ມີຫຼາຍປັດໄຈທີ່ເຮັດໃຫ້ຄວາມຮຸນແຮງເພີ່ມຂຶ້ນ ແລະ
ມີການກະທໍາຄວາມຮຸນແຮງຕໍ່ເດັກນ້ອຍ
ໃນນີ້ມີປັດໄຈທາງບຸກຄົນ, ຄອບຄົວ, ສັງຄົມ,
ເສດຖະກິດ, ວັດທະນະທໍາ, ຮີດຄອງປະເພນີ ແລະ ອື່ນໆ. ຄວາມສ່ຽງຂອງເດັກຕໍ່ຄວາມຮຸນແຮງ ເຊິ່ງພົວພັນກັບອາຍຸ ແລະ
ຄວາມອາດສາມາດ ໃນການພັດທະນາ, ສະນັ້ນ ເດັກຈະມີຄວາມສ່ຽງສູງ, ຍ້ອນຄວາມເປັນເດັກ ຈຶ່ງເຮັດໃຫ້ຖືກຂົ່ມຂູ່ ແລະ ຍອມຢູ່ໃຕ້ອໍານາດຂອງຜູ້ໃຫຍ່ໄດ້ງ່າຍ, ທັດສະນະການເຈລະຈາຂອງເດັກກໍຍັງຕໍ່າ
ຈຶ່ງຂາດປະສົບການຊີວິດໃນການຄາດຄະເນຄວາມຮ້າຍແຮງທີ່ຈະເກີດຂຶ້ນ ແລະ ຄວາມດ້ອຍກ່ວາທາງເພດ, ເຊື້ອຊາດ, ຊົນເຜົ່າ, ຄວາມພິການ
ຫຼື ຖານະທາງສັງຄົມ. ໃນຂະນະທີຄວາມຮຸນແຮງນັ້ນເກີດຂຶ້ນໃນທຸກກຸ່ມເສດຖະ
ກິດ ແລະ
ສັງຄົມ ເດັກໃນຄອບຄົວທີມີລາຍຮັບຕໍ່າ, ປັດໃຈອື່ນໆທີ່ເພີ່ມຄວາມສ່ຽງແມ່ນການແບ່ງແຍກອອກຈາກສັງຄົມ, ການພັດພາກຈາກຄອບຄົວ, ຄວາມທຸກຍາກ, ຄວາມບໍ່ສະເໝີພາບ. ການແບ່ງແຍກທາງສັງຄົມແມ່ນກ້ຽວພັນຫຼາຍກັບຄວາມຮຸນແຮງຕໍ່ເດັກ ຫຼື
ລະຫວ່າງເດັກໃນຊຸມຊົນດ້ວຍກັນ, ທີ່ບໍ່ມີວຽກເຮັດງານທໍາ, ບໍ່ມີຄວາມເປັນລະ ບຽບຮຽບຮ້ອຍ,
ຂາດການບໍລິການ, ຂາດໂອກາດດ້ານເສດຖະກິດ ແລະ ເງື່ອນໄຂເອື້ອ
ອໍານວຍ ເຊິ່ງມັກເກີດມີສະພາບທີນໍາໄປສູ່ຄວາມຮຸນແຮງ ແລະ ຄວາມບໍ່ສະຫງົບ,
ບັນທັດຖານທາງສັງຄົມ, ວັດທະນະທໍາ ແລະ ຮີດຄອງປະເພນີ
ມີອິດທິພົນສູງຕໍ່ກັບການປະພຶດຂອງບຸກຄົນ
ລວມທັງການໃຊ້ຄວາມຮຸນແຮງ ແລະ
ບັນທັດຖານທາງສັງຄົມແມ່ນປັດໃຈພຶ້ນຖານທີ່ສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການໃຊ້ຄວາມຮຸນແຮງຕໍ່ເດັກ ເພື່ອປົກປ້ອງເດັກຈາກຄວາມຮຸນແຮງໄດ້ເຊັ່ນກັນເປັນຕົ້ນ: ວັດທະນະທໍາ, ຮີດຄອງປະເພນີຂອງບາງທ້ອງຖິ່ນທີ່ຍອມຮັບການໃຊ້ຄວາມຮຸນແຮງຕໍ່ເດັກເປັນເລື່ອງທໍາມະດາ, ບໍ່ວ່າຈະເປັນວິທີເພື່ອແກ້ໄຂຂໍ້ຂັດແຍ່ງ ຫຼື
ການລົງໂທດເດັກກໍລ້ວນແຕ່ເປັນປັດໄຈສ່ຽງຕໍ່ທຸກຮູບແບບຄວາມຮຸນແຮງລະຫວ່າງບຸກຄົນຕໍ່ບຸກຄົນໄດ້.
ເຖິງຢ່າງໃດກໍຕາມ ລັດຖະບານກໍໄດ້ມີກົດໝາຍກ່ຽວກັບຄວາມຮຸນແຮງຕໍ່ເດັກເຊັ່ນ: ມາດຕາ 6 ຂອງລັດຖະທໍາມະນູນແຫ່ງ
ສປປ ລາວ ປີ 2002 ໄດ້ກໍານົດກ່ຽວກັບ
ການປົກປ້ອງຂອງລັດຕໍ່ປະຊາຊົນລາວທຸກຄົນຈາກໄພອັນຕະລາຍ “ຫ້າມທຸກການກະທໍາແບບອາຍາສິດ ແລະ ຂົ່ມຂູ່ອັນຈະກໍຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ,
ຊີວິດ, ຈິດໃຈ ແລະ ຊັບສົມບັດຂອງປະຊາຊົນ”,
ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ
ປີ
2007 ໄດ້ນິຍາມບັນດາຫຼັກການ, ກົດລະບຽບ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ແລະ
ກວດສອບການຈັດຕັ້ງປະຕິບັນວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ. ກົດໝາຍດັ່ງກ່າວຍັງລວມເອົາບັນດາມາດຕະການທາງດ້ານກົດໝາຍໃນການລົງໂທດຜູ້ທີ່ລ່ວງລະເມີດເດັກມີສຸຂະພາບທີ່ດີທາງດ້ານຮ່າງ
ກາຍ, ສິນທໍາ ແລະ ຈິດໃຈຢ່າງເຕັມສ່ວນ, ກົດໝາຍວ່າດ້ວຍການພັດທະນາ
ແລະປົກປ້ອງແມ່ຍິງ ປີ 2004 ໄດ້ລວມເອົາບັນຍັດຕ່າງໆ ເພື່ອລຶບລ້າງທຸກຮູບການແບ່ງແຍກ ແລະ ເພື່ອປ້ອງກັນ ແລະ
ຕ້ານການຄ້າຂາຍແມ່ຍິງ ແລະ ເດັກ, ອີງຕາມກົດໝາຍດັ່ງກ່າວແມ່ຍິງ ແລະ ເດັກຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວມີສິດຂໍຄວາມຊ່ວຍເຫຼືອ ແລະ ມີສິດລາຍງານຕໍ່ເຈົ້າໜ້າທີ່ເພື່ອຊ່ວຍແກ້ໄຂຕາມລະບຽບການ
ແລະ ກົດໝາຍທີກໍານົດໄວ້, ກົດໝາຍຄອບຄົວແຫ່ງ ສປປ
ລາວ ໃນປີ 2008 ໄດ້ອ້າງອີງສະເພາະກ່ຽວກັບຄວາມຮຸນແຮງຂອງພໍ່ແມ່ຕໍ່ເດັກ ແລະ ໄດ້ລະບຸວ່າ
ຖ້າພໍ່ແມ່ຫາກບໍ່ປະຕິບັດພັນທະຂອງຕົນໃນການສຶກສາອົບຮົມລູກ, ໃຊ້ສິດໃນການເປັນພໍ່ແມ່ເກີນຂອບເຂດ, ໃຊ້ການກະທໍາຕໍ່ລູກຢ່າງໂຫດຮ້າຍຕ່າງໆຜູ້ກ່ຽວກໍຈະຖືກສານປົດສິດໃນການເປັນພໍ່ແມ່ ຕາມມາດຕາ 32
ເຖິງຢ່າງໃດກໍຕາມປະເພດຂອງຄວາມຮຸນແຮງທີ່ຈະສາມາດປົດສິດໃນການເປັນພໍ່ແມ່ນັ້ນບໍ່ໄດ້ຖືກລະບຸໄວ້.
No comments:
Post a Comment