ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນວຽກງານກິດຈະກຳທີ່ມີຄວາມສຳຄັນທີ່ທຸກປະເທດຈະຕ້ອງໄດ້ເຮັດໃນການຈົດນັບພົນລະເມືອງ
ລວມ ທັງເງື່ອນໄຂ ແລະ ສະພາບການເປັນຢູ່ຂອງພົນລະເມືອງ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານໃນການສ້າງແຜນພັດທະນາເສດ
ຖະກິດ-ສັງຄົມໃນແຕ່ລະໄລຍະ. ສຳລັບ ສປປ ລາວ ແມ່ນຈະດຳເນີນການສຳຫລວດໃນທຸກໆ
10 ປີ ແລະ ໄດ້ມີການສຳຫລວດມາແລ້ວ 3 ຄັ້ງ ຄືຄັ້ງທຳອິດໃນປີ 1985, ຄັ້ງທີ 2
ປີ 1995 ແລະ ຄັ້ງ ທີ 3 ປີ 2005 ແລະ ຄັ້ງທີ 4 ຈະເລີ່ມຈົດນັບໃນວັນທີ 1 ມີນາ
2015 ທີ່ຈະເຖິງນີ້ ໂດຍແມ່ນສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນເປັນເຈົ້າການ
ຈັດຕັ້ງປະຕິບັດ.
ທ່ານນາງ ທິລະຄາ ຈັນທະລານຸວົງ ຮອງຫົວໜ້າກົມສະຖິຕິສັງຄົມ
ໃຫ້ຮູ້ວ່າ: ໃນວັນທີ 25 ມິ ຖຸນາ 2014 ທີ່ຈະເຖິງນີ້ ແມ່ນຈະມີພິທີເປີດບັ້ນການສຳຫລວດພົນ
ລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 4 ຢ່າງເປັນທາງການ ແລະ ເລີ່ມຈົດນັບແຕ່ວັນທີ
1-7 ມີນາ 2015 ໂດຍເປົ້າໝາຍສຳຫລວດມີພົນລະເມືອງທົ່ວໄປ, ຈຳນວນພົນໃນຖັນແຖວປ້ອງກັນຊາດ,
ປ້ອງກັນຄວາມສະຫງົບ, ຜູ້ຖືກຄະດີ, ຖືກຄຸມຂັງ ທັງຄົນລາວ ແລະ ຕ່າງປະເທດ, ຈຳນວນພົນ
ລະເມືອງລາວທີ່ໄປເຄື່ອນໄຫວວຽກງານ, ອອກແຮງງານ ແລະ ຮ່ຳຮຽນຢູ່ຕ່າງປະເທດ
ແລະ ຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຫລາຍກວ່າ 6 ເດືອນ.
ທ່ານຮອງຫົວໜ້າກົມສະຖິຕິສັງຄົມ ກ່າວວ່າ:
ການສຳຫລວດໃນແຕ່ລະຄັ້ງຜ່ານມາ ແມ່ນໃຊ້ງົບປະມານຫລວງຫລາຍ ແລະ ຄັ້ງທີ 4 ນີ້ ກໍເຊັ່ນດຽວກັນ
ເຊິ່ງ ລັດຖະບານໄດ້ສະໜັບສະໜູນງົບປະມານເຂົ້າໃນວຽກດັ່ງກ່າວປະມານ 35%, ສ່ວນທີ່ເຫລືອແມ່ນຈະໄດ້ປຸກລະດົມຂົນຂວາຍທຶນຈາກອົງການຈັດຕັ້ງຕ່າງໆ
ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ການສຳຫລວດຄັ້ງນີ້ໄດ້ຮັບຜົນສຳເລັດຕາມຄາດໝາຍວາງໄວ້
ແລະ ຜົນໄດ້ຮັບຈາກການສຳຫລວດແມ່ນຂໍ້ມູນອັນຈຳເປັນທາງດ້ານປະຊາກອນສາດ ອັນໄດ້ສ່ອງແສງໃຫ້ເຫັນຈຳນວນພົນລະເມືອງຂອງ
ສປປ ລາວ, ສະພາບການດຳລົງຊີວິດ, ຄຸນລັກສະນະຂອງພົນລະເມືອງໃນລະດັບແຂວງ, ເມືອງ
ແລະ ບ້ານ. ນອກນັ້ນ ຍັງໄດ້ສະແດງໃຫ້ເຫັນດ້ານຂໍ້ມູນຕ່າງໆທີ່ກ່ຽວພັນກັບການພັດທະນາຊັບພະຍາ
ກອນມະນຸດ, ບັນດາປັດໄຈທີ່ກ່ຽວຂ້ອງກັບການແກ້ໄຂຄວາມ ທຸກຍາກ, ດ້ານການສຶກສາ,
ສາທາລະນະສຸກ, ການມີວຽກເຮັດງານທຳກໍຄືອັດຕາການຫວ່າງງານລວມເຖິງການຍົກຍ້າຍຂອງປະຊາຊົນ
ເຊິ່ງມັນລ້ວນແຕ່ເປັນຂໍ້ມູນພື້ນຖານໃນການຕິດຕາມ, ກວດກາປະເມີນຜົນ ແລະ ຕີລາຄາການຈັດຕັ້ງປະຕິບັດບັນ
ດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດຖະບານ ເພື່ອບັນລຸເປົ້າໝາຍສະ
ຫັດສະວັດແຫ່ງການພັດທະນາຂອງປະເທດເຮົາໃນປີ 2015 ແລະ ປະກອບ ສ່ວນເຂົ້າໃນຂະບວນການສຳຄັນອື່ນໆຂອງພາກ
ພື້ນ ແລະ ສາກົນນຳອີກ.
No comments:
Post a Comment