Ad

Ad

14 November 2013

ຮວາງ​ແອ​ງຢາ​ລາຍກຣຸບ ຊ່ວຍ​ເຫລືອ​ແຂວງ​ອັດ​ຕະປື 30 ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ວຽກ​ງານ​ສະຫວັດດີ​ການສັງຄົມ



     ​ໂດຍ​ປະຕິບັດ​ຕາມ​ທິດ​ນຳ​ຂອງ​ພັກ​-ລັດຖະບານ​ສອງ​ປະ​ເທດ ລາວ-ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ລາວ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ, ຮວາງ​ແອ​ງຢາ​ລາຍກຣຸບ ກໍ​ໄດ້​ເຂົ້າມາ​ລົງທຶນ​ຢູ່​ລາວ​ເປັນ​ຈຳນວນ​ຫລາຍ​ໂຄງການ ຄື​ໂຄງການ​ປູກ​ໄມ້​ອຸດສາຫະກຳ (ຢາງພາລາ, ຕົ້ນປາມ ​ແລະ ປູກ​ອ້ອຍ), ​ໂຄງການ​ຂຸດ​ຄົ້ນບໍ່​ແຮ່, ພະລັງງານ​ໄຟຟ້າ ​ແລະ ອະສັງຫາລິມະ​ຊັບ​ອື່ນໆ.
     ​ໄປ​ຄຽງ​ຄູ່​ກັບ​ການ​ເອົາ​ໃຈ​ໃສ່​ພັດທະນາ​ເສດຖະກິດ​ແລ້ວ, ສະຫະ​ບໍລິສັດ​ຮວາງ​ແອ​ງຢາ​ລາຍ ຍັງ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ວຽກ​ງານ​ສະຫວັດດີ​ການ​ສັງຄົມ ​ໂດຍ​ຄາດ​ວ່າຈະ​ສະໜັບສະໜູນ​ທຶນ​ຢ່າງ​ໜ້ອຍ 30 ລ້ານ​ໂດ​ລາ ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ຢູ່​ແຂວງ​ອັດ​ຕະປື​ໃຕ້​ສຸດ​ຂອງ​ລາວ ​ແລະ ມາ​ຮອດ​ປັດຈຸບັນ ກໍ​ໄດ້​ສຳ​ເລັດ​ການ​ກໍ່ສ້າງ ​ແລະ ​ເປີດ​ນຳ​ໃຊ້​ຫລາຍ​ໂຄງການ​ແລ້ວ ລວມມີ​ມູນ​ຄ່າ​ຫລາຍ​ກວ່າ 14,22 ລ້ານ​ໂດ​ລາ​ສະຫະລັດ ​ເຊັ່ນ: ​ໂຄງການ​ກໍ່ສ້າງ​ເຮືອນ​ຈັດ​ສັນ​ໃຫ້​ປະຊາຊົນ​ເມືອງ​ໄຊ​ເສດ​ຖາ ​ແລະ ​ເມືອງ​ພູ​ວົງ, ​ເສັ້ນທາງ​ເຂົ້າບ້ານ​ຫ້ວຍ​ກູດ, ບ້ານ​ກ້ານ ພ້ອມ​ສ້າງ​ຕາ​ຂ່າຍ​ໄຟຟ້າ​ເຂົ້າບ້ານ​ກ້ານ,
ບ້ານ​ຊາຍ​ຂາວ, ບ້ານ​ຫາດ​ຊັນ, ບ້ານ​ແກ້ງ​ໃຫຍ່ ​ແລະ ​ເສັ້ນທາງ​ເຂົ້າບ້ານ​ຫາດ​ຊັນ, ສ້າງ​ໂຮງໝໍ 200 ຕຽງ, ສ້າງ​ຂົວ​ເຊ​ຊູ້, ຂົວ​ຟູ ​ແລະ ​ໂຮງຮຽນ​ຕ່າງໆ​ສຳ​ລັບ​ບ້ານ​ຈັດ​ສັນ. ພ້ອມ​ນັ້ນ ບໍລິສັດ​ຫຸ້ນ​ສ່ວນ​ຮວາງ​ແອ​ງ-ອັດ​ຕະປື ຍັງ​ໄດ້​ຈັດຕັ້ງ​ໃຫ້​ນິຄົມ​ຂອງ​ຕົນ​ຈຳນວນ 11 ​ແຫ່ງ ​ແຮກສ່ຽວ​ກັບ​ປະຊາຊົນ​ໃນ 23 ບ້ານ​ຂອງ​ເມືອງ​ໄຊ​ເສດ​ຖາ, ສານ​ໄຊ, ສະໜາມ​ໄຊ, ສາມັກ​ຄີ​ໄຊ ​ແລະ ​ເມືອງ​ພູ​ວົງ ​ແລະ ຢ້ຽມຢາມ​ແລກປ່ຽນ​ບົດຮຽນ​ຕ່າງໆ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ເຊິ່ງກັນ ​ແລະ ກັນ ພ້ອມ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ຕ່າງໆ​ໃຫ້​ປະຊາຊົນ​ຜູ້​ທຸກ​ຍາກ​ຂາດ​ເຂີນ​ ຕົກ​ເປັນ​ເງິນ​ຫລາຍ​ກວ່າ 29.000 ​ໂດ​ລາ​ສະຫະລັດ ​ແລະ ​ໄດ້​ມອບ​ທຶນ​ສະໜັບສະໜູນ​ໂຄງການ​ໄປ​ພັກຜ່ອນ​ຂອງ​ພະນັກງານ​ລັດຖະກອນ​ແຂວງ​ອັດ​ຕະປື, ພ້ອມ​ນັ້ນ ຮວາງ​ແອ​ງຢາ​ລາຍ​ ຍັງ​ໄດ້​ສະໜັບສະໜູນ​ທຶນ​ໃຫ້​ພະນັກງານ​ແພດ​ໝໍ​ອາສາ​ສະໝັກ​ຫວຽດນາມ​ມາ​ຊ່ວຍ​ກວດ​ພະຍາດ ​ແລະ ສະໜອງ​ຢາ​ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ໂດຍ​ບໍ່​ເສຍ​ຄ່າ. ພ້ອມ​ນັ້ນ ກໍ​ໄດ້​ຊ່ວຍ​ເຝິກອົບຮົມ​ແບບ​ແຜນການ​ດຳລົງ​ຊີວິດ ​ແລະ ​ແບບ​ວິທີ​ການ​ຜະລິດ​ໃຫ້​ປະຊາຊົນ​ຜູ້​ທຸກ​ຍາກ​ຂາດ​ເຂີນ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ​ຂອງ​ແຂວງ​ອັດ​ຕະປື ​ແລະ ຄຽງ​ຄູ່​ກັນນັ້ນ ບໍລິສັດ​ຮວາງ​ແອ​ງຢາ​ລາຍ​ຍັງ​ໄດ້​ສຸມ​ໃສ່​ສະໜັບສະໜູນ​ປະຊາຊົນ​ໃນ​ການຈັດຕັ້ງງານ​ບຸນ​ປະ​ເພນີ​ຕ່າງໆ, ຊ່ວຍ​ຈັດຕັ້ງຂະ​ບວນກິລາ, ສະໜັບສະໜູນ​ທຶນ​ການ​ສຶກສາ​ໃຫ້​ນັກຮຽນ​ຜູ້​ທຸກ​ຍາກ​ຂາດ​ເຂີນ​ໄປ​ສຶກສາ​ຮ່ຳຮຽນ​ຕໍ່​ຢູ່ ສສ ຫວຽດນາມ ​ແລະ ພ້ອມ​ນັ້ນ ກໍ​ໄດ້​ສະໜັບສະໜູນ​ທຶນຮອນ​ຫລາຍ​ກວ່າ 3 ຕື້ກີບ ​ເພື່ອ​ວຽກ​ງານ​ສະຫວັດດີ​ການ​ສັງຄົມ​ອື່ນໆ ​ເຊິ່ງ​ໄລ່​ມາ​ຮອດ​ປັດຈຸບັນ ທຶນ​ຊ່ວຍ​ເຫລືອ​ຂອງ​ຮວາງ​ແອ​ງຢາ​ລາຍ​ຕໍ່​ວຽກ​ງານ​ສະຫວັດດີ​ການ​ສັງຄົມ​ໃຫ້​ແກ່​ອັດ​ຕະປືມີ​ຫລາຍ​ກວ່າ 14,71 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ໄລຍະ​ທຳ​ອິດ.
     ສ່ວນ​ໄລຍະ II ​ແມ່​ນ​ເລີ່​ມປະຕິບັດ​ນັບ​ແຕ່​ທ້າຍ​ປີ 2013 ນີ້​ເປັນຕົ້ນ​ໄປ ​ໂດຍ​ຈະ​ສືບຕໍ່​ລົງທຶນ​ກໍ່ສ້າງ​ຫລາຍ​ໂຄງການ​ສະ ຫວັດດີ​ການ​ທີ່​ສຳຄັນ​ຕ່າງໆ​ເຊັ່ນ: ສ້າງ​ສູນ​ການ​ປົກຄອງ​ເມືອງ​ພູ​ວົງ, ​ໂຮງຮຽນ, ​ໂຮງໝໍ ​ແລະ ສຸກສາລາ​, ຕິດຕັ້ງ​ໄຟ​ເຍືອງ​ທາງ ​ແລະ ສ້າງ​ທາງ​ເຊື່ອມ​ຕໍ່​ລະຫວ່າງ​ບ້ານ​ຕໍ່​ບ້ານ, ບ້ານ​ຈັດ​ສັນ​ໃຫ້​ປະຊາຊົນ​ໃນ​ເຂດ​ໂຄງການ​ລົງທຶນ​ຂອງ​ບໍລິສັດ​ໃຫ້​ຫລາກ​ຫລາຍ ​ແລະ ​ໂຄງການ​ຊ່ວຍ​ເຫລືອ​ສັງຄົມ​ອື່ນໆ ​ໂດຍ​ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ປະມານ 15 ລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ບັນລຸ 30 ລ້ານ​ໂດ​ລາ​ ຕາມ​ການ​ຕົກລົງ​ເຫັນ​ດີ​ຂອງ​ປະທານ​ສະຫະ​ບໍລິສັດ​ຮວາງ​ແອ​ງຢາ​ລາຍ ​ເພື່ອ​ຊ່ວຍ​ເຫລືອ​ສັງຄົມ​ ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ແຂວງ​ອັດ​ຕະປືປະສົບ​ຜົນສຳ​ເລັດ​ໂດຍ​ໄວ.

No comments:

Post a Comment