Ad

Ad

16 June 2014

ຄວນປົວແປງຮ່ອງລະບາຍນ້ຳໃຫ້ດີ



     ແຕ່ລະປີພໍຮອດລະດູຝົນ, ເສັ້ນທາງຫລາຍສາຍໃນນະຄອນຫລວງວຽງຈັນມັກຈະມີນ້ຳຖ້ວມຂັງ, ໂດຍສະເພາະແມ່ນເວ ລາມີ ຝົນຕົກແຮງ, ສົ່ງຜົນໃຫ້ການສັນຈອນໄປມາພົບຄວາມຫຍຸ້ງ ຍາກ, ບ້ານເຮືອນທີ່ຕັ້ງຢູ່ບໍລິ ເວນພື້ນທີ່ຕ່ຳກໍໄດ້ຮັບຜົນ ກະ ທົບບໍ່ໜ້ອຍ, ຕົ້ນຕໍແມ່ນເກີດມາຈາກຮ່ອງລະບາຍນ້ຳອັດຕັນ, ເຮັດໃຫ້ນ້ຳລະບາຍອອກບໍ່ທັນ ບວກກັບການຖົມໜອງ, ຖົມບຶງ ຕ່າງໆເພື່ອປຸກສ້າງເຮືອນຊານ. ດັ່ງນັ້ນ, ອຳນາດການປົກຄອງ ກໍຄື ຂະແໜງການກ່ຽວຂ້ອງ ແລະ ສັງຄົມຕ້ອງໄດ້ເປັນ ເຈົ້າການ ຮີບຮ້ອນປົວແປງ ແລະ ອະ ນາໄມຄອງລະບາຍນ້ຳຕາມເສັ້ນທາງຕ່າງໆໃຫ້ດີ, ເພື່ອບໍ່ໃຫ້ເກີດນ້ຳຖ້ວມຂັງແລ້ວຍັງ ຊ່ວຍການ ປົກປັກຮັກສາເສັ້ນທາງໃຫ້ມີອາຍຸການໃຊ້ງານໄດ້ຍາວນານ ແລະ ທັງເປັນການສ້າງໃຫ້ນະຄອນຫລວງວຽງ ຈັນມີຄວາມສະອາດ ງົດງາມ ແລະ ເປັນຕາໜ້າຢູ່.

No comments:

Post a Comment