Ad

Ad

3 March 2017

ການນໍາໃຊ້ສານເຄມີໃນການຜະລິດກະສິກຳມີແຜ່ຫຼາຍ

  ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ການຜະລິດກະສິກໍາໃນປະເທດເຮົາ, ຍັງອາໃສການນໍາໃຊ້ສານເຄມີເຂົ້າຊ່ວຍຢ່າງແຜ່ຫລາຍ, ບໍ່ວ່າຈະເປັນການປູກພືດ ແລະ ການລ້ຽງສັດ, ແຕ່ໂຕທີ່ຮ້າຍ ແຮງນັ້ນແມ່ນການໃຊ້ສານເຄມີອັນຕະລາຍຊະຊາຍ ແລະ ນໍາໃຊ້ເກີນຂະໜາດ, ຊຶ່ງບັນຫາດັ່ງກ່າວໜ່ວຍງານກ່ຽວຂ້ອງໄດ້ພົບຫລາຍໃນໂຄງການປູກກ້ວຍ, ຟາມລ້ຽງໄກ່, ລ້ຽງໝູ່ ແລະ ການລ້ຽງປາກະຊັງຂອງນັກລົງທຶນຕ່າງປະເທດຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ຈໍາປາສັກ ແລະ ທ້ອງຖິ່ນອື່ນໆ, ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍຂອງຂະແໜງກ່ຽວຂ້ອງກໍານົດອອກ, ອັນໄດ້ສົ່ງຜົນກະ ທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ, ຕໍ່ສິ່ງແວດລ້ອມ ແລະ ສັງຄົມ.   

  ແນວໃດກໍຕາມ, ໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງກະສິກໍາ ແລະ ປ່າໄມ້, ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກໍາຫລາຍສະບັບ ເປັນຕົ້ນ: ກົດໝາຍວ່າດ້ວຍກະສິກໍາ, ການປ້ອງກັນພືດ, ການລ້ຽງສັດ ແລະ ສັດຕະວະແພດ, ການປະມົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຄໍາສັ່ງກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຢາປາບສັດຕູພືດ, ຝຸ່ນ, ປຸຍ ແນວພັນພືດ ແລະ ອື່ນໆທີ່ນໍາໃຊ້ຢູ່ໃນລາວ, ແນ່ໃສ່ສົ່ງເສີມໃຫ້ມີການຜະລິດສີນຄ້າກະສິກໍາສະອາດ ແລະ ປອດສານພິດ ເພື່ອເປັນທ່າແຮງໃນການສົ່ງອອກ, ເປັນສະບຽງອາຫານທີ່ສະອາດປອດໄພຕອບສະໜອງຄວາມຕ້ອງການ ຂອງສັງຄົມໃຫ້ຫລາຍຂຶ້ນ, ຂະນະທີ່ຂະແໜງຂັ້ນຕ່າງໆກໍບໍ່ໄດ້ລົດລະໃນການເອົາໃຈໃສ່ສະກັດກັ້ນ ແລະ ຕິດຕາມກວດກາການນຳໃຊ້ສານເຄມີອັນຕະລາຍ,ຖ້າກວດພົບກໍມີການດຳເນີນມາດຕະການຕາມລະບຽບກົດໝາຍເຂັ້ມງວດ.
  ອົງການອາຫານ ແລະ ການກະເສດ ໃຫ້ຮູ້ວ່າ: ການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳຫລາຍ, ໂດຍສະເພາະແມ່ນຢາຂ້າຫຍ້າ ແລະ ຢາປາບສັດຕູພືດຈະສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ, ເມື່ອເຂົ້າສູ່ຮ່າງກາຍຈະເກີດອາການເຈັບຫົວ, ເຈັບທ້ອງ, ປວດຮາກ, ວິນຫົວ, ປຸ້ນທ້ອງ, ເຈັບກ້າມເນື້ອ ແລະ ຖ້າຫາກມີການສະສົມໃນຮ່າງກາຍແມ່ນຈະມີຄວາມສ່ຽງສູງທີ່ຈະເປັນມະເລັງປອດ, ຜິວໜັງ, ເມັດເລືອດ, ລໍາໃສ້, ສະໝອງ, ເບົາຫວານ, ອໍາມະພາດ, ອໍາມະພຶກ, ພະຍາດຜິວໜັງ ແລະ ອື່ນໆ, ຖ້າປະປ່ອຍໃຫ້ມີການນໍາໃຊ້ສານເຄມີອັນຕະລາຍໄປດົນນານແມ່ນຈະສົ່ງຜົນຕໍ່ສັງຄົມ, ສິ່ງແວດລ້ອມທໍາມະຊາດ ແລະ ກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດໃນໄລຍະຍາວແນ່ນອນ.

No comments:

Post a Comment