Ad

Ad

13 June 2014

ກອງປະຊຸມໃຫຍ່ຄັ້ງທີ II ຂອງ ຄະນະພັກຮາກຖານໂທລະພາບແຫ່ງຊາດລາວ



   ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານໂທລະພາບແຫ່ງຊາດລາວໄດ້ ຈັດຂຶ້ນ ໃນວັນທີ 12 ມິຖຸນານີ້, ໂດຍການ ເຂົ້າຮ່ວມຂອງສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກ ກະຊວງ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີສະຫາຍ ບຸນເຈົ້າ ພິຈິດ ຄະນະພັກກະ ຊວງຜູ້ອຳນວຍການໂທລະພາບແຫ່ງຊາດ ລາວ, ສະຫາຍ ທອງວັນ ບຸນບົວທອງ ເລຂາຄະນະພັກຮາກຖານໂທລະພາບແຫ່ງຊາດ, ມີບັນດາຄະນະພັກ, ສະມາຊິກພັກ ພ້ອມດ້ວຍບັນດາອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
            ສະຫາຍ ທອງວັນ ບຸນບົວທອງ ໄດ້ຂຶ້ນຜ່ານບົດລາຍ ງານການເມືອງ, ບົດສຳຫລວດຄະນະພັກຊຸດທີ I, ຊຶ່ງໄດ້ຍົກ ໃຫ້ເຫັນການຊີ້ນຳໆພາວຽກງານດ້ານການເມືອງແນວຄິດໃນໄລ ຍະຜ່ານມາບັນດາສະມາຊິກພັກ, ລັດຖະກອນຈຳນວນ ຫລາຍ ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ມີສະຕິເຄົາລົບກົດໝາຍ, ມີແນວຄິດເພິ່ງຕົນເອງ, ກຸ້ມຕົນ ເອງ, ມີຄວາມຕັດສິນໃຈສູງ, ເຮັດ ຫລ້ອນໜ້າທີ່, ມີລະບຽບວິໄນ, ເຮັດສຳເລັດຜົນໃນທຸກຂົງເຂດວຽກງານ, ສະແດງອອກ
ໃນເນື້ອໃນຂ່າວ, ເນື້ອໃນລາຍການ, ຮູບແບບລາຍການ. ການສະ ໜອງເຕັກນິກ ແລະ ຫ້ອງການ- ບໍລິຫານໄດ້ຮັບການປັບ ປຸງດີຂຶ້ນເທື່ອລະກ້າວ, ສະມາຊິກພັກ- ພະນັກງານຈຳນວນຫລາຍຖື ເອົາການເຂົ້າຮ່ວມເຊື່ອມຊຶມ, ການເຜີຍແຜ່ມະຕິຕ່າງໆ ຈຶ່ງມີຄວາມຮັບຮູ້ຂໍ້ມູນຂ່າວສານທາງດ້ານແນວຄິດ-ການເມືອງ ມີທັດ ສະນະຫລັກໝັ້ນ ແລະ ມີອຸດົມ ການຂອງພັກໜັກ ແໜ້ນຂຶ້ນຕື່ມ, ພ້ອມນີ້ ກອງ​ປະຊຸມ​ຍັງ​ໄດ້​ຜ່ານ​ບົດ​ສຳ​ຫລວດ​ຂອງ​ຄະນະ​ພັກ​ຮາກ​ຖານ ​ແລະ ປ່ອນບັດຄັດ ເລືອກເອົາຄະນະ ພັກຮາກຖານໂທລະພາບຊຸດໃໝ່ ຊຶ່ງ​ປະກອບ​ມີ​ທັງ​ໝົດ 7 ສະຫາຍ ເລືອກ​ເອົາ 5 ສະຫາຍ. ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ​ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເລືອກ​ເອົາສະຫາຍ ບຸນ​ເຈົ້າ ພິຈິດ ​ເປັນ​ເລຂາ​ຄະນະ​ພັກຮາກ​ຖານ​ໂທລະພາບ​ແຫ່ງ​ຊາດ​ລາວ, ສະ ຫາຍ ທອງ​ວັນ ບຸນ​ບົວທອງ ຮອງ​ເລຂາ​ຄະນະ​ພັກ, ທັງ​ເປັນ​ປະທານ​ກວດກາ, ສະຫາຍ​ ​ວິນ​ລຽນ ສຸວັນ​ນາມ, ສະຫາຍ ບຸນ​ລັບ ດວງ​ພູມີ  ​ແລະ ສະຫາຍ ນາງ ວຽງ​ທອງ ພົມມະ​ຈັກ ​ເປັນ ຄະນະພັກ.
    ໃນ​ໂອກາດ​ນີ້ ສະຫາຍ​ ບົວ​ເງິນ ຊາ​ພູ​ວົງ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ຄະນະ​ພັກ​ຊຸດ​ໃໝ່​ ຊຶ່ງ​ທ່ານ​ໄດ້​ເນັ້ນ​ໃຫ້​ຄະນະ​ພັກ​ຊຸດ​ໃໝ່​ສືບ ຕໍ່​ຊີ້ນຳໆ​ພາ​ວຽກ​ງານ​ວິຊາ​ສະ ພາະຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ຄະນະ​ພັກ, ສືບຕໍ່​ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ເຮັດ​ໃຫ້​ວຽກ​ງານ​ຖະ​ແຫລ​ງຂ່າວ​​ ​ໄປ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່, ມີບາດກ້າວ​ຂະຫຍາຍຕົວ ​ແລະ ມີ​ປະສິດທິພາບ​ຍິ່ງ​ຂຶ້ນ​ເທື່ອ​ລະ​ກ້າວ. ຄຽງ​ຄູ່​ກັນນີ້ ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ ຂ່າວ, ລາຍການ ແລະ ຮູບ​ແບບ​ລາຍການ​ໃຫ້ມີ​ຮູບ​ແບບ​ທີ່​ທັນ​ສະ​ໄໝ ແລະ ຖືກຕ້ອງ​ກັບຄວາມ​ຕ້ອງການ​ຂອງ​ປະຊາຊົນ ແລະ ມີ​ປະສິດທິພາບ​​ໃຫ້​ເທົ່າ​ທຽມ​ກັບ​ສາກົນ​ເທື່ອ​ລະ​ກ້າວ.

No comments:

Post a Comment