ແນ່ໃຈຊະນິດ ຂອງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້ ແມ່ນຫ້າມກິນເດັດຂາດ, ຫ້າມ ກິນເຫັດຫຼາຍຊະນິດປົນກັນ ແລະ ຖ້າຫາກກິນເຫັດແລ້ວມີອາການຜິດປົກ ກະຕິ ເຊັ່ນ: ວິນຫົວ, ເຈັບ ທ້ອງໃຫ້ໄປໂຮງໝໍດ່ວນ, ປັດ ຈຸບັນນອກຈາກມີຄົນເບື່ອເຫັດ ຍ້ອນກິນເຫັດເບື່ອແລ້ວ, ເຫັດ ບາງ ຊະນິດທີ່ເຄີຍກິນແຕ່ເກີດ ເບີ່ອອັນມີສາເຫດມາຈາກສານ ເຄມີຕົກຄ້າງເຊັ່ນ: ການ ໃຊ້ປຸຍ ເຄມີ, ຢາຂ້າຫຍ້າ ແລະ ອື່ນໆ ແລະ ເກີດຈາກຄວາມບໍ່ແນ່ໃຈ ຂອງຜູ້ກິນເຫັດເພາະທຸກມື້ນີ້ມີ ເຫັດຫຼາຍຊະນິດທີ່ຄ້າຍຄືກັນເກີດຂື້ນ, ນັບທັງເຫັດທີ່ກິນໄດ້ ແລະ ເຫັດກິນບໍ່ໄດ້ ແລະ ເກີດຈາກ ການກິນເຫັດ ທີ່ເປັນພິດຍ້ອນສັດ ປ່າທີ່ມີພິດຍ່ຽວໃສ່.
   ໜ່ວຍເຝົ້າລະວັງເຕືອນວ່າ: ນອກຈາກພະຍາດເບີ່ອເຫັດແລ້ວໃຫ້ປະຊົນຊົນເຝົ້າລະວັງພະຍາດຄໍຕີບ, ເຖິງວ່າພະຍາດດັ່ງກ່າວ ສາມາດປ້ອງກັນດ້ວຍວັກຊິນ ແລະ ຖືກກຳ ຈັດໄປໃນປີ 2008 ແລ້ວກໍຕາມ, ແຕ່ກໍຄວນລະເນື່ອງ ເພາະພະຍາດນີ້ເກີດໄດ້ ງ່າຍ.

No comments:

Post a Comment