ພາຍຫລັງໜັງສືພິມ ລາວພັດທະນາ ໄດ້ພິມຂ່າວໃນວັນທີ
12 ມິຖຸນານີ້ວ່າ: ຖັງຢາງແບ່ງຊ່ອງຈະລາຈອນບົນເສັ້ນທາງໄກ ສອນ ພົມວິຫານ ນະຄອນຫລວງວຽງຈັນ
ຍ່ານຕໍ່ໜ້າໂຮງຮຽນມັດທະຍົມສິນໄຊແຕກກະຈາຍ ຍ້ອນຂັບຂີ່ແບບປະໝາດ ແລະ ໃນວັນທີ
13 ມິຖຸນາຕໍ່ມາ, ຜູ້ກໍ່ໃຫ້ເກີດອຸປະຕິເຫດດັ່ງກ່າວ ໄດ້ ອອກມາສະແດງຄວາມຮັບຜິດ
ຊອບ ແລະ ຊີ້ແຈ້ງຄວາມເປັນຈິງຂອງສາເຫດອຸປະຕິເຫດຄັ້ງນີ້ ຜ່ານທາງເວັບໄຊຂອງໜັງສືພິມ
ລາວພັດທະນາວ່າ: ເວລາປະ ມານ 1:00 ໂມງ ຂອງວັນທີ 12/6 /2014 ຕົນເອງໄດ້ຂັບລົດມາຄົນດຽວຕາມເສັ້ນທາງດັ່ງກ່າວ
ພໍມາຮອດຈຸດນັ້ນ ລົດໄດ້ເກີດພິກຂວ້ຳໄຫລໄປຕຳເອົາຖັງຢາງດັ່ງ ກ່າວ ແລະ ຕົນເອງກໍໄດ້ຮັບການຊ່ວຍເຫລືອນຳສົ່ງໂຮງໝໍຈາກໜ່ວຍກູ້ໄພ,
ສ່ວນລົດກໍແມ່ນເຈົ້າ ໜ້າທີ່ຈະລາ ຈອນນຳໄປເກັບມ້ຽນໄວ້. ຕໍ່ຄວາມເສຍຫາຍທີ່ເກີດຂຶ້ນທັງໝົດນັ້ນ
ແມ່ນ ຕົນເອງຈະເປັນຜູ້ຮັບຜິດຊອບຜູ້ດຽວ ແລະ ປັດຈຸບັນ ເຈົ້າໜ້ າທີ່ກ່ຽວຂ້ອງກໍໄດ້ເອົາຖັງຢາງອັນໃໝ່ໄປຕິດຕັ້ງແທນຄືນເປັນທີ່ຮຽບຮ້ອຍແລ້ວ.
No comments:
Post a Comment