Ad

Ad

13 June 2014

ຫລາຍໂຮງຮຽນໃນນະຄອນຫລວງວຽງຈັນ ກະກຽມສອບເສັງ ຈົບຊັ້ນ ມ.4 ແລະ ມ.7



     ການສອບເສັງຈົບຊັ້ນ ມ.4, ມ.7 ແມ່ນຈະມີຂຶ້ນພ້ອມກັນທົ່ວ ປະເທດ, ສຳລັບ ເສັງຈົບ ຊັ້ນ ມ.4 ຈະໄດ້ຈັດຂື້ນໃນລະ ຫວ່າງວັນທີ 17-19 ມິຖຸນານີ້, ເຊິ່ງທົ່ວນະ ຄອນຫລວງມີສູນການສອບເສັງທັງໝົດ 24 ສູນ ແລະ ຄາດວ່າມີນັກຮຽນເຂົ້າ ສອບເສັງຈົບຊັ້ນ ມ.4 ຈຳນວນ 11.740 ຄົນ. ສຳ ລັບ ມ.7 ຈະຈັດຂຶ້ນໃນລະຫວ່າງ ວັນທີ 24-26 ມິຖຸນານີ້, ເຊິ່ງມີສູນ ສອບເສັງທັງໝົດ 18 ສູນ ແລະ ຄາດວ່າຈະມີ ນັກຮຽນເຂົ້າສອບ ເສັງຈົບຊັ້ນ ມ.7 ທັງໝົດ 8.747 ຄົນ.
     ປັດຈຸບັນນັກຮຽນແຕ່ລະ ໂຮງຮຽນກໍໄດ້ສຸມໃສ່ທົບທວນ ຄືນ, ບົດຮຽນຂອງຕົນດ້ວຍ ຄວາມເອົາໃຈໃສ່ ແລະ ຍັງໄດ້ຈັດ ໃຫ້ມີການສອບເສັງທົດລອງ ເພື່ອຄວາມແນ່ໃຈ ແລະ ວັດ ຄວາມຮູ້, ຄວາມເຂົ້າໃຈຂອງ ນັກຮຽນແຕ່ລະຄົນ ແລະ ເຊື່ອໄດ້ ວ່າການສອບເສັງຈົບຊັ້ນໃນປີນີ້ ຈະສາມາດບັນລຸເປົ້າໝາຍທີ່ ວາງໄວ້ຢ່າງແນ່ນອນ.

No comments:

Post a Comment