ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ
ຕ້ານຢາເສບຕິດນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ໃນອາທິດຜ່ານມາກຳລັງເຈົ້າໜ້າທີ່ຂອງຕົນ ສາມາດມ້າງແກ້ງມົ້ວສຸມຢາເສບຕິດໄດ້ຫລາຍກໍລະນີ
ຄື: ໃນວັນ ທີ 21 ມິຖຸນາ,ໄດ້ກັກຕົວຜູ້ຕ້ອງຫາ ຈຳນວນ 4 ຄົນ ຄື:ທ້າວ ໜູວັນ ອາຍຸ 47 ປີ,
ນາງ ບົວພັນ ອາຍຸ 45 ປີ,ທ້າວ ວິລະພອນ ອາຍຸ 35 ປີ ແລະ ທ້າວ ວຽງ ອາຍຸ 32 ປີ ເຊິ່ງຜູ້ຕ້ອງຫາທັງ
ໝົດຢູ່ບ້ານ ໜອງພູວຽງ ເມືອງປາກງື່ມ ນະ ຄອນຫລວງວຽງຈັນ ແລະ ພົບຂອງກາງ ຢາບ້າ 91
ເມັດ,ໃນວັນທີ 22 ມິຖຸນາຜ່ານມາ ໄດ້ກັກຕົວທ້າວ ພຸດທະສອນ ອາຍຸ 29 ປີ ຢູ່ບ້ານຫ້ວຍຫົງ
ເມືອງ ຈັນທະບູລີ ພ້ອມຂອງກາງຢາບ້າ 18 ເມັດ, ທ້າວ ຄຳແດງ ອາຍຸ 42 ປີ
ຢູ່ບ້ານສາຍນ້ຳເງິນ ເມືອງ ໄຊ ທານີ ພ້ອມຂອງກາງຢາບ້າ 15 ເມັດ ແລະ ໃນວັນທີ 17
ມິຖຸນານີ້ ໄດ້ກັກຕົວຂະບວນການ ຄ້າຂາຍຢາເສບຕິດຢູ່ເມືອງໄຊ ເສດຖາ ຄື: ທ້າວ ພອນເທ ວາ
ອາຍຸ 17 ປີ ຢູ່ບ້ານຫົວຂົວ ຂອງ ກາງຢາບ້າ 216 ເມັດ,ທ້າວ ໂຢດ ອາຍຸ 17 ປີ ຢູ່ບ້ານ
ໂນນສະ ຫວ່າງ, ທ້າວ ສຸບິນ ອາຍຸ 25 ປີ ຢູ່ບ້ານໂຊກໃຫຍ່ ຂອງກາງຢາບ້າ 85 ເມັດ,ທ້າວ
ເທນຸລັກ ອາຍຸ 21 ປີ ຂອງກາງ ຢາບ້າ 102 ເມັດ ແລະ ນາງ ຈອນ ອາຍຸ 50 ປີ ຢູ່ບ້ານ
ຮ່ອງສຸພາບ ຂອງກາງຢາບ້າ 235 ເມັດ ແລະ ໃນ ວັນທີ 18 ມິຖຸນານີ້ ໄດ້ກັກຕົວທ້າວ ລັດຕະນະ
ອາຍຸ 22 ປີ ຢູ່ບ້ານອຸບມຸງ ເມືອງ ສີໂຄດ ຕະບອງ ຂອງ ກາງຢາບ້າ 43 ເມັດ, ທ້າວ ອາມາລິນ
ອາຍຸ 21 ປີ ບ້ານຈອມເພັດໃຕ້ ເມືອງສີສັດ ຕະນາກ ຂອງກາງຢາບ້າ 120 ເມັດ,ທ້າວ ໄພວັນ ອາຍຸ
28 ປີ ຢູ່ ບ້ານນາໄຊ ເມືອງໄຊເສດຖາ ຂອງກາງຢາບ້າ 22 ເມັດ ແລະ ທ້າວ ພູເງິນ ອາຍຸ 26 ປີ
ບ້ານ ຈອມເພັດໃຕ້ ເມືອງສີສັດ ຕະນາກ ພ້ອມຂອງກາງຢາບ້າ 50 ເມັດ.
ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມວ່າ:
ເມື່ອທ້າຍເດືອນພຶດສະພາຜ່ານມາ,ໄດ້ລົງແກ້ໄຂເປົ້າໝາຍນັກໂທດຄ້າ ຂາຍຢາເສບຕິດໃນສະຖານຄຸມຂັງຊຳເຄ້
ເມືອງໄຊເສດຖານະຄອນຫລວງວຽງຈັນ ເຊິ່ງຜູ້ຕ້ອງຫາຊື່ທ້າວ ວັດທະນາ ອາຍຸ 34 ປີ
ພົບຂອງກາງຢາບ້າຈຳນວນ 106 ເມັດ.
No comments:
Post a Comment