Ad

Ad

14 November 2013

ອົງການກາແດງສາກົນຈະວາງສະແດງຮູບພາບສະຫລອງຄົບ ຮອບ 150 ປີ



          ​ໃນ​ວັນ​ທີ 13 ພະຈິກນີ້ ຢູ່​ໂຮງ​ແຮມ​ລາວ​ພລາຊາຄະນະກຳມະ ການກາແດງ ສາກົນ (ICRC) ໄດ້ຈັດຖະແຫຼງຂ່າວກ່ຽວ ກັບການເປີດຫ້ອງການໂຄງການຂອງ ICRC ຢູ່ລາວ ແລະ ການວາງສະແດງຮູບພາບການເຄື່ອນໄຫວວຽກງານຂອງຕົນຄົບ ຮອບ 150 ປີຂື້ນ, ຢູ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ, ທ່ານ ແພັດທຣິກ ສົມໄຊສະນະ ວິໄລເລັກ, ຫົວໜ້າຫ້ອງການຄະນະກຳມະການກາແດງສາກົນຖະ ແຫຼງວ່າ: ພິທີເປີດຫ້ອງການໂຄງການໃນ ສ.ປ.ປ ລາວ ແລະ ການວາງສະແດງຮູບ ພາບການເຄື່ອນໄຫວວຽກງານຂອງອົງການກາແດງສາກົນ ແລະ ຊີກວົງ ເດືອນແດງຄົບຮອບ 150 ປີ, ແມ່ນຈະຈັດຂຶ້ນໃນວັນ ທີ 14 ພະຈິກນີ້, ຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ​ເຊິ່ງຮູບພາບທີ່ຈະນຳມາສະແດງປະກອບມີຮູບພາບການ ເຄື່ອນໄຫວຂອງອົງການກາແດງສາກົນ ແລະ ຊີກວົງເດືອນແດງຢູ່ບັນດາປະເທດຕ່າງໆໃນທົ່ວໂລກ, ນັບແຕ່ມື້ສ້າງຕັ້ງອົງການຈົນ ຮອດປັດຈຸບັນ.

          ທ່ານ ​ແພັດທຣິກ ກ່າວວ່າ: ຕະຫຼອດໄລຍະ 150 ປີທີ່ຜ່ານມາ ICRC ໄດ້ໄຫ້ການຊ່ວຍເຫຼືອ ແລະ ໃຫ້ຄວາມຮູ້ດ້ານ ມະນຸດສະທຳແກ່ປະຊາຊົນທີ່ມີຄວາມຕ້ອງການຫຼາຍກວ່າ 90 ປະເທດ, ຈາກເຫດການຄວາມຂັດແຍ່ງທາງກຳລັງປະກອບອາ ວຸດ, ການກໍ່ການຮ້າຍ ແລະ ໄພພິບັດຕ່າງໆ, ຊຶ່ງຂອບເຂດທີ່ພົ້ນເດັ່ນ ແມ່ນ: ການຊ່ວຍເຫຼືອສຸກເສີນ, ການບໍລິຫານສະຖານທີ່ ຄຸມຂັງ, ກົດໝາຍມະນຸດ ສະທຳສາກົນ, ການສືບທາວຫາຄອບຄົວທີ່ພັດພາກ, ການບໍລິການປົວແປງກະດູກ, ນ້ຳ ແລະ ບ່ອນ ຢູ່ອາໄສ. ບັນດາວຽກງານ ແລະ ກິດຈະກຳຕ່າງໆ​ໂດຍ​ການມີສ່ວນຮ່ວມກັບທຸກຝ່າຍທີ່ກ່ຽວ ຂ້ອງ ສຳລັບສປປລາວ ICRC ໄດ້ເຂົ້າມາຈັດຕັ້ງ​ໂຕແທນໃນປີ 1960 ໃນປີ 2004 ICRC ໄດ້ຈັດຕັ້ງໂຄງການເພື່ອປັບປຸງການເຂົ້າເຖິງນ້ຳສະອາດ ແລະ ດ້ານ ສຸຂະອະນາໄມສຳລັບຊຸມຊົນທີ່ທຸກຍາກຂາດເຂີນໃນພາກເໜືອຄື, ໃນປີ 2012 ໄດ້ສ້າງຕັ້ງຫ້ອງການໄລຍະຍາວໃນນະຄອນ ຫຼວງວຽງຈັນ, ໂດຍໄດ້ຮັບການອະນຸມັດຈາກລັດຖະບານຂອງ ລາວ ໃນປີ 2013, ໂອກາດນີ້ທ່ານໄດ້ເຊີນຊວນໃຫ້ທຸກຄົນ ເຂົ້າຮ່ວມຊົມງານວາງສະແດງຮູບພາບການເຄື່ອນໄຫວຂອງອົງການກາແດງສາກົນ ແລະ ຊີກວົງເດືອນແດງເພື່ອເຂົ້າໃຈການປະ ຕິບັດງານຂອງອົງການຫຼາຍຂຶ້ນກວ່າເກົ່າ.

No comments:

Post a Comment