Ad

Ad

4 September 2015

ລາວ-ສ.ເກົາຫລີ ຮ່ວມມືດ້ານການຕະຫລາດເງິນ

ປັດຈຸບັນລັດຖະບານ ສປປ ລາວ ແລະ .ເກົາຫລີ ໄດ້ເພີ່ມການພົວພັນ ແລະ ຮ່ວມມືກັນໃນຫລາຍດ້ານບັນຍາກາດທີ່ດີ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ ແລະ ໜຶ່ງໃນນີ້ກໍແມ່ນດ້ານຕະຫລາດເງິນ-ຕະຫລາດທຶນກໍມີການຮ່ວມມືກັນຢ່າງຕັ້ງໜ້າຄື: ໃນຄັ້ງຫລ້າສຸດ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານກາງຂອງ . ເກົາຫລີ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການແລກປ່ຽນດ້ານວິຊາການ ເປັນຄັ້ງປະຫວັດສາດ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາຜ່ານມາ, ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານນາງ ຈັນສຸກ ພົມມະວັນ ຮອງຫົວໜ້າກົມພົວພັນສາກົນ ແລະ ທ່ານ ກີ ຊຸນ ຈັ່ງ ຮອງຫົວໜ້າກົມ ທັງເປັນຫົວໜ້າໂຄງການແລກປ່ຽນທາງດ້ານວິຊາການ, ຫ້ອງການພົວພັນສາກົນຂອງທະນາຄານດັ່ງກ່າວ ເພື່ອເປັນຈຸດລິເລີ່ມໃນການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາການລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານກາງ . ເກົາຫລີ ໂດຍສະເພາະແມ່ນການແລກປ່ຽນຄວາມຮູ້ທາງດ້ານວິຊາການໃນການພັດທະນາໂຄງສ້າງຕະຫລາດການເງິນ ແລະ ບົດຮຽນຂອງ . ເກົາຫລີ ເພື່ອນຳມາໝູນໃຊ້ເຂົ້າໃນການປັບປຸງ ຕະຫລາດການເງິນຂອງ ສປປ ລາວດີຂຶ້ນ.

             ໂຄງການດັ່ງກ່າວ ຈະໃຫ້ຄຳປຶກສາ-ແນະນຳໃນການວາງນະໂຍບາຍແກ່ບັນດາປະເທດຄູ່ຮ່ວມມືໂດຍຜ່ານຫລາຍຊ່ອງທາງ ໃນນີ້ ມີທັງການຢ້ຽມຢາມແລກປ່ຽນບົດຮຽນຢູ່ປະເທດ . ເກົາຫລີ ແລະ ຄະນະຊ່ຽວຊານຈາກ . ເກົາຫລີ ສາມາດໃຫ້ພະນັກງານ ທະນາຄານແຫ່ງ ສປປ ລາວ ຜູ້ທີ່ຮັບຜິດຊອບໃນການວິເຄາະຂໍ້ມູນທາງດ້ານຕະຫລາດເງິນ ແລະ ສະພາບການຂະຫຍາຍຕົວຂອງຕະຫລາດເງິນຂອງ ສປປ ລາວ.

             ນັບແຕ່ທ້າຍປີ 2007 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ບັນລຸການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບຕະຫລາດທຶນ ແລະ ມາຮອດວັນທີ 10 ຕຸລາ 2010 ຕະຫລາດຫລັກຊັບລາວ ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ໃນຕົ້ນປີ 2011 ຕະຫລາດຫລັກຊັບລາວ ກໍໄດ້ດຳເນີນການຊື້-ຂາຍຮຸ້ນ, ນອກຈາກນີ້ ກໍມີການເປີດຕົວ ແລະ ດຳເນີນທຸລະກຳການເງິນຂອງນັກທຸລະກິດຈາກ . ເກົາຫລີ ເປັນຕົ້ນມີທະນາຄານບູຢອງ ແລະ ອື່ນໆ ເຊິ່ງທັງມົດເປັນໝາກຜົນແຫ່ງການພົວພັນ ແລະ ການຮ່ວມມືໃນນີ້ດ້ານຕະຫລາດເງິນ-ຕະຫລາດທຶນ ທີ່ນັບມື້ຂະຫຍາຍຕົວ.

No comments:

Post a Comment