Ad

Ad

13 June 2014

ຫາລື​ການຖ່າຍ​ທຳ​ສາລະ​ຄະດີ “ຄວາມ​ປະ​ທັບ​ໃຈ​ຕໍ່​ເມືອງ​ລາວ”.



     ​ໃນ​ວັນ​ທີ 12 ມິຖຸນາ​ນີ້, ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ, ຄະນະ​ຖ່າຍ​ທຳ​ສາລະ​ຄະດີ​ຫົວ​ຂໍ້​ເລື່ອງ “ຄວາມ​ປະ​ທັບ​ໃຈ​ຕໍ່​ເມືອງ​ລາວ” ປະກອບ​ມີ​ຜູ້ຕາງໜ້າ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ, ກົມ​ຮູບ​ເງົາ, ສະຖານີ​ໂທລະ ພາບ ຊີ​ຊີ​ທີ​ວີ (CCTV)​ ແຫ່ງ​ຊາດ​ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ຖ່າຍ​ທຳ​ສາລະ​ຄະດີ​ດັ່ງກ່າວ ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ປະ ຫວັດສາດ, ວັດ ທະນະທຳ, ຮີດ ຄອງ​ປະ​ເພນີ, ວິຖີ​ຊີວິດ​ຂອງ​ປະ ຊາຊົນ​ລາວ​ບັນດາ​ເຜົ່າ ລວມ​ເຖິງ​ແຫ​ລ່ງທ່ອງ​ທ່ຽວ​ໃຫ້​ສາກົນ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ​ເຂົ້າມາ​ລົງ ທຶນ, ທ່ອງ​ທ່ຽວຢູ່​ປະ​ເທດ​ລາວ​ຫລາຍ​ຂຶ້ນ.
     ​ໃນ​ກອງ​ປະຊຸມ, ຜູ້ຕາງ​ໜ້າ​ໂທລະ​ພາບ ຊີ​ຊີ​ທີ​ວີ ​ໄດ້​ອະທິບາຍ​​ວ່າ: ສາລະ​ຄະດີ​ເລື່ອງ​ດັ່ງກ່າວ​ມີ​ທັງ​ໝົດ 5 ຕອນ ຄື​ຕອນ​ທີ 1 ມີ​ຊື່ ວ່າ: “​ເລື່ອງ​ລາວ”, ຕອນ​ທີ 2 ຊື່ ວ່າ: “ຄວາມ​ສະຫງ່າ”, ຕອນ​ທີ 3 ຊື່ວ່າ: “ການ​ເລີ່​ມ​ເດີນທາງ”, ຕອນ​ທີ 4 ຊື່ວ່າ: “​ເພີດ​
ເພີນ​ໃຈ” ແລະ ຕອນ​ທີ 5 ຊື່ວ່າ: “ຄວາມ​ປາດ​ຖະໜາ” ​ໂດຍ​ຈະ​ເລືອກ​ເອົາ​ສະຖານ​ທີ່​ຖ່າຍ​ທຳຢູ່ນະຄອນ ຫລວງ​ວຽງ​ຈັນ ​ແລະ ບັນດາ​ແຂວງ​ທີ່​ມີ​ແຫ​ລ່ງທ່ອງ​ທ່ຽວ​ສຳຄັນ​ທາງ​ປະຫວັດສາດ, ວັດ ທະນະທຳ, ທຳ​ມະ​ຊາດ ​ແລະ ຕົວ​ລະຄອນ​ໃນ​ທຸກ​ສາຂາ​ອາຊີບທັງ​ຄົນ​ລາວ ​ແລະ ຄົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ.
     ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ: ການຖ່າຍ​ທຳ​ສາລະ​ຄະດີ​ດັ່ງກ່າວ​ແມ່ນ​ນອນ​ໃນ​ແຜນ​ຈັດຕັ້ງປະຕິບັດ​ໂຄ​ງ ການ​ກໍ່ສ້າງ​ໂຮງ​ແຮມ​ລາດ​ຊະ​ວົງ​ພລາຊາ ຢູ່​ນະຄອນຫລວງ​ວຽງ​ຈັນ ທີ່​ພວມ​ດຳ​ເນີນ​ການ​ກໍ່ສ້າງ​ຢູ່​ເຂດ​ຕໍ່ໜ້າ​ຫໍ​ປະຊຸມ​ແຫ່ງ​ຊາດ ​ເຊິ່ງ​ແມ່ນ​ໂຄງການ​ກໍ່ສ້າງ​ໂຮງ​ແຮມ​ລະດັບ 5 ດາວ, ​ໃນ​ນັ້ນ ລວມມີ​ອາຄານ​ສູງ 32 ຊັ້ນ 1 ຫລັງ, 20 ຊັ້ນ 2 ຫລັງ ​ແລະ ສູນ​ການ​ຄ້າ 1 ຫລັງ. ດັ່ງນັ້ນ ​ເພື່ອ​ເປັນ​ການ​ໂຄສະນາ​ໃຫ້​ແກ່​ຄົນ​ຕ່າງປະ​ເທດ​ໃຫ້​ຮູ້ຈັກ​ເມືອງ​ລາວ ແລະ ມົນ​ສະ​ເໜ່ຂອງ​ເມືອງ​ລາວ ເປັນຕົ້ນທາງ​ດ້ານ​ປະຫວັດສາດ, ວັດທະນະທຳ, ຮີດຄອງ​ປະ​ເພນີ, ຊົນ​ເຜົ່າ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ລວມທັງ​ການຄ້າ ແລະ ການ​ລົງທຶນ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ​ເຂົ້າມາລາ​ວ​ໃຫ້​ຫລາຍ​ຂຶ້ນ​, ເວົ້າ ສະ​ເພາະ​​ແມ່ນໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ໃຊ້​ບໍລິການ​ຂອງ​ໂຄງ ການ​ລາດ​ຊະ​ວົງພລາຊາ​ທີ່​ຄາດ​ວ່າ​ຈະ​ກໍ່ສ້າງ​ໃຫ້​ສຳ​ເລັດ​​ໃນ​ກາງ​ປີ 2015 ທີ່​ຈະ​ເຖິງ​ນີ້ ​ເພື່ອ​ໃຫ້​ທັນ​ກັບ​ການ​ເປັນ​ເຈົ້າພາບ​ກອງ​ປະ ຊຸມ​ສຸດ​ຍອດ​ອາ​ຊຽນຂອງ ສປປ ລາວ ​ໃນ​ປີ 2015.
     ການຖ່າຍ​ທຳ​ສາລະ​ຄະດີ​ດັ່ງກ່າວ​ແມ່ນ​ຄວາມ​ຕັ້ງ​ໃຈ​ຂອງ​ຝ່າຍ​ຈີນ ກໍ​ຄື​ບໍລິສັດ​ຊົ່ງຊິງ​ຟາງ​ເຕີ ພັດທະນາ​ອະສັງຫາລິມະ​ຊັບ ຈຳກັດ ​ເຊິ່ງຈະ​ໃຊ້​ງົບປະມານ​ໃນ​ການຖ່າຍ​ທຳ​ປະມານ 1 ລ້ານ​ໂດ​ລາ​ສະຫະລັດ.

No comments:

Post a Comment