Ad

Ad

28 June 2013

ໄຂກອງປະຊຸມຄົບຄະນະພັກແຂວງຈຳປາ​ສັກຄັ້ງທີ 12 (ສະໄໝທີ 6)



          ກອງປະຊຸມຄົບຄະນະພັກແຂວງຄັ້ງທີ 12 (ສະໄໝທີ 6)ໄດ້​ໄຂຂຶ້ນຢ່າງເປັນທາງການ​ໃນ​ວັນ​ທີ 25 ມີ​ຖຸນ​ານີ້, ຢູ່ຫໍ​ປະຊຸມ​ໃຫຍ່​ຂອງ​ແຂວງໂດຍການເປັນປະທານຂອງທ່ານ ດຣ ສອນໄຊ ສີພັນ ດອນ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆຈຳປາສັກພ້ອມດ້ວຍຄະນະບໍລິຫານງານ ພັກແຂວງ​ເຂົ້າ ຮ່ວມຢ່າງພ້ອມພຽງ ເພື່ອ​ຕີ​ລາຄາ​ຄືນ​ສະພາບ​ການຈັດຕັ້ງປະຕິບັດ​ວຽກ​ງານການ​ນຳພາ​ຂອງ​ພັກ​ເຂົ້າສູ່​ຍຸກ​ຂົງ​ເຂດ​ວຽກ​ງານ, ​ໂດຍ​ສະ​ເພາະ​ຜ່ານ​ມາ​ການຜັນ​ຂະຫຍາຍ​ມະຕິ IX ຂອງ​ພັກ​ເຂົ້າ ສູ່​ວຽກ​ງານ​ໂຕ​ຈິງ​ຂອງ​ທ້ອງ​ຖິ່ນ​ບັນລຸ​​ໄດ້​ແນວ​ໃດ ? ໂດຍ​ກອງ​ປະຊຸມ​ໄດ້​ຕີ​ລາຄາ​ວ່າ :  ເຖິງວ່າໃປັດ ຈຸບັນສະພາບສາກົນ ແລະ ພາກພື້ນຍັງສືບຕໍ່ການຫັນປ່ຽນຢ່າງສະຫຼັບຊັບຊ້ອນທີ່ມີທັງກາລະໂອ ກາດທີ່ເອື້ອອຳນວຍ ແລະ ສິ່ງທົດສອບທ້າ ທາຍຢູ່ໃນປະເທດເຮົາກໍຍັງມີທັງຂໍ້ຫຍຸ້ງຍາກຫຼາຍຢ່າງ ແຕ່ດ້ວຍພັກເຮົາມີແນວທາງທີ່ຖືກຕ້ອງແທດເໝາະກັບສະພາບໂອກາດພາຍໃຕ້ການຊີ້ນຳໆນຳພາຂອງພັກລັດຖະບານດ້ວຍຄວາມສູ້ຊົນບຸກບືນເຊີດຊູຄວາມ ສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດເວົ້າລວມ,ເວົ້າສະເພາະກໍຄືແຂວງຈຳປາສັກໂດຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຂອງບັນດາວົງສາ ຄະນາຍາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບໂດຍພື້ນຖານເສດຖະກິດມີຄວາມ
ໝັ້ນທ່ຽງຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງໃຫ້ດີຂຶ້ນ, ໂດຍສະເພາະກໍແມ່ນຄະນະພັກອຳນາດ ການປົກຄອງແຂວງໄດ້ສຸມ ໃສ່ຊີ້ນຳ​ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 6 ຂອງອົງຄະນະພັກ ແຂວງ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 7 ແລະ ຄາດໝາຍສະຫັດສະວັດດ້ານການ ພັດທະນາຮອດ ປີ 2015 ໄປພ້ອມກັບການຈັດຕັ້ງປະຕິບັດຄຳສັ່ງແນະນຳເລກທີ 3/ກມສພ, ກ່ຽວກັບການ ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ ເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ​ໄດ້​ຢ່າງ​ມີ​ຫມາກຜົນ ຄື:ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຮັດໃຫ້ໃນ ທ້ອງຖິ່ນທົ່ວແຂວງມີຄວາມສະ ຫງົບໂດຍພື້ນຖານສາ ມາດແກ້ໄຂບັນ ຫາຕ່າງໆໂດຍສະເພາະມີຄະດີອາດຍາເກີດຂຶ້ນ 111 ກໍລະນີ ແກ້ໄຂໄດ້ 36 ກໍລະນີ ​ແກ້​ໄຂ​ຄະດີຢາເສບຕິດ ເກີດຂຶ້ນ 68 ກໍລະນີໄດ້, ຄະດີເສດຖະກິດເກີດຂຶ້ນ 28 ກໍລະນີ ແກ້ໄຂໄດ້ 17 ກໍລະນີແລະບັນຫາຫຍໍ້ ທໍ້ ອື່ນໆໄດ້ຢ່າງມີປະສິດທິຜົນພິເສດແມ່ນສາມາດຄວາມທຸກຍາກໄດ້ 2 ເມືອງຄື: ເມືອງບາຈຽງ ແລະ ເມືອງສຸ ຂຸມາເປັນເມືອງພົ້ນທຸກ, ຄຽງຄູ່ກັນນັ້ນໄດ້ຢັ້ງຢືນເປັນບ້ານພັດທະນາໃນປີ 2013 ໄດ້ 136 ບ້ານເຊິ່ງມາ ຮອດປັດຈຸບັນມີບ້ານພັດທະນາ​ແລ້ວ 362 ບ້ານ ກວມ 56% ທົ່ວແຂວງ, ມີຄອບຄົວພັດທະນາ 99.811 ຄອບຄົວ ກວມ 86% ແລະ ໄດ້ນຳພາສ້າງ ແລະ ຕີລາຄາກົມກອງພັດທະນາ ໄດ້ 18 ກົມກອງວຽກງານ ພັດທະນາເສດຖະກິດມີ​ທ່າ​ຂະຫຍາຍ​ຕົວ​ຄື : ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ​ໄດ້ໄດ້ 721,64 ຕື້ກີບສະເລ່ຍຕໍ່ຫົວຄົນໄດ້ 10,9 ລ້ານກີບຫຼືເທົ່າກັບ 1,399$, ​ໃນນັ້ນຂະແໜງອຸດສະຫະກຳ ກວມ 33% ບໍລິການກວມ 36,5%.

No comments:

Post a Comment