ບັນດາພະນັກງານ-ລັດຖະກອນພາຍໃນກະຊວງວິທະຍາສາດ
ແລະ ເຕັກໂນໂລຊີ ໄດ້ເຂົ້າ ຮ່ວມຮັບ ຟັງການເຜີຍແຜ່ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ
ໃນວັນທີ 27 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ຫຸມພັນ ອິນທະຣາດ
ລັດຖະມົນຕີຊ່ວຍວ່າການກະ ຊວງວິທະ ຍາສາດ ແລະ ເຕັກໂນໂລຊີແນໃສ່ເຮັດໃຫ້ທຸກພາກສ່ວນມີຄວາມເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບທຸ ລະກຳທາງເອເລັກໂຕຣນິກ,
ການຄ້າທາງເອເລັກໂຕຣນິກ, ການນຳໃຊ້ລາຍເຊັນເອເລັກໂຕຣນິກ ແລະ ການໃຫ້ບໍລິການຢັ້ງຢືນລາຍເຊັນ
ດີຈີ ຕອນ ທີ່ມີການປ້ອງກັນລວມທັງບົດຮຽນການຈັດຕັ້ງປະຕິບັດ ການທຸລະກຳທາງເອເລັກໂຕຣນິກຂອງສາກົນ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ
ແລະ ເຕັກໂນໂລຊີ ໄດ້ກ່າວບາງຕອນ ວ່າ: ໃນຍຸກການເຊື່ອມໂຍງ, ການນຳໃຊ້, ການພັດທະນາວິທະຍາສາດ
ແລະ ເຕັກໂນໂລຊີມີບົດບາດສຳຄັນ ໃນ ຊີວິດ, ສັງຄົມ ແລະ ການແຂ່ງ ຂັນດ້ານການຄ້າ ແລະ
ການບໍລິການ. ໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນທົ່ວໂລກລວມທັງ ສປປ.ລາວ
ໄດ້ຫັນເອົາ
ວຽກໄອທີເປັນເຄື່ອງມືທີ່ສຳຄັນໂດຍ ການ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າສູ່ວຽກງານການຄ້າ,
ການບໍລິການປະເພດຕ່າງໆເຊັ່ນ: ການໃຫ້ບໍລິ ການຂອງທະນາຄານ, ພາສີ, ການບິນ, ໂຮງ ແຮມ,
ການທ່ອງທ່ຽວ, ການທຸລະກຳ ແລະ ອື່ນໆ. ສຳລັບ ສປປ.ລາວ ກໍໄດ້ໃຫ້ຄວາມສຳຄັນຕໍ່ວຽກ ງານດັ່ງກ່າວ
ແລະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ.
ທ່າຍຍັງໃຫ້ຮູ້ອີກວ່າ:
ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ໄດ້ຖືກຮັບຮອງ ເອົາຢູ່ ໃນກອງປະຊຸມສະໄໝສາມັນເທື່ອທີ
4 ສະພາແຫ່ງຊາດ ຊຸດທີ VII ຊຶ່ງກົດໝາຍສະບັບນີ້ ໄດ້ກຳນົດຫລັກ ການ, ລະບຽບການ ແລະ
ມາດຕະການກ່ຽວກັບການສ້າງ, ການນຳໃຊ້, ການຮັ ບຮູ້, ການຄຸ້ມຄອງ ແລະ ກວດກາທຸລະກຳທາງເອເລັກໂຕຣນິກ
ເພື່ອເຮັດໃຫ້ມີຄວາມເຊື່ອຖື ແລະ ຄວາມໝັ້ນໃຕໍ່ທຸລະກຳທາງເອ ເລັກໂຕຣນິກ
ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ເຮັດການຄ້າທາງເອເລັກໂຕຣ ນິກ,
ການຫັນເປັນທັນສະໄໝເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ,
ເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ ແລະ ຍຸຕິທຳ.
ກົດໝາຍດັ່ງກ່າວປະກອບມີ 10 ພາກ 58 ມາດຕາ.

No comments:
Post a Comment