Ad

Ad

6 March 2017

ລາວບໍ່ອະນຸຍາດນຳເຂົ້າອຸປະກອນໄອຊີທີຊະຊາຍ

          ກະຊວງໄປສະນີ, ໂທລະຄົມມານາຄົມ ແລະ ການສື່ສານ (ປທສ) ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຂະແໜງການຕົນໄດ້ອອກຂໍ້ຕົກລົງວ່າດ້ວຍການນໍາເຂົ້າ ແລະ ຈໍາໜ່າຍອຸປະກອນໄອຊີທີ (ICT) ເພື່ອຄຸ້ມຄອງກວດກາ ແລະ ຢັ້ງຢືນດ້ານມາດຕະຖານເຕັກນິກ ແລະ ຄວາມປອດໄພໃຫ້ສອດຄ່ອງຕາມມາດຕະຖານຂອງອົງການສະຫະພາບໂທລະຄົມມະນາຄົມສາກົນ, ສະມາຄົມວິສະວະກໍາໄຟຟ້າ-ເອເລັກໂຕຣນິກ, ສະມາຄົມຜູ້ໃຫ້ບໍລິການດ້ານອຸດສາຫະກໍາເຄື່ອຂ່າຍໂທລະສັບມືຖື ແລະ ມາດຕະຖານແຫ່ງຊາດ. ອັນສໍາຄັນແມ່ນແນ່ໃສ່ໃຫ້ບັນດາຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ທີ່ຕ້ອງການນໍາເຂົ້າ ແລະ ການຈຳໜ່າຍອຸປະກອນເພດດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ເພື່ອໃຫ້ຮັບປະກັນ
ຄຸນນະພາບ ແລະ ມາດຕະຖານ, ທັງແນໃສ່ຄວາມເປັນລະບຽບ, ປອດໄພ ແລະ ຍຸຕິທຳຕໍ່ສັງຄົມກໍຄືຜູ້ຊົມໃຊ້. ຂໍ້ຕົກລົງດັ່ງກ່າວຍັງກຳນົດເງື່ອນໄຂຂອງຜູ້ທີ່ມີຈຸດປະສົງດໍາເນີນທຸລະກິດນໍາເຂົ້າ ຫລື ຈໍາໜ່າຍອຸປະກອນໄອຊີທີ ຄື: ມີທຶນຮອນພຽງພໍຕາມກໍານົດໃນກົດໝາຍວິສະຫະກິດ ແລະ ກົດໝາຍກ່ຽວຂ້ອງອື່ນໆ, ມີບຸກຄະລາກອນທີ່ມີຄວາມຮູ້ ແລະ ປະສົບການດ້ານໄອຊີທີໃນລະດັບແນ່ນອນ, ມີສະຖານທີ່ເກັບມ້ຽນ, ພາຫະນະຂົນສົ່ງ ແລະ ອຸປະກອນຮັບໃຊ້ໃນການປະຕິບັດວຽກງານດ້ານຕ່າງໆຢ່າງພຽງພໍ ແລະ ເໜາະສົມກັບຂະໜາດຂອງກິດຈະການ, ມີແຜນດຳເນີນທຸລະກິດຈະແຈ້ງ ແລະ ສຳ ລັບອຸປະກອນທີ່ຕ້ອງກວດກາທາງດ້ານເຕັກນິກຕ້ອງສົ່ງຕົວຢ່າງ ແລະ ລາຍລະອຽດຕ່າງໆກ່ອນການນຳເຂົ້າຢ່າງໜ້ອຍ 15 ວັນລັດຖະການ ແລະ ຜ່ານການຢັ້ງຢືນການນຳເຂົ້າແລ້ວຈຶ່ງຈະສາມາດໄດ້ຮັບການຕິດກາໝາຍຢັ້ງຢືນ.

No comments:

Post a Comment