ໃນວັນທີ 12 ມິຖຸນານີ້, ຄະນະຮັບຜິດຊອບແກ້ໄຂປາກົດການຫຍໍ້ທໍ້ນະຄອນ ຫລວງວຽງຈັນ
ໄດ້ສຶກສາອົບຮົມໄວລຸ້ນ 20 ຄົນ ທີ່ພາກັນກໍ່ຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນສັງ
ຄົມ ດ້ວຍການຂັບຂີ່ລົດຈັກເປັນພຶ່ງເປັນແພສົ່ງສຽງດັງລົບກວນປະຊາຊົນໃນຍາມຄ່ຳຄືນ,
ຫລັງຈາກນັ້ນກໍເຮັດບົດບັນທຶກ ແລະ ສົ່ງມອບຄືນໃຫ້ຜູ້ປົກຄອງນຳໄປສຶກສາອົບຮົມຕໍ່ໄປ.
ໃນການອົບຮົມ, ເຈົ້າໜ້າທີ່ໄດ້ນຳເອົາກົດໝາຍຈະລາຈອນທາງບົກ
ແລະ ລະບຽບອື່ນໆທີ່ກ່ຽວພັນກັບການຂັບຂີ່ມາສະເໜີໃຫ້ໄວລຸ້ນທີ່ກະທຳຜິດດັ່ງກ່າວຮັບຊາບ
ເປັນຕົ້ນຜູ້ຂັບຂີ່ພາຫະ ນະບົນທ້ອງຖະໜົນທຸກຄົນຕ້ອງມີເອກະສານຖືກຕ້ອງຄົບ
ຖ້ວນ,
ບໍ່ຄວນດັດແປງພາຫະນະ ເຮັດໃຫ້ສະພາບເຕັກນິກມີການປ່ຽນແປງ ເພາະຈະເປັນໄພອັນຕະ
ລາຍໃນເວລາຂັບຂີ່ ແລະ ການຂັບຂີ່ລົດເປັນພຶ່ງເປັນແພ ຕັ້ງກຸ່ມແກ໊ງແຂ່ງລົດຕາມທ້ອງຖະໜົນແມ່ນຖືວ່າເປັນການກະທຳທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ.
ຂະນະດຽວກັນ ບັນດາຜູ້ປົກຄອງໄວຫນຸ່ມດັ່ງກ່າວກໍໃຫ້ຄຳໝັ້ນ ສັນຍາກັບເຈົ້າໜ້າທີ່ວ່າ:
ຈະເອົາໃຈໃສ່ຕິດຕາມ ແລະ ບອກສອນລູກຫລານໃຫ້ດີເພື່ອບໍ່ໃຫ້ພວກເຂົາກັບມາກະທຳຜິດອີກ.
No comments:
Post a Comment