ໃນປີ 2017
ໂຄງການເກັບກູ້ລະເບີດແຫ່ງຊາດຈະສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ
ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18
ຂອງລັດຖະບານ,
ເພື່ອຫລຸດຜ່ອນຈຳນວນຜູ້ບາດເຈັບ
ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກ, ເພີ່ມເນື້ອທີ່ດິນໃຫ້ມີຄວາມປອດໄພໃນການຜະລິດກະສິກຳ
ແລະ ການພັດທະນາ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ
ລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ເມື່ອທ້າຍອາທິດຜ່ານມາ, ທ່ານ
ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ
ສັງຄົມ
ໄດ້ເປັນປະທານກອງປະຊຸມເປີດກ້ວາງຂອງຄະນະກຳມະການຄຸ້ມຄອງແຫ່ງຊາດ
ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ປະຈໍາປີ 2016
ໄດ້ໃຫ້ຮູ້ວ່າ: ໃນປີຜ່ານມາ ຄຊກລ ສາມາດຍາດໄດ້ຜົນງານຫລາຍດ້ານ, ໂດຍໄດ້ສະເໜີຕໍ່ທ່ານນາຍົກລັດຖະມົນຕີປະກາດໃຊ້ຄຳສັ່ງເລກທີ
39/ນຍ,
ລົງວັນທີ
28
ກັນຍາ 2016
ວ່າດ້ວຍການເພີ່ມທະວີວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ໄດ້ຍົກຍ້າຍການຈັດຕັ້ງຄຸ້ມຄອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທັງສູນກາງ
ແລະ ທ້ອງຖິ່ນຍ້າຍມາສັງກັດຢູ່ກະຊວງແຮງງານ ແລະ
ສະຫວັດດີການສັງຄົມຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະ ບານ,
ໄດ້ພະຍາຍາມປະສານງານກັບບັນດາປະເທດຜູ້ໃຫ້ທຶນ
ແລະ ອົງການຈັດຕັ້ງສາກົນຕ່າງໆເພື່ອລະດົມທຶນ, ເຕັກນິກ-ວິຊາການເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ
ແລະ ອັນພົ້ນເດັ່ນແມ່ນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮ່ວມກັບທ່ານ ບັນກີມູນ
ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ປະ ກາດຄໍາຂວັນ:“ຊີວິດປອດໄພຈາກລະເບີດບໍ່ທັນແຕກ”
ເປັນເປົ້າໝາຍການພັດທະນາແບບຍືນຍົງອັນດັບທີ
18,
ນອກນີ້ທ່ານ
ບາຣັກ ໂອບາມາ
ອະດິດປະທານາທິບໍສະຫະລັດອາເມລິກາໄດ້ປະກາດເພີ່ມທຶນຊ່ວຍເຫລືອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວຈຳນວນ
90
ລ້ານໂດລາສະຫະລັດໃນ 3 ປີຂ້າງໜ້າ, ນາຍົກລັດຖະມົນຕີນິວຊີແລນປະກາດໃຫ້ທຶນຊ່ວຍເຫລືອ
ການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງຈໍານວນ 7,2
ລ້ານໂດລາສະຫະລັດ.
ພ້ອມດຽວກັນນີ້, ທ່ານ
ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ: ຄຊກລ
ໄດ້ພະຍາຍາມຊີ້ນຳໃຫ້ບັນດາອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກຂອງລາວ ແລະ
ຕ່າງປະເທດ,
ປະຕິບັດການໂຄສະນາທີ່ມາ
ແລະ ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ, ຈັດຕັ້ງການສຳຫລວດ-ເກັບກູ້
ແລະ ການຊ່ວຍເຫລືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃຫ້ຫລາຍຕື່ມອີກ.
No comments:
Post a Comment