Ad

Ad

6 March 2017

ຍ່າງເພື່ອສຸຂະພາບສະເຫລີມສະຫລອງວັນແມ່ຍິງສາກົນຄົບຮອບ 107 ປີ

          ເພື່ອເປັນການຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 107 ປີ ທີ່ຈະມາເຖິງໃນມໍ່ໆນີ້, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຫະພັນແມ່ຍິງບັນດາກະຊວງອ້ອມຂ້າງ, ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບຄອບຄົວຄັ້ງທີ 2, ຂຶ້ນທີ່ເດີ່ນພະທາດຫລວງ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານປະທານສູນກາງສະຫະພັນແມ່ຍິງລາວ ມີຄຳເຫັນວ່າ: ການກິດຈະກຳດັ່ງກ່າວ, ໄດ້ສະແດງ
ເຖິງຄວາມເອົາໃຈໃສ່ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການພັດທະນາ, ສົ່ງເສີມຄວາມກ້າວໜ້າ, ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ກໍຄືການປົກປ້ອງສິດທິອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍໃຫ້ນັບມື້ຫລາຍຂຶ້ນ, ດັ່ງນັ້ນ ການພັດທະນາແມ່ຍິງ ແລະ ເດັກນ້ອຍ ຈຶ່ງແມ່ນໜ້າທີ່ຂອງທຸກຄົນໃນທົ່ວສັງຄົມ ໂດຍສະເພາະແມ່ນພັນທະໜ້າທີ່ຂອງຄອບຄົວ, ລູກ-ຜົວ (ເພດຊາຍ) ຕ້ອງໄດ້ແບ່ງເບົາໜ້າທີ່ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ເພາະສະຖາບັນຄອບຄົວເປັນຈຸລັງໜຶ່ງຂອງສັງຄົມ, ມີບົດບາດສຳຄັນ ແລະ ເປັນກຳລັງແຮງຕໍ່ການພັດທະນາ, ສ້າງຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຕ້ອນຂອງສັງຄົມ ແລະ ຄວາມໝັ້ນຄົງຂອງປະເທດຊາດ, ເປັນການຜັນຂະຫຍາຍຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ແນໃສ່ສ້າງເງື່ອນໄຂໃຫ້ສະມາຊິກໃນຄອບຄົວໄດ້ຢູ່ໃກ້ຊິດກັນ, ເຮັດກິດຈະກຳຮ່ວມກັນດ້ວຍຄວາມເບີກບານມ່ວນຊື່ນ, ເພື່ອສ້າງສາຍພົວພັນຄອບຄົວໃຫ້ມີຄວາມອົບອຸ່ນ, ມີຄວາມຖືກຕ້ອງປອງດອງຮັກໄຄ່ສາມັກຄີ, ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ໂດຍສະເພາະການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອສ້ງຄອບ ຄົວ ແລະ ສັງຄົມໃຫ້ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນີ້ ເພື່ອເຮັດໃຫ້ສາຍພົວພັນອັນສະໜິດແໜ້ນ ແລະ ເປັນອັນໜຶ່ງອັນດຽວລະຫວ່າງຜົວ-ເມຍ ແລະ ລູກເຕົ້າ, ພໍ່ແມ່ ແລະ ລູກໆ, ເວົ້າສະເພາະ ການພັດທະນາດ້ານຮ່າງກາຍຈິດໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພື່ອໃຫ້ສະມາຊິກຄອບຄົວຢູ່ໃນສັງຄົມຮູ້ຮັກສາສຸຂະພາບ.

ນອກຈາກກິດຈະກຳຍ່າງເພື່ອສຸຂະພາບແລ້ວ ພາຍໃນງາຍຍັງມີການເຕັ້ນແອໂຣບິກ, ເຕັ້ນລີລາລີລາດ, ເຕັ້ນເຊືອກ, ໂຍນໝາກບານເຂົ້າກະຕ່າ, ຊຶ່ງເປັນກິດຈະກຳຄອບຄົວ ເພື່ອໃຫ້ມີຄວາມສາມັກຄີປອງດອງເຊິ່ງກັນ ແລະ ກັນ, ພ້ອມນີ້ຍັງມີການວາງສະແດງສິນຄ້າ, ຜະລິດຕະພັນກະສິກຳ, ຫັດຖະກຳທີ່ເປັນສີໄມ້ລາຍມືຂອງແມ່ຍິງລາວຕື່ມອີກ.

No comments:

Post a Comment